ທູດອັງກິດ ປະຈຳລາວຢ້ຽມຢາມເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

SA Game

ໜັງສືພິມບໍ່ແກ້ວ Bokeo Newspaper

ອັກຄະລັດຖະທູດອັງກິດ ຜູ້ມີອຳນາດເຕັມປະຈຳລາວ ເດີນທາງມາຢ້ຽມຢາມເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ທ່ານ ຈອນ ເພຍຣສັນ ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກອັງກິດ ຜູ້ມີອຳນາດເຕັມ ປະຈຳລາວ ພ້ອມດ້ວຍຄະນະ ເດີ​ນ​ທາງຢ້ຽມຍາມທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳໃນວັນທີ 7 ກັນຍາ 2022, ທີ່ສະໜາມບິນສາກົນ ບໍ່ແກ້ວ, ໃຫ້ກຽດຕ້ອນຮັບດ້ວຍ ທ່ານ ສີລັດ ແສງດາລາ ຮັກສາການຫົວໜ້າພະແນກຕ່າງປະເທດແຂວງ ບໍ່ແກ້ວ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ.

ພ້ອມໄດ້ລົງທ່ຽວຊົມສະໜາມບິນສາກົນ ບໍ່ແກ້ວ, ໂຄງການພັດທະນາກະສິກຳ, ໂຄງການພັດທະນາພາຍໃນຕົວເມືອງ, ທ່າເຮືອຂົນສົ່ງສິນຄ້າສາກົນ, ທ່າເຮືອຜູ້ໂດຍສານ, ປ່ອງຢ້ຽມສາມຫຼ່ຽມຄຳ, ຕະຫລາດວັດທະນະທຳນາໆຊາດ ແລະ ໂຮງແຮມດາວດອກງິ້ວຄຳ ເຫັນໄດ້ເຖິງການພັດທະນາຂອງເຂດເຮົາມີການພັດທະນາໄດ້ຢ່າງວ່ອງໄວ ແລະ ຍັງມີສະຖານທີທ່ອງທ່ຽວທີ່ສາມາດເຂົ້າມາທ່ຽວຊົມໄດ້.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ວັນດ່ຽວກັນ ທ່ານ ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກອັງກິດ ປະຈຳປະເທດລາວ ພ້ອມຄະນະກໍ່ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບໍ່ແກ້ວ ແລະ ເຂົາພົບ ຄະນະປະຈຳພັກແຂວງ ກໍ່ໄດ້ຕ້ອນຮັບຈາກ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ພ້ອມທັງລາຍງານສະພາບ ແລະ ຈຸດພິເສດຂອງແຂວງບໍ່ແກ້ວໂດຍຫຍໍ້ແຂວງບໍ່ແກ້ວ ເຊິງ ແຂວງບໍ່ແກ້ວມີທ່າແຮງ ດ້ານການຂົ່ນສົ່ງ ຜ່ານແດນ,ມີດ່ານສາກົນ 3 ແຫ່ງ,ມີການຄ້າກັບປະເທດໃກ້ຄຽງ,ມີແຫຼງທ່ອງທ່ຽວທາງທຳມະຊາດ,ປະຫວັດສາດ,ວັດທະນະທຳ ຫຼາຍແຫ່ງ,ມີເນື້ອທີດິນທີອູດົມສົມບຸນເໝາະແກ່ການຜະລິດເປັນສິນຄ້າ,ມີແມ່ນໍ້າຫຼາຍສາຍທີ່ສາມາດສ້າງເຂືອນໄຟຟ້າ,ມີເຂດເສດຖະກິດພິເສດສາຫຼຽມຄຳເຊິ່ງມີຜູ້ພັດທະນາ,ນັກລົງທຶນ,ແຮງງານທັງພາຍໃນ ແລະ ຕ່າງປະເທດ.ປະຈຸບັນແມ່ນຍັງສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ສະໜາມບິນ ສາກົນແຂວງບໍ່ແກ້ວ ຄາດວ່າຈະເປີດນໍາໃຊຢ່າງເປັນທາງການໃນ ໄວໆນີ້.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ທ່ານ ຈອນ ເພຍຣສັນ ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກອັງກິດ ຜູ້ມີອຳນາດເຕັມ ປະຈຳລາວ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຢູ່ ສປປລາວ ໃນນາມເປັນເອກອັກຄະລັດຖະທູດ ກໍ່ມິຫຼາຍວຽກງານທີຮ່ວມມືແລະໃຫ້ການຊ່ວຍເຫຼືອ ເປັນຕົ້ນແມ່ນການຊ່ວຍເຫຼືອວັກຊິກ ປ້ອງກັນໂຄງວິດ -19, ອຸປະການການເພດ,ການຮ່ວມມືດ່ານວຽກງານສາທາ,ສຶກສາ, ວຽກງານສິງແວດລ້ອມ ການນຳໃຊ້ພະລັງານສະອາດປະສະຈາກມົນລະຜິດທາງອາກາດ,ການເກັບກູ້ລະເບີດບໍ່ທັນແຕກ ແລະ ວຽກງານອື່ນພ້ອມທັງສະເໜີໃຫ້ແຂວງບໍ່ແກ້ວມີດ່ານໃດທີ່ແຂວງຈະໃຫ້ການທູດອັງກິດປະຈຳລາວມີສວນຮ່ວມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ