ບໍ່ໄດ້ຕາມເປົ້າ! ການເກັບລາຍຮັບດ່ານພາສີສາກົນຂົວມິດຕະພາບແຫ່ງທີ່ III

ດ່ານພາສີສາກົນຂົວມິດຕະພາບ III ປີ 2021 ເກັບລາຍຮັບໄດ້ເກືອບ 82% ​ເທົ່າ​ນັ້ນ.

ອີງ​ໃສ່​ສະ​ພາບ​ຕົວ​ຈິງ​ໃນ​ປະ​ຈຸ​ບັນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ແຜ​ເປັນ​ວົງ​ກ້​ວາງ​ໃນ​ຂົງ​ເຂດ​ທົ່ວ​ທຸກ​ມູມ​ໂລກ, ກະ​ທົບ​ເຖິງ​ການ​ເກັບ​ລາຍ​ຮັບ​ຂອງ​ບັນ​ດາ​ດ່ານ​ສາ​ກົນ​ຕ່າງໆ, ເຊິ່ງ​ຕາມ​ຂໍ້​ມູນດ່ານພາສີສາກົນຂົວມິດຕະພາບ III ແຂວງຄຳມ່ວນ, ໄດ້ຮັບຕົວເລກແຜນການງົບປະ ມານແຫ່ງລັດໃນ ປີ 2021 ຈໍານວນ 337 ຕື້ກວ່າກີບ, ແຕ່ສຳລັບການຈັດຕັ້ງປະຕິບັດຕົວຈິງໝົດ ປີສາມາດປະຕິບັດໄດ້ 275 ຕື້ກວ່າກີບ ຫລື ເທົ່າກັບ 81,61% ຂອງແຜນການປີ.

ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ໄດ້ໃຫ້ສໍາພາດເມື່ອບໍ່ນານມານີ້ວ່າ:

ດ່ານພາສີສາກົນຂົວມິດຕະພາບ III ແມ່ນການຈັດຕັ້ງໜຶ່ງຂອງກົມພາສີ ກະຊວງການເງິນ ທີ່ປະຈຳການຢູ່ຊາຍແດນ, ຊຶ່ງພາຍໃຕ້ການຄຸ້ມຄອງກວດກາ-ກວດກາຂອງກົມພາສີ ໂດຍສະເພາະແມ່ນພາສີປະຈຳແຂວງຄຳມ່ວນ, ການນຳພາດ້ານແນວຄິດ-ການເມືອງດ່ານພາສີສາກົນຂົວມິດຕະພາບ III ເປັນຄະນະໜ່ວຍພັກ, ດ້ານການຈັດຕັ້ງ ແລະ ພະນັກງານ ປະກອບມີ 03 ກຸ່ມງານ, 01 ເຂດເສດຖະກິດສະເພາະ, 01 ດ່ານພາສີທ້ອງຖິ່ນ, 03 ດ່ານພາສີປະເພນີ, ມີສາງຄ່ຽນຖ່າຍສິນ ຄ້າ 04 ບ່ອນ, ປະກອບມີພະນັກງານ-ເຈົ້າໜ້າທີ່ພາສີ ທັງໝົດ 38 ທ່ານ,

SA Game
ກະຊວງການເງິນ

ດ້ານວິຊາສະເພາະດ່ານພາສີສາກົນຂົວມິດຕະພາບ III ໄດ້ຮັບຕົວເລກມອບໝາຍຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈຳ ນວນ 337 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໝົດປີ 2021 ປະຕິບັດໄດ້ 275 ຕື້ກວ່າກີບ ຫລື ເທົ່າກັບ 81,61% ຂອງແຜນການປີ.

ສາເຫດທີ່ພາໃຫ້ຈັດເກັບລາຍຮັບບໍ່ບັນລຸຕາມແຜນການທີ່ວາງໄວ້, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ, ຊຶ່ງເປັນອຸປະສັກ ແລະ ສິ່ງທ້າທາຍຕໍ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ການເຂົ້າ-ອອກຂອງພາຫະນະ ມີການຫລຸດລົງລວມເຖິງສິນຄ້າປະ ເພດຕ່າງໆກໍ່ຫລຸດລົງ, ສິນຄ້ານຳເຂົ້າເພື່ອສົ່ງອອກເປັນຕົ້ນ: ສິນຄ້າປະເພດກະທິງແດງຫລຸດລົງ, ການນຳເຂົ້ານໍ້າມັນເຊື້ອໄຟຫລຸດລົງ ແລະ ລວມເຖິງການເຄື່ອນຍ້າຍມາຈາກຕ່າງແຂວງ.

SA Game
ກະຊວງການເງິນ

ສະນັ້ນ, ເພື່ອຮັບ ປະກັນໃນການຈັດຕັ້ງປະຕິບັດ ການຈັດເກັບລາຍຮັບໃນຕໍ່ໜ້າໃຫ້ບັນລຸຕາມແຜນທີ່ວາງໄວ້ ຈະໄດ້ເອົາ ໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ເຈົ້າໜ້າທີ່ພາສີພາຍໃນດ່ານ, ປຸກ ລະດົມຜູ້ປະກອບການພາກທຸລະກິດ ໃຫ້ເຂົາເຈົ້າມາໃຊ້ບໍລິການດ່ານໃຫ້ຫລາຍຂຶ້ນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ, ອຳນວຍຄວາມສະດວກດ້ານການຄ້າໃຫ້ສອດຄ່ອງ, ວ່ອງໄວ ທັງຮັບປະກັນຕໍ່ການຈັດເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນ.

ຄຽງຄູ່ກັນນັ້ນ, ໄດ້ປະຕິບັດຄຳສັ່ງເລກທີ 18/ນຍ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີຄຸ້ມຄອງການຮົ່ວໄຫລຂອງງົບປະມານແຫ່ງລັດ ແລະ 07 ມາດຕະການຈັດເກັບລາຍຮັບໃນປີ 2022 ແລະ 06 ທິດທາງ, ແຜນການຈັດຕັ້ງປະຕິບັດວຽກງານໃນປີ 2022 ໃຫ້ມີຄວາມເຂັ້ມງວດ ແລະ ນິຕິກໍາອື່ນໆ ນໍາອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກະຊວງການເງິນ