ເລັ່ງ​ສັກ​ວັກ​ຊິ​ວ​ຕາມ​ບັນ​ດາ​ໂຮງ​ໝໍ​ນ້ອຍ​ເພື່ອ​ໃຫ້​ບັນ​ລຸ 70% ໃນ​ທົ່ວ ສ​ປ​ປ ລາວ

SA Game

ສາທາລະ​ນະ​ສຸກ ເຄືອນ​ໄຫວ​ໃຫ້ບໍລິການສັກວັກຊິນຢູ່ບັນດາໂຮງໝໍນ້ອຍ ແລະ ໂຮງໝໍພາກເອກະຊົນ.

ເພື່ອຮັບປະກັນໃຫ້ມີວັກຊິນ ບໍລິການຢ່າງທົ່ວເຖິງ ກຸ່ມເປົ້າໝາຍ ການໃຫ້ການສັກວັກຊິນ ປ້ອງກັນພະຍາດໂຄວິດ-19 ບັນລຸ 70% ຂອງປະຊາກອນ ໃນຂອບເຂດທົ່ວປະເທດ ແລະ ໃນກຸ່ມເປົ້າໝາຍໃຫ້ໄດ້ຢ່າງໜ້ອຍ 95%, ເຊິ່ງສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ ໄດ້ວາງຍຸດທະສາດໃນການຈັດຕັ້ງປະຕິບັດໃນປີ 2022 ໂດຍເລັ່ງໃສ່ ການບໍລິການໃຫ້ວັກຊິນກັນພະຍາດໂຄວິດ-19 ໃນຈຸດຄົງທີ່ ແລະ ເຄື່ອນທີ່ ໃຫ້ລົງຮອດລະດັບໂຮງໝໍນ້ອຍໃນທົ່ວປະເທດ.

ເລັ່ງໃສ່ການສື່ສານໂຄສະນາ ແລະ ການມີສ່ວນຮ່ວມຂອງອໍານາດການປົກຄອງແຕ່ລະຂັ້ນ ແລະ ເລັ່ງຂະຫຍາຍການບໍລິການວັກຊິນໂຄວິດ-19 ໃຫ້ພາກໂຮງໝໍ-ຄຣີນິກເອກະຊົນ ຮັບ ປະກັນໃຫ້ມີວັກຊິນ ບໍລິການຢ່າງທົ່ວເຖິງ ກຸ່ມເປົ້າໝາຍ.

ສຳລັບການບໍລິການໃຫ້ວັກຊິນກັນພະຍາດໂຄວິດ-19 ຂອງການບໍລິການຈຸດຄົງທີ່, ເຊິ່ງທຸກສະ ຖານທີ່ບໍລິການໃນໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຕ້ອງໄດ້ເປີດບໍ ລິການໃຫ້ວັກຊິນກັນພະຍາດໂຄວິດ-19 ທຸກມື້. ສ່ວນຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍແຕ່ລະຂັ້ນ ກ່ອນຈະອອກໂຮງໝໍ ໃຫ້ທີມແພດໄປສັກວັກຊິນໃຫ້ເຂົາເຈົ້າເພື່ອຈະບໍ່ພາດໂອກາດ. ສຳລັບແມ່ຍິງຖືພາເຂົ້າມາກວດທ້ອງໃນສະຖານທີ່ບໍລິການ ແມ່ນໃຫ້ໄດ້ສັກວັກຊິນທຸກກໍລະນີ ໃນອາຍຸການຖືພາຫລາຍກວ່າ 3 ເດືອນຂຶ້ນໄປໃຫ້ສັກຄົບສອງເຂັມ.

SA Game
ສູນສຸຂະພາບ ແມ່ ແລະ ເດັກ

ການບໍລິການເຄື່ອນທີ່ ຕ້ອງເພີ່ມຈໍານວນຈຸດບໍລິການເຄື່ອນທີ່ຂຶ້ນ ໃນເຂດຕົວເມືອງໃຫຍ່ ເຊັ່ນ: ຈຸດສູນການຄ້າ, ຈຸດຢູ່ໂຮງຮຽນ, ຈຸດຢູ່ບ້ານ, ຕະຫລາດ, ຄິວລົດ ແລະ ອື່ນໆ ພ້ອມຈັດທີມແພດລົງເຄື່ອນທີ່ສັກວັກຊິນລົງແຕ່ລະບ້ານ, ຊອກຫາເປົ້າໝາຍຜູ້ທີ່ຍັງພາດໂອກາດ ໂດຍການຂຶ້ນໄປແຕ່ລະຫລັງຄາເຮືອນໃນການໃຫ້ບໍລິການ ເປັນຕົ້ນ ຜູ້ສູງອາຍຸ ຜູ້ມີພະຍາດປະຈໍາຕົວ, ຄົນພິການ ຫລື ເສຍຈິດ. ການຈັດຕັ້ງປະຕິບັດໃນທົ່ວປະເທດ ຕ້ອງເຮັດແບບຕະລຸມບອນ ກຳນົດເປັນມື້ໃນການຈັດຕັ້ງປະຕິ ບັດໃຫ້ສຳເລັດ. ແຕ່ເຖິງຢ່າງໃດກໍຕາມ, ສິ່ງທີ່ຂະແໜງການສາທາລະນະສຸກຄວນຈັດຕັ້ງປະຕິບັດ ເພື່ອໃຫ້ການສັກວັກຊິນບັນລຸເປົ້າໝາຍ ກໍຄື ຕ້ອງກະກຽມການສະໜອງວັກຊິນ ໃຫ້ພຽງພໍໃນແຕ່ລະແຂວງ ເພື່ອປົກຄຸມເປົ້າໝາຍທີ່ວາງໄວ້ໃນແຕ່ລະບ້ານ; ກະກຽມຄວາມພ້ອມທາງດ້ານລະບົບເຢັນ ແລະ ວິຊາການ ແລະ ສະໜອງວັກຊິນໃຫ້ພຽງພໍ; ກະກຽມຈັດສັນປະກອບທີມງານສັກວັກຊິນ ໃນແຕ່ລະຈຸດໃຫ້ພຽງພໍ; ຂະຫຍາຍການບໍລິການວັກຊິນໂຄວິດ-19 ໃຫ້ຮອດເຂດປົກຄຸມສຸກສາລາ ເພື່ອໃຫ້ເຂົ້າເຖິງທຸກບ້ານ; ໃຫ້ບໍລິການວັກຊິນໂຄວິດ-19 ໂດຍເຊື່ອມສານກັບວຽກງານໃຫ້ວັກຊິນກັນພະຍາດ ປົກກະຕິໄປພ້ອມກັນຄວນຈັດເວລາ ການບໍລິການນອກໂມງການສຳລັບຈຸດຄົງທີ່.

SA Game
ສູນສຸຂະພາບ ແມ່ ແລະ ເດັກ

ນອກຈາກນີ້, ຂະແໜງການສາທາລະນະສຸກ ຕ້ອງປະສານງານກັບຂະແໜງການອື່ນໆ ເປັນ ຕົ້ນ ຊາວໜຸ່ມ, ສະຫະພັນຍິງ, ກໍາມະບານ, ນາຍຄູ, ປກສ ແລະ ອໍານາດການປົກຄອງບ້ານ ເພື່ອສະໜອງພະນັກງານເຂົ້າມາຊ່ວຍ; ອົບຮົມແນະນໍາໃຫ້ທີມງານ ໃນການຈັດຕັ້ງປະຕິບັດເພື່ອຈະບັນລຸໃຫ້ໄດ້ຫລາຍກວ່າ 70% ໃນແຕ່ລະແຂວງ-ເມືອງ. ພ້ອມກັນນີ້, ສຸກສາລາ ຕ້ອງໄດ້ເຮັດການໃຫ້ບໍລິການວັກຊິນແບບຕະລຸມບອນ (ວສຊ) ໃຫ້ໃນໄລຍະດຽວກັນ ໂດຍກຳນົດເວລາມື້ໃຫ້ສຳເລັດ ແລະ ກະກຽມຄູ່ມືແພດ, ເຄື່ອງມືໂຄສະນາ ເພື່ອສະໜອງໃຫ້ທີມວິຊາການ ແລະ ຊຸມຊົນ.

SA Game
ສູນສຸຂະພາບ ແມ່ ແລະ ເດັກ

ຄາດຄະເນຄວາມຕ້ອງການວັກຊິນໃນປີ 2022 ສຳລັບກຸ່ມເປົ້າໝາຍອາຍຸ 12 ປີ ຂຶ້ນໄປປະ ມານ 5.481.998 ຄົນ (ຜູ້ທີ່ພາດໂອກາດ ຍັງບໍ່ໄດ້ຮັບວັກຊິນໃນປີ 2021 ປະມານ 2.740.000 ຄົນ); ເດັກອາຍຸ 5-11 ປີ ປະມານ 1.091.328 ຄົນ; ເຂັມກະຕຸ້ນສຳລັບ ອາຍຸ 12 ປີ ຂຶ້ນໄປປະ ມານ 5.308.959 (ທີ່ສັກໄປແລ້ວປະມານ 173.039 ຄົນ).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ສູນສຸຂະພາບ ແມ່ ແລະ ເດັກ