ການເງິນ ຫລວງພະບາງມອບຫລຽນ ແລະ ໃບຍ້ອງຍໍໃຫ້ບຸກຄົນດີເດັ່ນ

SA Game

ຂ​ປ​ລ

ພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນດີເດັ່ນຮັກຊາດ ແລະ ພັດທະນາ

ພະ​ແນກ ການ​ເງິນ ແຂວງຫລວງພະບາງ ໄດ້ຈັດພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນໃນຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020 ໃນວັນທີ 20 ມັງກອນ 2023 ນີ້, ແລະ ປະກາດເນື້ອໃນການແຂ່ງ ຂັນຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2025 ຂອງຂະແໜງການເງິນ ແຂວງຫລວງພະບາງ.

ໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງທ່ານ ສິງຕັນ ໄຊລືຊົ່ງ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງຫລວງພະບາງ, ມີບັນດາອາດີດການນໍາຂະແໜງການເງິນ, ຫົວໜ້າ, ຮອງຫົວໜ້າ, ພະແນກລວມທັງ 3 ສາຍຕັ້ງ, ວິທະຍາໄລການເງິນພາກເໜືອ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຕະຫລອດຮອດພະນັກງານ-ລັດຖະກອນພາຍໃນຂະແໜງການເງິນເຂົ້້າຮ່ວມ.

SA Game
ຂ​ປ​ລ

ສຳລັບການຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນໃນຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020 ແມ່ນເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແນໃສ່ນໍາພາປະເທດຊາດ ຫລຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2026 ດ້ວຍການປຸກລະດົມມະຫາຊົນ ຍູ້ແຮງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ທຸກຂົງເຂດວຽກງານຢ່າງຕັ້ງໜ້າ, ປຸກລະດົມພົນລະເມືອງລາວທຸກຄົນ, ທຸກການຈັດຕັ້ງຂອງພັກ, ລັດ, ເຂົ້າຮ່ວມຢ່າງກວ້າງຂວາງ ເພື່ອແຂ່ງຂັນສ້າງຂະບວນການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ກໍຄືການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງເງື່ອນໄຂນໍາພາປະເທດຊາດພົ້ນ ຈາກສະຖານະພາບປະ ເທດດ້ອຍພັດທະນາ.

ຄຽງຄູ່ກັນນີ້, ຍັງເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຂວງ ໃຫ້ປະກົດຜົນເປັນຈິງເວົ້າລວມ, ເວົ້າສະເພາະການຈັດຕັ້ງປະຕິ ບັດຄຳແນະນຳ ເລກທີ 009 ຂອງທ່ານເຈົ້າແຂວງວ່າດ້ວຍການເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດປີ 2025 ໃຫ້ປະກົດຜົນເປັນຈິງ.

SA Game
ຂ​ປ​ລ

ພ້ອມດຽວກັນນີ້, ຂະແໜງການເງິນຂອງແຂວງ ກໍໄດ້ກະກຽມແຕ່ງຕັ້ງຄະ ນະຮັບຜິດຊອບ ແລະ ກຳນົດເນື້ອໃນຂໍ້ແຂ່ງຂັນຂອງຂະ ແໜງການເງິນ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນພິທີດັ່ງກ່າວ ຍັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດ, ດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອານຸມັດການຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ສຳລັບກົມກອງ ລວມໝູ່, ພະແນກການເງິນແຂວງຫລວງພະບາງ ໄດ້ຮັບຫລຽນໄຊແຮງງານຊັ້ນ I ຈໍານວນ 5 ທ່ານ, ຫລຽນ ໄຊແຮງງານຊັ້ນ II ຈໍານວນ 12 ທ່ານ, ຫລຽນໄຊແຮງງານຊັ້ນ III ຈໍານວນ 25 ທ່ານ, ຫລຽນກາແຮງງານ 54 ທ່ານ; ໄດ້ຮັບໃບຍ້ອງຍໍລັດຖະບານ 67 ທ່ານ ແລະ ໄດ້ຮັບໃບຍ້ອງຍໍຂັ້ນແຂວງ 02 ທ່ານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.