ບ້ານ​ໃກ້​ເຮືອນ​ຄຽງ ​ຄຳ​ທີ່​ເຄີຍ​ໄດ້​ຍິນ​ກັນ ແລະ ຄວາມ​ໝາຍ​ທີ່​ຊ້ອນ​ຢູ່​

SA Game

DooDiDo

ມາ​ຮູ້​ຈັກ​ຄຳ​ວ່າ”ບ້ານໄກ້ເຮືອນຄຽງ” ແລະ ຄວາມ​ໝາຍ​ຂອງ​ມັນ

ຄຳນີ້ຍັງຖືກໃຊ້ກັນຢູ່ໃນຫມູ່ບ້ານເຂດນອກ​ ຫລື ບາງ​ຊຸມ​ຊົນ​ທີ​ຍັງ​ມີ​ປະ​ເພ​ນີ​ແບບ​ນີ້​ໃນ​ຈິດ​ສຳ​ນຶກ​ຢູ່ ເຊິ່ງຕ່າງຈາກໃນ​ເມືອງ​ຫລວງ ຫລື ເມື່ອງ​ໃຫຍ່​ຕ່າງໆ​, ນີ້​ແມ່ນ​ອິງ​ຕາມ​ປະ​ສົບ​ການ​ຕົວ​ຈິງ​ທີ່ປະ​ສົບ​ພົບ​ພໍ້ມາດ້ວຍ​ຕົນເອງ ດຽວ​ນີ້ແທບຈະບໍ່ມີໃຫ້ເຫັນແລ້ວ ເພາະມັນກຳລັງຈະເລືອນຫາຍໄປແລະ ອາດ​ຈະ​ກາຍ​ເປັນ​ພຽງ​ຄຳ​ເວົ້າ​ທີ່​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ.

ນອກ​ຈາກວ່າ​ເປັນ​ບ້ານ​ຫລື​ເຮືອນ​ທີ່​ຕິດ​ກັນ​ເທົ່າ​ນັ້ນ, ແລະ​ບາງ​ທີ່ບ້ານຕິດກັນແທ້ໆ ຍັງບໍ່ຮູ້ຈັກກັນ ຫາແຕ່ເລື່ອງ​ຕ່າງໆມາຜິດກັນ, ຍາດແຍ່ງ ຊິງດີຊິງເດັ່ນ ແລະ ​ໃສ່ຫນ້າກາກເຂົ້າຫາກັນ ໃສຮ້າຍປ້າຍສີກັນ ທຸກມື້

SA Game
DooDiDo

#ບ້ານໄກ້ເຮືອນຄຽງແມ່ນຫຍັງ?
ແມ່ນການໄປມາຫາສູ່ ການເບິ່ງແຍງ ທັກທາຍກັນ ມີຫຍັງກະຊ່ວຍເຫລືອກັນ ບໍ່ວ່າຈະເປັນອາຫານ ແຮງງານ ເຊັ່ນວ່າ: ບ້ານທ້າວ ກ ດຳນາ ທຸກຄົນຈະຮວມຕົວກັນໄປຊ່ວຍດຳນາ ຫລື ບ້ານໃດມີງານມັດແຂນ ກໍຈະມີເອື້ອຍລ້ຽງ ມີພໍ່ຄົວມາຊ່ວຍກັນຂ້າ ຊ່ວຍກັນເຮັດ ອາຫານ ໂດຍຈະບໍ່ໄດ້ໃຊ້ເງິນຈ້າງຈັກກີບ ຂ້ອຍເອີ້ນມັນວ່າ “ໃຊ້ໃຈຈ້າງ“ ຜູ້ບໍ່ມີແຮງງານ ກະຊ່ວຍເຂົ້າສານ ຜັກ ຫມາກໄມ້ ຄົນລະກຳ ສອງກຳ ຈັບຫິ້ວມາຊ່ວຍ ເຫັນແລ້ວຮູ້ສຶກໄດ້ຖິງຄວາມອົບອຸ່ນ ໃນຄວາມເປັນຫມູ່ບ້ານແທ້ໆ

ຄຳວ່າ”ບ້ານໃກ້ເຮືອນຄຽງ” ຍັງໝາຍເຖິງການໂອບເອື້ອອາລີ ຮັກແພງເຊິ່ງກັນແລະກັນລະຫວ່າງບຸກຄົນ ຫຼື ຄອບຄົວທີ່ຢູ່ໃນບໍລິເວນອັນໃກ້ຄຽງກັນ ອາດຈະບໍ່ແມ່ນພີ້ນ້ອງທາງສາຍເລືອດແຕ່ກໍ່ຮັກແພງແບ່ງປັນກັນບໍ່ຕ່າງຫຍັງກັບຄົນໃນຄອບຄົວດຽວກັນ ຊ່ວຍເປັນຫູເປັນຕາເຊິ່ງກັນ ແລະ ກັນໃນຊ່ວງເວລາທີ່ຂັບຂັນເຊັ່ນວ່າ: ທ. ກ ບໍ່ຢູ່ບ້ານ ເລີຍຝາກ ທ.ຂ ໃຫ້ຊອດສ່ອງເບິ່ງແຍງດູແລໃຫ້ເວລາທີ່ຕົນເອງບໍ່ຢູ່ ບັງເອີນວ່າໃນຊ່ວງເວລາທີ່ ທ.ກ ບໍ່ຢູ່ບ້ານຊ້ຳພັດມີພວກຄົນບໍ່ດີຂື້ນມາງັດແງະບ້ານເຮືອນໃຫ້ເກີດຄວາມເສຍຫາຍແລ້ວ ທ.ຂ ກໍສາມາດແຈ້ງບ້ານ ຫຼື ເຈົ້າໜ້າທີ່ບໍລິເວນໃກ້ຄຽງແທນ ທ.ກ ໄດ້.

ຫາກ​ຈະ​ປຽບ​ທຽບ​ລະ​ດັບ​ປະ​ເທດ​ທີ່​ເວົ້າ​ວ່າ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງກໍ່​ອາດ​ຈະ​ເປັນ​ປະ​ເທດ​ທີ່​ຮັກ​ແພງ​ສະ​ນິດ​ແໜ້ນ​ກັນ, ເຊິ່ງບໍ່ຕ່າງຫຍັງກັບອ້າຍນ້ອງໄທລາວເຮົາ ເຊິ່ງມີຕຳນານເລົ່າຂານກັນມາເປັນເວລາດົນນານແລ້ວ ວ່າເປັນ “ບ້ານໃກ້ເຮືອນຄຽງ” ເພາະໃນເວລາທີ່ປະເທດລາວເຮົາເດືອດຮ້ອນ ປະເທດເພື່ອນບ້ານເຊັ່ນປະເທດໄທກໍ່ຍື່ນມືເຂົ້າມາຊ່ວຍເປັນຈິດໜື່ງໃຈດຽວກັນສະເໝີມາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo