ກວດ​ກາ​ຄຸ້ມ​ຄອງ​ຄວາມ​ເປັນ​ລະ​ບຽບ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ

SA Game

ໜັງສືພິມບໍ່ແກ້ວ Bokeo Newspaper

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລົງກວດກາຄວາມເປັນລະບຽບຮຽບຮ້ອຍ

ເພື່ອເຮັດໃຫ້ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ​່​ແກ້ວ​ໄດ້​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ກາຍເປັນເມືອງທີ່ເໝາະສົມແກ່ການດຳເນີນທຸລະກິດ, ທີ່ຢູ່ອາໄສ, ຄວາມ​ສະ​ຫງົບ ແລະ ໜ້າທ່ອງທ່ຽວ, ຄະນະທີມງານຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລົງກວດກາຄວາມເປັນລະບຽບຮຽບຮ້ອຍຂອງຜູ້ປະກອບການ ແລະ ຜູ້ອອກແຮງງານພາຍໃນເຂດ​ເສດ​ຖະ​ກິດ​ພິ​ເສດ​ນີ້.

​ດັ່ງ​ນັ້ນ, ໃນຄ່ຳຄືນຂອງວັນທີ 6 ກັນຍາ 2022 ກະຊວງປ້ອງກັນຄວາມສະຫງົບ, ປກສ ແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ປກສ-ປກຊ ປະຈຳເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳພາຍ​ໃນ​ເຂດ ໂດຍມີຈຸດປະສົງເພື່ອສະກັດ​ກັ້ນ​ການ​ກະທຳທີ່​ຜິດ​ຕໍ່ລະບຽບກົດໝາຍເຊັ່ນ:

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ການ​ລັກລອບ​ຄ້າສິ່ງ​ເສບ​ຕິດ, ການນຳ​ໃຊ້ແຮງ​ງານ​ຜິດ​ກົດໝາຍ, ການ​ຄ້າ​ມະນຸດ ແລະ ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ. ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ປະກອບການ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍ.

ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ​ ແມ່ນຍຶດ​ໝັ້ນ​​ການທ່ອງ​ທ່ຽວ​ເປັນ​ທິດ​ທາງໃນການພັດທະນາ, ສູ້ຊົນໃຫ້ສະພາບແວດລ້ອມພາຍໃນ ແລະ ອ້ອມແອ້ມເຂດໃຫ້ມີຄວາມສະຫງົບ ແລະ ປອດໄພ ເພື່ອການພັດທະນາທີຍືນຍົງ. ໃນການລົງກວດກາຄັ້ງນີ້ກໍ່ແມ່ນການປະຕິບັດຄຳສັ່ງຂອງຂັ້ນເທິງ ໃນການປັບປຸງ​ການ​ຄຸ້ມ​ຄອງ​ ແລະ ຍົກລະດັບຄວາມສະຫງົບປອດໄພພາຍໃນເຂດ.
SA Game
ໜັງສືພິມບໍ່ແກ້ວ Bokeo Newspaper
ເພື່ອ​ໃຫ້ນັກລົງທຶນມີຄວາມຄວາມໝັ້ນໃຈ, ຜູ້ອອກແຮງງານເຮັດວຽກດ້ວຍຄວາມສະບາຍໃຈ ແລະ ນັກທ່ອງທ່ຽວສາມາດທ່ອງທ່ຽວຢ່າງມີຄວາມສຸກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ຫ້ອງການໂຄສະນາເຜີ່ຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.