ຄະນະກຳມາທິການເອີຣົ​ບ​ພ້ອມ​ດ້ວຍ​ຄະ​ນະ ຢ້ຽມ​ຢາມ ສ​ປ​ປ ລາວ

SA Game

ກະຊວງການເງິນ

ກະຊວງການເງິນຕ້ອນຮັບຄະນະກຳມາທິການເອີຣົບໃນ​ໂອ​ກາດ​ຢ້ຽມ​ຢາມ ສ​ປ​ປ ລາວ.

ທ່ານ ມາຣິໂອ ຣອນໂຄນີ ຫົວໜ້າຄະນະຮັບຜິດຊອບອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າກົມຮ່ວມມືສາກົນ (INTPA) ຂອງຄະນະກຳມາທິການເອີຣົບ ປະຈຳຢູ່ສຳນັກງານໃຫຍ່ທີ່ບຣຸກແຊນ ປະເທດແບນຊິກ ພ້ອມຄະນະເຄືອນ​ໄຫວ​ເຮັດ​ວຽກ ແລ​ະ​ຢ້ຽມ​ຢາມ​ປະ​ເທດ​ລາວ

ໂດຍ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບ  ໃນໂອກາດມາເຄື່ອນໄຫວວຽກງານຢູ່ ສປປ ລາວ.

ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ມາຣິໂອ ຣອນໂຄນີ ໄດ້ແລກປ່ຽນຄຳຄິດເຫັນ ຕໍ່ຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະ ຫະພາບເອີຣົບໂດຍສະເພາະແມ່ນໂຄງການຮ່ວມມື ເພື່ອສະໜັບສະໜູນການປະຕິຮູບການຄຸ້ມຄອງການເງິນພາກລັດ ລວມມູນຄ່າລວມ 11.412.723 ເອີໂຣ.

ໃນນັ້ນ, EU ປະກອບ ສ່ວນ 5 ລ້ານເອີໂຣ, ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ ປະກອບ ສ່ວນ 10 ລ້ານໂດລາ ອົດສະຕຣາລີ(ປະມານ 6.412.723 ເອີໂຣ) ຮ່ວມຈັດຕັ້ງປະຕິບັດໂດຍທະນາຄານໂລກ.

SA Game
ກະຊວງການເງິນ

ໂຄງການດັ່ງກ່າວ ເປັນໜຶ່ງໃນ 5 ໂຄງການພາຍໃຕ້ແຜນງານຊ່ວຍເຫລືອລ້າໄລຍະຍາວຂອງ ສະຫະພາບເອີຣົບ 2021-2027, ພ້ອມທັງຕິດຕາມ ແລະ ປຶກສາຫາລືກ່ຽວກັບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແຜນງານດຸ່ນງົບປະມານມະຫາພາກຈາກສະຫະ ພາບເອີຣົບ (EUBudget Support)ປີ 2018-2022) ກໍຄື ການເບີກຖອນບ້ວງເງິນຈໍານວນ 22,8 ລ້ານເອີໂຣ ເພື່ອສະໜັບສະໜູນວຽກງານຂະແໜງສຶກສາ ແລະ ແຜນງານໂພຊະນາການຢູ່ ສປປ ລາວ.

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີກະຊວງການເງິນ ຍັງໄດ້ສະແດງຄວາມຂອບ ໃຈມາຍັງສະຫະພາບເອີຣົບ ທີ່ໃຫ້ການສະໜັບສະໜູນໃຫ້ແກ່ ສປປ ລາວ ຕະຫລອດມາ, ພ້ອມນັ້ນ, ກະຊວງການເງິນຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສະຫະພາບເອີຣົບ ແລະ ບັນ ດາປະເທດສະມາຊິກໃນຕໍ່ໜ້າ

ໂດຍສະເພາະຕິດພັນກັບການສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ການຍົກລະດັບຄຸນນະພາບຂອງສິນຄ້າກະສິກຳລາວ ໃຫ້ເປັນສິນຄ້າສົ່ງອອກ ແລະ ສຳຄັນແມ່ນວຽກງານການປະຕິຮູບ ການຄຸ້ມຄອງການເງິນພາກລັດທີ່ເປັນໜຶ່ງໃນປັດໄຈສຳຄັນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ.