ບົດຄວາມຊວນຄິດວ່າດ້ວຍຊື່ເມືອງ: ເສດຖາ ຫຼື ເຊດຖາ?

SA Game

DooDiDo

ຄຳ​ວ່າ ເສດຖາ ຫຼື ເຊດຖາ ? ສອງຄໍານີ້ສັງເກດເຫັນເລີ່ມມີອາການສະກົດປະປົນກັນ.

ປະ​ກົດ​ເຫັນ​ເລື້ອຍໆ​ໃນ​ການ​ສະ​ກົດ​ຄຳ​ນີ້, ໂດຍ​ມີ​ຫລາຍ​ກຸ່ມ​ບາງ​ກຸ່ມ​ກໍ​ສະ​ກົດ​ຖືກ ບາງ​ກຸ່ມ​ກໍ​ສະ​ກົດ​ຜິດ​ດັ່ງ​ນັ້ນ​ຈະ​ຂໍ​ຍົກ​ເອົາ​ມາ​ອະ​ທິ​ບາຍ​ນຳ​ກັນ​ແບບ​ນີ້, ເມື່ອກ່ອນ ແມ່ນ ໄຊເສດຖາ ແລະປັດຈຸບັນທີ່ໃຊ້ເປັນທາງການກໍອາດຈະຍັງໃຊ້ ໄຊເສດຖາ ຕາມເດີມ, ແຕ່ໄລຍະ 4-5 ປີມານີ້ ເລີ່ມມີນັກປາດອາຈານບາງທ່ານຄົ້ນພົບຫຼັກຖານບູຮານໃນສີລາລືກບາງແຫ່ງທີ່ມີຊື່ເຈົ້າໄຊເສດຖາສະກົດ ແບບໄຊເຊດຖາ ກໍເລີຍສ້າງເປັນປະເດັນສຶກສາຄົ້ນຄວ້າ ແລະ ຕັ້ງຄໍາຖາມ

ມີ​ການ​ຕັ້ງ​ຄຳ​ຖາມ​ວ່າໃນການສະກົດ ເຊດຖາ ອາດຈະແມ່ນເປັນການສະກົດດັ້ງເດີມ. ຕໍ່ປະເດັນດັ່ງກ່າວ ພາໃຫ້ສັງຄົມເກີດສັບສົນເຮັດໃຫ້ບາງພາກສ່ວນໃນສັງຄົມເປັນຕົ້ນສື່ມວນຊົນປ່ຽນການສະກົດຈາກເສດຖາມາເປັນເຊດຖາແບບຕາມໃຈມັກ.

SA Game
DooDiDo

ບົດຄວາມນີ້ຈະບໍ່ຂໍກ່າວເຖິງ ການສະກົດແບບໃດຖືກ ຫຼື ຜິດ ເພາະຈຸດປະສົງແມ່ນຢາກໃຫ້ຄົ້ນຄວ້າ ແລະສຶກສາກັນຕໍ່ໄປ. ແຕ່ຈະຂໍຍົກເອົາສອງຄໍາສັບມາໃຫ້ສັງເກດເບິ່ງເນາະ, ທັງສອງຄໍາມີເຄົ້າຈາກປາລີ:

  1. ເສດຖາ ແປວ່າ ປະເສີດ ດີເລີດ, ໄຊເສດຖາ ແປວ່າ ຜູ້ມີໄຊຊະນະຢ່າງເປັນເລີດ, ໄຊ ມາຈາກ ໄຊຊະນະ
  2. ເຊດຖາ ແປວ່າ ອ້າຍ, ຜູ້ເປັນອ້າຍ, ຜູ້ເກີດກ່ອນ, ຜູ້ຍິ່ງໃຫຍ່, ຜູ້ໃຫຍ່ກວ່າ. ໄຊເຊດຖາ ອາດແປໄດ້ວ່າ ຜູ້ເປັນອ້າຍທີ່ມີໄຊຊະນະ ຫຼື ຜູ້ໄດ້ຮັບໄຊຊະນະທີ່ຍິ່ງໃຫຍ່

ຂໍ້ສັງເກດໜຶ່ງກໍຄື ຄໍາໄຫວ້ພຣະພຸດທະຮູບອົງຕື້ເຊັ່ນ:
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ­ (ວ່າ 3 ເທື່ອ)
ພຸດທະພິມພິເກ ເສວັດໂຕ ວັດຕິ ວັດທະໂສພິໂຕ ຄຸນນະສັມ ປັນໂນ ໂຄຕະມັງ
ພຸດທະເສດຖັງ ເທວະ ມະນຸດສະໂລກັງ ປູຊິຕັງ ໄຊຍະເສດເຖນະ ຖາປິຕັງ ເຂລັງ
ອະຫັງ ສິລະສານະມາມິ ທຸຣະໂຕ ອະຫັງ ວັນທາມິ ສັບພະທາ.

ສະຫຼຸບ:

ເລືອກການສະກົດໃດໜຶ່ງໃຫ້ສອດຄ່ອງກັບຫລັກຖານ, ຂໍ້ມູນທີ່ເຮົາມີ ແລະຕາມປະເພນີ. ຖ້າຈະປ່ຽນເປັນເຊດຖາ ກໍຂໍໃຫ້ໃຊ້ເຫດຜົນທີ່ເໝາະສົມ ບໍ່ແມ່ນຈະຄິດເອົາງ່າຍໆແບບອ້າງເຫດຜົນວ່າ ເພື່ອບໍ່ຢາກໃຫ້ມີຄໍາວ່າ ເສດ ເຊິ່ງໄປຕີເອົາຄວາມຫມາຍວ່າເປັນ ເສດເຫລືອ ຫລືເສດຂີ້ເຫຍື້ອ ເລີຍພາກັນປ່ຽນການສະກົດເສດ ເປັນ ເຊດ. ເຫດຜົນແບບນັ້ນບໍ່ແມ່ນຫຼັກວິຊາການ. ຄໍາສັບທຸກຄໍາສັບມັນມີຮາກມີເຄົ້າ ຂອງມັນ. ຄົ້ນຄວ້າໃຫ້ເລິກເຊິ່ງ ກ່ອນຈະປ່ຽນຄໍາສັບໃດໜຶ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງທີ່ມາ: ປ່ອງຢ້ຽມພາສາລາວ