ຄຳວ່າ “ແຮ້ງ” ແລະ “ແຫ້ງ” ຄວາມໝາຍໃນພາສາລາວ

SA Game

DooDiDo

ອະ​ທິ​ບາຍ​ຄວາມໝາຍ​ຂອງ​ຄຳ​ວ່າ “ແຮ້ງ” ແລະ ແຫ້ງ”.

ຄໍາວ່າ ​“ແຮ້ງ” ແລະ ​“ແຫ້ງ” ການອອກສຽງຂອງສອງຄໍາແມ່ນໃກ້ຄຽງກັນມີ ຕ່າງແຕ່ສຽງສູງສຽງຕໍ່າ. ສ່ວນຄວາມໝາຍແມ່ນແຕກຕ່າງກັນ. ຄໍາວ່າ ​“ແຮ້ງ” ໝາຍເຖິງໂຕແຮ້ງ ຫຼື ນົກແຮ້ງ ເປັນສັດກິນຊາກ ໃຫຍ່ກວ່າໂຕແຫຼວ ແລະ ໂຕກາ. ສ່ວນຄໍາວ່າ ​“ແຫ້ງ” ໝາຍເຖິງ ບໍ່ມີນໍ້າ ເຊັ່ນ: ແຫ້ງແລ້ງ, ແຫ້ງກະ ແດ້ງ, ແຫ້ງຂອດ, ແຫ້ງແຫ່ວ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ແຮ້ງ”.

“ແຮ້ງ” (1. ຄຳນາມ) ສັດສອງຕີນຈໍາພວກນົກຕົວໃຫຍ່ ກິນສັດຕາຍ ຫຼື ຊາກສັດ. ຊື່ຂອງສັດມີປີກຕົວໃຫຍ່ແນວນຶ່ງກິນສັດຕາຍ ແລະ ຊາກສັດ ເປັນອາຫານ. ໂຕແຮ້ງ, ນົກແຮ້ງ.

ຕົວ​ຢ່າງ:

  • ສຸພາສິດລາວເວົ້າວ່າ “ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ” ໝາຍເຖິງເວລາເຮົາໄປຢູ່ໃສດົນການກະທໍາ ແລະ ພຶດຕິກໍາກໍ່ລ້ວນແຕ່ຄືກັນ.
  • ສຸພາສິດລາວເວົ້າວ່າ “ແຮ້ງຄາບມາ ກາຄາບໜີ” ໝາຍເຖິງຜູ້ນຶ່ງເອົາມາ ແຕ່ຜູ້ນຶ່ງເອົາໄປ.

ຄວາມໝາຍຄຳ​ວ່າ “ແຫ້ງ”.

“ແຫ້ງ” (1. ຄໍານາມ) ບໍ່ມີນໍ້າ, ບໍ່ຊຸ່ມ, ບໍ່ປຽກ, ບໍ່ສົດ. ກະແດ້ງ.

ຕົວ​ຢ່າງ:

  • ການເຮັດຊີ້ນແຫ້ງໄວ້ກິນ ແມ່ນເອົາຊີ້ນດິບມາປາດຍາວ ປະສົມກັບເຄື່ອງເທດ ເຊັ່ນ: ເກືອ, ແປ້ງນົວ, ໝາກເຜັດ ແລະ ອື່ນໆ ນໍາໄປຢ້າງ ຫຼື ຕາກແດດ.
  • ສອງສາມປີນີ້ ແມ່ນແຫ້ງແລ້ງຫຼາຍ ເຮັດໃຫ້ບໍ່ສາມາດເພາະປູກໄດ້ຕາມລະດູການ, ບັນດາເຂື່ອນ ໄຟຟ້າກໍບໍ່ສາມາດຜະລິດໄຟ ໄດ້ຕາມແຜນການ.
  • ລາວເປັນຄົນອອກແຮງງານໜັກ ແລະ ກິນແຕ່ຜັກ ຈິ່ງເຮັດໃຫ້ລາວຈອຍ ແລະ ແຫ້ງກະແດ້ງ.
  • ມື້ນີ້ແດດກ້າຫຼາຍ ຖ້າຕາກເຄື່ອງແມ່ນຄືຊິແຫ້ງດີ ກົງກັນຂ້າມກັບວານນີ້ທີ່ຝົນຕົກໝົດມື້.

ສະ​ຫຼຸບ.

ຄຳ​ວ່າ “ແຮ້ງ” ແລະ “ແຫ້ງ” ການອອກສຽງແມ່ນໃກ້ຄຽງກັນຕ່າງແຕ່ສຽງສູງສຽງຕໍ່າ. ຄຳ​ວ່າ “ແຮ້ງ” ແມ່ນຊື່ຂອງໂຕນົກກິນຊີ້ນກິນຊາກຊະນິດນຶ່ງ ໂຕໃຫຍ່ກວ່າໂຕນົກອິນຊີ ແລະ ກາ. ສ່ວນຄຳ​ວ່າ “ແຫ້ງ” ໝາຍເຖິງບໍ່ມີນໍ້າເຊັ່ນ: ແຫ້ງແລ້ງ, ແຫ້ງຂອດ ແລະ ແຫ້ງກະແດ້ງ ເປັນຕົ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo