ປະຊຸມປຶກສາຫາລືສໍາລັບການພັດທະນາຊ່ວຍເຫລືອຜູ້ຖືກເຄາະຮ້າຍ

SA Game

ຂ​ປ​ລ

ກອງ​ປະ​ຊ​ຸມການປະສານງານ-ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 14 ກຸມ ພາ 2023 ທີ່ນະຄອນຫລວງວຽງຈັນ, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຈັດກອງປະຊຸມປຶກສາຫາລືລະດັບຊາດ  ເພື່ອປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດແນະນຳຂອງອາຊຽນ ສໍາລັບການພັດທະນາຄູ່ມືມາດຕະຖານການດໍາເນີນງານ(SOPs) ສໍາລັບການປະ ສານງານການຊ່ວຍເຫລືອຜູ້ຖືກເຄາະຮ້າຍ

ຈາກຄວາມຮຸນແຮງຕໍ່ແມ່ຍິງ ໂດຍໄດ້ສະໜອງຂໍ້ສະເໜີ ແລະ ຄໍາຄິດຄໍາເຫັນອັນມີຄຸນຄ່າ ສໍາລັບແນວທາງປະຕິບັດທີ່ເປັນມິດກັບຜູ້ນໍາໃຊ້, ມີຄວາມເຂົ້າໃຈ ແລະ ສາມາດປະຕິບັດໄດ້ສໍາລັບປະເທດສະມາຊິກອາຊຽນ.

ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍອັນໜັກແໜ້ນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ.

SA Game
ຂ​ປ​ລ

ໃນລະດັບປະເທດ, ບົດແນະນໍາຂອງອາຊຽນຈະຊ່ວຍໃຫ້ທິດທາງໃນການພັດທະນາ SOP ໃນລະດັບປະເທດ ກ່ຽວກັບມາດຕະຖານການປະຕິບັດ ສໍາລັບຜູ້ໃຫ້ບໍລິການດ້ານສັງຄົມ, ສຸຂະພາບ ແລະ ຄວາມຍຸຕິທໍາ ເພື່ອແກ້ໄຂກໍລະນີຄວາມຮຸນແຮງຕໍ່ແມ່ຍິງ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ, ພ້ອມທັງຄໍາແນະນໍາສໍາລັບການບໍລິການ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດ ໂດຍໄດ້ເອົາບົດຮຽນທີ່ຖອດຖອນໄດ້ຈາກ ສປປ ລາວ.

ເພື່ອເຮັດໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍມີປະສິດທິພາບທີ່ສຸດ, ການປະສານງານການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດ ຈາກຄວາມຮຸນແຮງຕໍ່ແມ່ຍິງ ຕ້ອງມີມາດຕະຖານການດໍາເນີນງານທີ່ຈະແຈ້ງ, ສອດຄ່ອງກັບຄໍາແນະນໍາຂອງສາກົນ ກ່ຽວກັບການໃຫ້ການຊ່ວຍເຫລືອ ແບບມີການປະ ສານງານກັນຢ່າງມີຄຸນະພາບ.

ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າຂອງ UNFPA ປະຈໍາ ສປປ ລາວ ກ່າວວ່າ: ການມີ SOP ຈະຊ່ວຍສ້າງສະພາບແວດລ້ອມທີ່ປອດໄພກວ່າ, ເພື່ອຮັບປະກັນວ່າທຸກໆປະຕູທີ່ຜູ້ລອດຊີວິດມາເຄາະ ເພື່ອຂໍຄວາມຊ່ວຍເຫລືອ ຈະແມ່ນປະຕູທີ່ຖືກຕ້ອງ ທີ່ສາມາດເຂົ້າເຖິງການບໍລິການສະເໝີ. SOP ເຮັດໃຫ້ຜູ້ໃຫ້ບໍລິການສາມາດສະໜອງການເບິ່ງແຍງ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ແລະ ຖືເອົາຜູ້ລອດຊີວິດເປັນໃຈກາງ. ຜ່ານມາ ສປປ ລາວ ໄດ້ຮັບຮອງ SOP ຂອງສາມຂະແໜງການພາຍໃນ 1 ປີ ແລະ ນີ້ແມ່ນການຢັ້ງຢືນເຖິງຄວາມໝາຍໝັ້ນ ທີ່ຄວນເອົາເປັນແບບຢ່າງຂອງລັດຖະບານລາວ ໃນການຕໍ່ສູ້ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ.

SA Game
ຂ​ປ​ລ

ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນການລະເມີດສິດທິມະນຸດ ແລະ ສິດເສລີພາບ ຂອງແມ່ຍິງທີ່ແຜ່ຫລາຍ ແຕ່ຍັງເຫັນສໍາຄັນໜ້ອຍທີ່ສຸດໃນໂລກ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດຂອງແມ່ຍິງສູງເຖິງ 1 ໃນ 3 ຄົນ. ຂໍ້ມູນປັດຈຸບັນຊີ້ໃຫ້ເຫັນວ່າໃນພາກພື້ນອາຊີຕາເວັນອອກສຽງໃຕ້ ມີອັດຕາການແຜ່ຫລາຍຂອງການໃຊ້ຄວາມຮຸນແຮງ ທີ່ເກີດຈາກຄູ່ຮັກເຖິງ 37% ແລະ ຄວາມຮຸນແຮງທີ່ບໍ່ແມ່ນຈາກຄູ່ຮັກມີເຖິງ 40%. ເມື່ອທຽບກັບ ສປປ ລາວ ຕົວເລກດັ່ງກ່າວແມ່ນຢູ່ໃນລະດັບໃກ້ຄຽງກັນ ໂດຍແມ່ຍິງປະມານ 1 ໃນ 3 ເຄີຍປະສົບກັບຄວາມຮຸນແຮງ ທາງຮ່າງກາຍ, ທາງເພດ ຫລື ທາງຈິດໃຈ ຍ້ອນຄູ່ຄອງຜູ້ປັດຈຸບັນ ຫລື ອະດີດຄູ່ຄອງຂອງຕົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.