ທ່ານ ສອນໄຊ ສີພັນດອນ ຢ້ຽມ​ຢາມ​ບັນ​ດາ​ໂຄງ​ການ​ຕ່າງໆ​ຢູ່​ຄຳ​ມ່ວນ

SA Game

ຂ​ປ​ລ

ນາຍົກລັດຖະມົນຕີ ລົງ​ຢ້ຽມ​ຢາມເຄື່ອນໄຫວຊຸກຍູ້ວຽກງານ ​ທີ່ແຂວງຄຳມ່ວນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກ ງານ ຢູ່ແຂວງຄຳມ່ວນໃນວັນທີ 16 ກຸມພາ 2023 ນີ້, ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ການເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນ ໃນຄັ້ງນີ້, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ໄປ ຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດ ລາວ-ຄາຍຢວນ ຈຳກັດ ແລະ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ທີ່ຕັ້ງຢູ່ບ້ານນາມະລາດ ແລະ ບ້ານດົງໃຕ້, ເມືອງທ່າແຂກ ຕາມລໍາດັບ; ໂຄງການ ປູກໝາກມ່ວງ ຂອງບໍລິສັດ ເຫີໜານຊາງຈິວ ຢູ່ບ້ານດົງໝາກບ້າ, ເມືອງເຊບັ້ງໄຟ

ໂຮງຮຽນມັດທະຍົມວິຊາຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ຢູ່ບ້ານສອງເໝືອງ, ເມືອງໜອງບົກ; ໂຄງການກໍ່ສ້າງຊົນລະປະທານ ບ້ານຊຽງຫວາງ, ເມືອງໜອງບົກ ແລະ ເຂົ້າຮ່ວມພິທີເປີດງານແຂ່ງຂັນກິລາເປຕັງ ທົ່ວປະເທດ ຄັ້ງທີ XII ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ເດີ່ນກິລາໃນຮົ່ມຂອງແຂວງ.

SA Game
ຂ​ປ​ລ

ໃນການໄປເຄື່ອນໄຫວຢ້ຽມຢາມ ແຕ່ລະສະຖານທີ່, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ຄວາມເອົາໃຈໃສ່ ໃນການພັດທະນາກິດຈະການຂອງຕົນ ເຮັດໃຫ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດ ຕາມແຜນທີ່ກຳນົດໄວ້.

ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາໃຫ້ແຕ່ລະຂະແໜງການ ແລະ ຜູ້ ປະກອບການ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສອງບໍລິສັດ ທີ່ຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ກັບຂະ ແໜງການກ່ຽວຂ້ອງ ກວດກາຄືນ ການຈັດຕັ້ງປະຕິບັດວຽກງານຂອງຕົນ, ລວມທັງການປະຕິບັດສັນຍາສຳປະທານ ໂດຍສະເພາະບັນຫາ ທີ່ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຂຶ້ນ ອັນໃດເຮັດໄດ້ແລ້ວ, ອັນໃດຍັງຄົງຄ້າງ

ເພື່ອເຮັດ ໃຫ້ການເຄື່ອນໄຫວກິດຈະການຖືກຕ້ອງສອດຄ່ອງກັບສັນຍາສຳປະທານ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມ ງວດ, ຮັບປະກັນການປະຕິບັດສິດ ແລະ ພັນທະຢ່າງຄົບຖ້ວນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະເທດ ຊາດ, ປະຊາຊົນ ແລະ ບໍລິສັດຜູ້ລົງທຶນ ຢ່າງສົມສ່ວນ ຕາມທີ່ກຳນົດໄວ້

ໃຫ້ບໍລິສັດຜູ້ລົງທຶນປູກໝາກມ່ວງ ສ້າງ ເງື່ອນໄຂຖ່າຍທອດຄວາມຮູ້ ທາງດ້ານເຕັກນິກ ທີ່ໄດ້ນໍາໃຊ້ເຂົ້າໃນການປູກໝາກມ່ວງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ນຳ ໄປໝູນໃຊ້ໃນຄອບຄົວ ເພື່ອໃຫ້ເຂົາເຈົ້າສາມາດສ້າງເປັນເສດຖະກິດຄອບຄົວ ໃຫ້ດີຂຶ້ນເປັນກ້າວໆ; ສ້າງແຜນຮອງ ຮັບ ໃນການປຸງແຕ່ງໝາກມ່ວງ ທີ່ບໍ່ໄດ້ມາດຕະຖານຂອງຜູ້ຊື້ ຫລື ບໍ່ສາມາດສົ່ງອອກໄປຂາຍຕ່າງປະເທດນັ້ນ ໃຫ້ ກາຍເປັນຜະລິດຕະພັນໃດໜຶ່ງ.

ສໍາລັບ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ແມ່ນ ໃຫ້ເອົາໃຈໃສ່ປົກປັກຮັກສາ ແລະ ນຳໃຊ້ໄດ້ຍາວນານ ໃຫ້ມີຄວາມສະອາດຈົບງາມ, ມີສີຂຽວ (ປູກຕົ້ນໄມ້ເປັນຮົ່ມ ແລະ ຕົ້ນໄມ້ປະດັບ), ມີສະພາບແວດລ້ອມທີ່ດີ, ຄູອາຈານ ແລະ ນັກຮຽນ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ໃຫ້ ມີຜົນສຳເລັດ

ໂດຍສະເພາະ ເປັນຄູສອນດີ-ສອນເກັ່ງ, ເປັນນັກຮຽນດີ-ຮຽນເກັ່ງ, ເປັນເຈົ້າການ ປະກອບສ່ວນພັດ ທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນຍຸດທະສາດ ກໍຄື ແຜນພັດທະນາປະເທດຊາດ ໃນແຕ່ລະໄລ ຍະ

SA Game
ຂ​ປ​ລ

ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຊົນລະປະທານ ບ້ານຊຽງຫວາງ ໃຫ້ສຳເລັດ ຕາມແຜນທີ່ກຳນົດໄວ້, ຮັບປະກັນດ້ານມາດຕະຖານເຕັກນິກ, ຄຸ້ມຄອງ ໃຫ້ສາມາດນຳໃຊ້ໄດ້ຍາວນານ, ມີປະສິດ ທິພາບ ແລະ ປະສິດທິຜົນ.

ໃນພິທີເປີດງານແຂ່ງຂັນກິລາເປຕັງ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ກ່າວຍ້ອງຍໍຊົມເຊີຍ ຕໍ່ທຸກ ພາກສ່ວນ ທີ່ໄດ້ເອົາໃຈໃສ່ກະກຽມດ້ານຕ່າງໆ ເຮັດໃຫ້ມີຄວາມພ້ອມໃນການແຂ່ງຂັນ 100% ພ້ອມທັງ ສະແດງເຊື່ອ ໝັ້ນວ່າ ບັນດາຄະນະນໍາ, ກໍາມະການຕັດສິນ, ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຈະເສີມຂະຫຍາຍຈິດໃຈຟົດຟື້ນ ປະຕິວັດ ເຮັດໃຫ້ງານແຂ່ງຂັນຄັ້ງນີ້ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ປະຕິບັດຕາມລະບຽບ ແລະ ກະ ຕິກາຂອງການແຂ່ງຂັນ ຢ່າງເຂັ້ມງວດ, ມີຄວາມຍຸຕິທຳ, ໂປ່ງໄສ, ມີຄວາມສາມັກຄີ, ຮັບປະກັນໄດ້ ຄວາມສະຫງົບ-ປອດໄພ

ທັງສອດຄ່ອງເນື້ອໃນຈິດໃຈ 5 ຫລັກມູນ ຂອງການສຶກສາ (ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານ ສຶກສາ, ພາລະສຶກສາ ແລະ ສິລະປະສຶກສາ) ເປັນຢ່າງດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ