ກອງ​ປະ​ຊຸມລັດຖະບານ ວິສາມັນ ເພື່ອພັດທະນາເສດຖະກິດ-ສັງຄົມ

SA Game

ກົມປະຊາສຳພັນ ຫສນຍ.

ລັດຖະບານ ໄຂກອງປະຊຸມວິສາມັນ ປຶກສາຫາລື ກ່ຽວກັບ ຮ່າງກົດໝາຍ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ ໂດຍສະເພາະ ເພື່ອປະຕິບັດ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ບັນລຸຕາມຄາດໝາຍ.

ລັດຖະບານ ໄດ້ໄຂກອງປະຊຸມວິສາມັນ ທີ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 15 ມີນາ 2023, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະດຳເນີນ ໃນລະຫວ່າງວັນທີ 15-16 ມີນາ 2023 ເຊິ່ງເນື້ອໃນຂອງກອງປະຊຸມ ແມ່ນຈະລາຍງານ, ຄົ້ນຄວ້າ, ປຶກສາຫາລື ກ່ຽວກັບ ຮ່າງກົດໝາຍ 9 ສະບັບ ທີ່ລັດຖະບານ ຈະສະເໜີ ຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື:

SA Game
ກົມປະຊາສຳພັນ ຫສນຍ.

ຮ່າງກົດໝາຍ ວ່າດ້ວຍ ສາທາລະນະສຸກ (ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍການຈັດພິມຈຳ ໜ່າຍ (ສະບັບປັບປຸງ)

ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍການ ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສ້າງໃໝ່).

SA Game
ກົມປະຊາສຳພັນ ຫສນຍ.

ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະ ກອບຄຳເຫັນຢ່າງເລິກເຊິ່ງ, ກະທັດຮັດ ແລະ ມີຈຸດສຸມ ເພື່ອຮັບປະກັນໃຫ້ບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າພິຈາລະ ນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທັນຕາມກຳນົດເວລາ ແລະ ມີເນື້ອໃນ ລະອຽດ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ.