ຄືກ​ຄັກ! ການ​ຂົນ​ສົ່ງ​ຜ່ານ​ແດນ​ທ່າ​ບົກ​ທ່​າ​ນາ​ແລ້ງ​ເລີ່ມ​ຕົ້ນ​ຢ່າງ​ຄືກຄື້ນ

SA Game

ປະເທດລາວ Pathedlao

​​ໃນ​ອາ​ທິດ​ທຳ​ອິດການ​ຂົນ​ສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ຜ່ານແດນທ່າບົກທ່ານາແລ້ງ ​ຄືກ​ຄັກ​ຫລາຍ

 ຕາມ​ການ​ໃຫ້​ສຳ​ພາດ​ຂອງ​ ທ່ານ ສາຄອນ ພິລາງາມ ອໍານວຍການໃຫຍ່ ທ່າບົກ-ທ່ານາແລ້ງ ຕໍ່ສື່ມວນຊົນ ຜ່ານທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ໃນອາທິດຜ່ານມາ ກ່ຽວກັບໂຄງການວຽງຈັນໂລຈິສຕິກ ພາກ ວ່າ:

ກິດຈະກໍາ ຂອງໂຄງການວຽງຈັນໂລຈິສຕິກ ພາກ ແມ່ນໄດ້ເຂົ້າສູ່ລະບົບແລ້ວ ພຽງ 7 ວັນ (13-29 ທັນວາ 2021) ໄດ້ມີສິນຄ້າທີ່ນຳເຂົ້າ-ສົ່ງອອກຜ່ານແດນ ທ່າບົກທ່ານາແລ້ງ ໂດຍສະເພາະທາງລົດໄຟ ລາວ-ຈີນ ທັງໝົດປະມານ 100 ຕູ້ ໃນນັ້ນນຳເຂົ້າປະມານ 95 ຕູ້ ແລະ ສົ່ງອອກ 5 ຕູ້. ນອກຈາກນີ້, ການບໍລິການສິນຄ້າຜ່ານແດນ 740 ຕູ້, ເຊິ່ງເຄືອຂ່າຍສ່ວນໃຫຍ່ແມ່ນມາຈາກ ຈີນ, ໄທ, ຫວຽດນາມ, ກຳປູເຈຍ, ມາເລເຊຍ ແລະ ມຽນມາ.

ທ່ານ ສາຄອນ ພິລາງາມ ໃຫ້ຮູ້ວ່າ: ໂລຈິສຕິກ ແມ່ນການບໍລິຫານຈັດການ ຕ່ອງໂສ້ການສະໜອງສິນຄ້າ ເລີ່ມຈາກຜູ້ຜະລິດເຖິງຜູ້ບໍລິໂພກໃຫ້ທັນເວລາ, ໂດຍມີການບໍລິຫານຈັດການດ້ວຍລະບົບ ໄອຊີທີ ເພື່ອໃຫ້ມີຄວາມໂປ່ງໃສໃນລະບົບການຂົນສົ່ງ ເຊິ່ງລວມມີການຈັດຊື້, ການບໍລິຫານພັດສະດຸ, ການບໍລິການຈັດສົ່ງ-ຂົນສົ່ງພັກສາງ ແລະ ການບໍລິຫານຈັດການຂໍ້ມູນຂ່າວສານ.

SA Game
ປະເທດລາວ Pathedlao

ລະບົບການຂົນສົ່ງ ປະກອບມີ 3 ອົງປະກອບ ຄື:

ເສັ້ນທາງ, ສະຖານີ ແລະ ຮູບແບບການຂົນສົ່ງ (ທາງລົດ, ທາງລາງ, ທາງເຮືອ ແລະ ທາງຍົນ). ສຳລັບ ວຽງຈັນ ໂລຈິສຕິກ ພາກ ເປັນໂຄງການ ຫລື ເຂດໂລຈິສຕິກຄົບວົງຈອນ ຂອງນະຄອນຫລວງວຽງຈັນ, ເຊິ່ງລວມມີສະຖານີຂົນສົ່ງທ່າບົກ ເປັນຕົວເຊື່ອມ ແລະ ມີເຂດໂລຈິສຕິກ ທີ່ຈະບໍລິຫານຈັດການ ໂດຍມີການຫຸ້ມຫໍ່, ເອກະສານຂົນສົ່ງເພື່ອການຈອງເຮືອ, ລົດໄຟ ຈອງຍົນມາເຊື່ອມ, ມີເຂດຜະລິດສົ່ງອອກ ແລະ ເຂດການຄ້າ ທີ່ມີການເຊື່ອມຈອດກັບທ່າເຮືອ ແລະ ທ່າບົກອື່ນໆ ດ້ວຍລະບົບການຂົນສົ່ງທີ່ມີຄຸນນະພາບສູງ, ໂດຍສະເພາະລົດໄຟ, ເຊິ່ງຈະສ້າງລາຍຮັບໃນທຸກຂັ້ນ, ສ້າງລາຍຮັບອັນມະຫາສານ ໃຫ້ກັບໂຄງການວຽງຈັນໂລຈິສຕິກ ທັງເປັນການຫລຸດຕົ້ນທຶນໃນການຂົນສົ່ງອີກດ້ວຍ. ນອກຈາກນີ້, ມັນຍັງຈະສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນລາວຫລາຍຂຶ້ນ ແລະ ສາມາດປະກອບສ່ວນພັດທະນາ ເສດຖະກິດ-ສັງ ຄົມຂອງປະເທດໄດ້.

ທ່ານ ສາຄອນ ພິລາງາມ ໃຫ້ຮູ້ຕື່ມວ່າ: ທ່າບົກ-ທ່ານາແລ້ງ ເປັນການຂົນສົ່ງຫລາຍຮູບແບບລະຫວ່າງປະເທດ ແຫ່ງທຳອິດຂອງປະເທດລາວ ກໍຄື ທ່າບົກທ່ານາແລ້ງເປັນຈຸດຮອງຮັບ ທີ່ເປັນຍຸດທະສາດ ໃຫ້ເປັນທ່າບົກລະດັບສາກົນ, ເປັນດ່ານສາກົນສິນຄ້າ ຕາມການຈັດປະເພດອັນດັບທ່າບົກຂອງຢູເອັນ, ຖ້າຈັດໃນລະດັບອາຊີ ແມ່ນເຮົາຢູ່ປະເພດເບີ 2 ສ່ວນເບີໜຶ່ງ ແມ່ນຢູ່ກາຊັກສະຖານ ແລະ ຈີນ.

ໂລຈິສຕິກນີ້, ມັນຈະປ່ຽນຄ່າໄດ້ປຽບ ຈາກປະເທດທີ່ເຂົາເຈົ້າຂັບລົດຜ່ານ ມາເປັນປະເທດທີ່ຕ້ອງແວ່ ເພື່ອສ້າງມູນຄ່າເພີ່ມໃຫ້ກິດຈະກຳການຄ້າ ທີ່ຈະຜ່ານປະເທດລາວ ໂດຍມີການຄ່ຽນຖ່າຍສິນຄ້າ, ສັບປ່ຽນພາຫະນະ ແລະ ທັງເປັນຈຸດສູນກາງຂະຫຍາຍຕົວເສດຖະກິດ ຂອງພາກພື້ນນຳອີກ.

SA Game
ປະເທດລາວ Pathedlao

ວຽງຈັນໂລຈິສຕິກ ພາກ ມີເນື້ອທີ່ທັງໝົດ 327 ເຮັກຕາ, ສ່ວນທ່າບົກທ່ານາແລ້ງ ມີເນື້ອທີ່ 55 ເຮັກຕາ, ເຊິ່ງເປັນພື້ນທີ່ ທີ່ກວ້າງຂວາງສາມາດຮອງຮັບເອົາຕູ້ຄອນເທັນເນີ, ຕູ້ສິນຄ້າຈາກທົ່ວທຸກມູມໂລກ, ເຊິ່ງປັດຈຸບັນ ທ່າບົກທ່ານາແລ້ງ ມີພື້ນທີ່ຈັດເກັບຮັກສາສິນຄ້າທີ່ສ້າງສຳເລັດປະມານ 3 ອາຄານ, ແຕ່ລະອາຄານສາມາດຮັບລົດບັນທຸກໄດ້ 24 ຄັນ ເຮັດໃຫ້ລົດມາຈອດຄັ້ງໜຶ່ງປະມານ 72 ຄັນ ຖ້າຫາກສຳເລັດໝົດກໍຈະໄດ້ຮອງຮັບໄດ້ປະມານ 124 ຄັນ.

ນອກຈາກນີ້, ຍັງມີພື້ນທີ່ພັກຕູ້ສິນຄ້າ ວາງຕູ້ສິນຄ້າ 2.900 ກວ່າຕູ້, ເຊິ່ງລວມກັນ 5 ຊັ້ນ ກໍຈະໄດ້ປະມານ 14.500 ຕູ້ສິນຄ້າ. ເຮົາມີຄວາມສາມາດພຽງພໍ ໃນການຮອງຮັບການຂົນສົ່ງທາງລົດໄຟ, ທາງບົກ ແລະ ທາງອາກາດ.

ແຕ່ເຖິງຢ່າງໃດກໍຕາມ, ເນື່ອງຈາກ ໂລຈິສຕິກ ເປັນເລື່ອງທີ່ຫາກໍເກີດຂຶ້ນໃໝ່ຂອງປະເທດເຮົາ ເຮັດໃຫ້ການບໍ ລິຫານຈັດການສົ່ງ ຕໍ່ຂ້າມແດນໄປຕ່າງປະເທດ ແມ່ນຍັງບໍ່ທັນຮຽບຮ້ອຍດີປານໃດ ແລະ ມີການຊັກຊ້າຢູ່, ແຕ່ການຂົນສົ່ງສິນຄ້ານຳເຂົ້າ ແມ່ນບໍ່ໄດ້ມີອັນຄ່ອງຄາຫຍັງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປະເທດລາວ Pathedlao