ການຖອດຖອນບົດຮຽນການເປັນເສນາທິການ​ຂອງ​ຫ້ອງວ່າ​ການ​ພັກ

SA Game

ຂ​ປ​ລ

ເນັ້ນ​ຄຸນ​ນະ​ພາບ ຫ້ອງວ່າການສູນກາງພັກ ຖອດຖອນບົດຮຽນການເປັນເສນາທິການ

ໃນວັນທີ 26 ມັງກອນ 2023, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມຕີລາຄາຖອດຖອນບົດຮຽນ ກ່ຽວກັບການເປັນເສນາທິການໃນການຮັບໃຊ້ການນຳຂັ້ນສູງ  ໂດຍການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໂດຍມີບັນດາ ຄະນະຫ້ອງວ່າການສູນກາງພັກ, ຄະນະກົມ, ຄະນະພະແນກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍພະນັກງານ-ລັດຖະກອນ ກ່ຽວຂ້ອງ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຄະນະຮັບຜິດຊອບ ໄດ້ລາຍງານການສະຫລຸບຖອດບົດຮຽນກ່ຽວກັບ ການປະຕິບັດພາລະບົດບາດ ຂອງຫ້ອງວ່າການສູນກາງພັກ ໃນການເປັນເສນາທິການຮັບໃຊ້ການນຳຂັ້ນສູງ, ເຊິ່ງໄດ້ຍົກໃຫ້ເຫັນສະພາບການຕົວຈິງໃນການປະຕິບັດວຽກງານຜ່ານມາ, ຈຸດດີ-ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນປຶກສາຫາລື ແລະ ຫາວິທີທາງແກ້ໄຂ ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງໃຫ້ດີຂຶ້ນ.

SA Game
ຂ​ປ​ລ

ໂອກາດນີ້, ສະຫາຍ ທອງສະລິດ ມັງໝໍ່ເມກ ໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານ ທີ່ມີໜ້າທີ່ຮັບຜິດ ຊອບວຽກງານດັ່ງກ່າວ ຈົ່ງໄດ້ຍົກສູງຄຸນນະພາບໃນການຕິດຕາມການຜັນຂະຫຍາຍ ແລະ ຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ ແລະ ການກະກຽມໃຫ້ກັບການດໍາເນີນກອງປະຊຸມໃຫຍ່ 3 ຂັັ້ນຂອງພັກ ກໍຄື ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັັ້ງຕໍ່ໄປ ໃຫ້ມີຄຸນນະພາບສູງກວ່າເກົ່າ

ປັບປຸງກົງຈັກເສນາທິການໃຫ້ສອດຄ່ອງ, ມີປະສິດທິພາບ ຕິດພັນກັບການປັບປຸງ ຍົກລະດັບວຽກງານວິຊາສະເພາະໃຫ້ມີແບບແຜນວິທະຍາສາດ ແລະ ທັນສະ ໄໝເທື່ອລະກ້າວ ໂດຍສຸມໃສ່ປັບປຸງບັນດາກົມເສນາທິການດ້ານເນື້ອໃນ ແລະ ດ້ານບໍລິຫານໃຫ້ຮັບປະກັນການ ເຄື່ອນໄຫວວຽກງານມີຄວາມກົມກຽວ ແລະ ມີປະສິດທິຜົນກ່ວາເກົ່າ

ສືບຕໍ່ປັບປຸງກົນໄກ, ວິທີການເຄື່ອນໄຫວຕິດຕາມຂອງຫ້ອງວ່າການສູນກາງພັກໃຫ້ ມີລັກສະນະວິທະຍາສາດ, ເປັນລະບອບຫລັກການທີ່ເປັນເອກະພາບ; ມີການກໍານົດຈຸດປະສົງ, ລະດັບຄາດໝາຍ, ເນື້ອໃນ, ວິທີເຄື່ອນໄຫວຕິດຕາມ, ຈັດວາງການຈັດຕັັ້ງ ແລະ ກໍາລັງພະ ນັກງານ

ສຸມໃສ່ປັບປຸງໜ້າທີ່ຄວາມຮັບຜິດຊອບ ແລະ ກໍານົດລະບອບການແບ່ງງານ, ແບ່ງໜ້າທີ່ວຽກງານ ແລະ ລະ ບອບກົນໄກປະສານງານລະຫວ່າງພາກສ່ວນທີ່ເຮັດໜ້າທີ່ເສນາທິການຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ຮັບປະກັນຄວາມຄ່ອງຕົວ ໂດຍສະເພາະແມ່ນວຽກຕິດຕາມ, ເກັບກໍາ, ຂໍ້ມູນຂ່າວສານກ່ຽວກັບການຈັດຕັັ້ງຜັນຂະຫຍາຍມະຕິ, ຄໍາສັັ່ງຂອງພັກ ແລະ ລະບຽບກົດໝາຍຂອງລັດ

SA Game
ຂ​ປ​ລ

ຍົກລະດັບຄວາມສາມາດຂອງຖັນແຖວພະກງານເສນາທິການຂອງຫ້ອງວ່າການສູນກາງພັກ ໃຫ້ສົມຄູ່ກັບໜ້າທີ່ວຽກງານຕົວຈິງ ພ້ອມທັງປະກອບພະນັກງານທີ່ມີມາດຖານເງື່ອນໄຂ ເຂົ້າໃສ່ແຕ່ລະໜ່ວຍງານໃຫ້ຄົບຖ້ວນ

ສືບຕໍ່ວຽກປັບປຸງພື້ນຖານວັດຖຸ-ເຕັກນິກ, ເພີ່ມທະວີ ແລະ ຍົກລະດັບການນໍາໃຊ້ ພາຫະນະເຄື່ອງມື ແລະ ເຕັກໂນໂລຊີທັນສະໄໝ ເຂົ້າໃນວຽກງານເສນາທິການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.