​ຢ້ຽມ​ຢາມ​ມົງ​ໂກ​ລີ​ຂອງ​ຮອງ​ນາ​ຍົກໃນ​ການພົບປະສອງຝ່າຍ ລາວ – ມົງ​ໂກ​ລີ

SA Game

Sourioudong Sundara

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 04 ກັນຍາ 2022, ທີ່ກະຊວງການຕ່າງປະເທດ ມົງໂກລີ, ໄດ້​ມີການພົບປະສອງຝ່າຍ ລາວ – ມົງ​ໂກ​ລີ, ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປລາວ ແລະ ມົງໂກລີ ຕະຫລອດໄລຍະ 60 ປີຜ່ານມາ, ໃນນັ້ນມ​ີ​ຂໍ້​ມູ​ນ​ລາຍ​ລະ​ອຽດ​ໃນ​ການ​ປືກ​ສາ​ຫາ​ລື​ໂອ້​ລົມ​ກັນ​ດັ່ງ​ນີ້:

1. ໄດ້ປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ – ມົງໂກລີ, ມົງໂກລີ-ລາວ (JC) ຄັ້ງທີ 11 ທີ່ລົງນາມໃນປີ 2018 ຜ່ານມາ,

2. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຕໍ່ການພົວພັນຮ່ວມມືທີ່ໄດ້ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆມາ, ເຊິ່ງການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ດໍາເນີນໄປ ເປັນແຕ່ລະໄລຍະ;

SA Game
Sourioudong Sundara

3. ການຮ່ວມມືສອງຝ່າຍໃນດ້ານຕ່າງໆໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເປັນຕົ້ນການຮ່ວມມືທາງດ້ານສາທາລະນະສຸກ, ການສຶກສາ, ກະສິກໍາ, ການຮ່ວມມືສາຍສະພາ ແລະ ສາຍພັກ;

4. ນອກນັ້ນເຖິງແມ່ນວ່າ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນໄລຍະຜ່ານມາ ແມ່ນຍັງມີບໍ່ຫຼາຍ, ແຕ່ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ກໍ່ໄດ້ພະຍາຍາມຊຸກຍູ້ ເພື່ອໃຫ້ມີການຮ່ວມມື ໃນດ້ານດັ່ງກ່າວ ຫລາຍຂຶ້ນ;

5. ພ້ອມນີ້, ສອງຝ່າຍຍັງໄດ້ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍເເດນຕິດກັບທະເລ (ກຸ່ມປະເທດ LLDCs) ແລະ ອື່ນໆ;

6. ຝ່າຍມົງໂກລີ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ເຊິ່ງຖືເປັນນິມິດໝາຍທີ່ມີຄວາມສໍາຄັນທາງປະຫວັດສາດອີກຄັ້ງໜຶ່ງ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ເວົ້າລວມ, ເວົ້າສະເພາະ ກໍ່ຄືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ມົງໂກລີ;

7. ພິເສດໃນປີ 2022 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນເເຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962 – 12 ກັນຍາ 2022), ເຊິ່ງສອງຝ່າຍຈະໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງໃຫ້ມີບັນຍາກາດຄຶກຄື້ນ;

8. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ມົງໂກລີ;

9. ເຫັນດີໃຫ້ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ, ພ້ອມທັງສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ ແລະ ຂົນຂວາຍ ບັນດາວິສາຫະກິດຂອງມົງໂກລີ ທີ່ມີທ່າແຮງ ໂດຍສະເພາະແມ່ນຂະເເໜງກະສິກໍາ ແລະ ຂະແໜງອື່ນໆ ເຂົ້າມາລົງທຶນຢູ່ ສປປລາວ;

SA Game
Sourioudong Sundara

10. ໂດຍອີງໃສ່ທ່າແຮງດ້ານການຂົນສົ່ງ ແລະ ເຊື່ອມຈອດຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ກັບມົງໂກລີ, ເຊິ່ງຈະເຮັດໃຫ້ການຂົນສົ່ງແລກປ່ຽນສິນຄ້າ ແລະ ການໄປມາຫາສູ່ມີຄວາມສະດວກຍິ່ງຂຶ້ນ;

11. ນອກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ລວມເຖິງມາດຕະການຜ່ອນຜັນ ແລະ ເປີດປະເທດ ພາຍຫຼັງສະພາບການແຜ່ລະບາດຂອງໂຄວິດ-19 ຜ່ອນຄາຍລົງ;

12. ເຫັນດີຈະສືບຕໍ່ສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ໃນຂອບການຮ່ວມມືຂອງກຸ່ມປະເທດ LLDCs, ອາຊຽນ-ມົງໂກລີ, ອົງການ ສປຊ ແລະ ອື່ນໆ;

13. ນອກຈາກນັ້ນ, ສປປ ລາວ ມີຄວາມຍິນດີ ຈະເປັນເຈົ້າພາບຈັດກອງປະຊຸມ JC ຄັ້ງທີ 12 ທີ່ ສປປ ລາວ ໃນເດືອນທັນວາ 2022 ນີ້, ໂດຍການເປັນປະທານຮ່ວມຂອງສອງລັດຖະມົນຕີກະຊວງສາທາລະນະສຸກ ລາວ-ມົງໂກລີ;

(2). ພາຍຫຼັງສຳເລັດການພົບປະຂອງສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ມົງໂກລີ:

1. ຮ່ວມລົງນາມບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດແຫ່ງ ສປປລາວ ແລະ ກະຊວງການຕ່າງປະເທດ ມົງໂກລີ;

2. ຮ່ວມເປັນສັກຂີພິຍານການລົງນາມສັນຍາ ວ່າດ້ວຍ ການຮ່ວມມືແລກປ່ຽນດ້ານການສຶກສາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາແຫ່ງ ສປປລາວ ແລະ ກະຊວງສຶກສາ ແລະ ວິທະຍາສາດແຫ່ງ ມົງໂກລີ ສໍາລັບປີ 2022-2027;

3. ຮ່ວມລົງນາມຂອງທ່ານ ແພງສະຫວັນ ແກ້ວປະເສີດ, ເອກອັກຄະລັດຖະທູດແຫ່ງ ສປປລາວ ປະຈໍາ ມົງໂກລີ ແລະ ທ່ານ ກ. ບັງບາຢາຣ໌, ຮອງລັດຖະມົນຕີກະຊວງສຶກສາ ແລະ ວິທະຍາສາດແຫ່ງ ມົງໂກລີ;

(2). ໃນໂອກາດດຽວກັນ, ສອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ ແລະ ມົງໂກລີ ກໍໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ໝາກຜົນຂອງການພົບປະສອງຝ່າຍ ໃນຄັ້ງນີ້;

(3). ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປລາວ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ ລັດຖະບານມົງໂກລີ ໂດຍມອບຜ່ານທ່ານ ລັດຖະມົນຕີ ບັດເຊເຊັກ ບັດເມີງ, ເຊິ່ງແມ່ນຫຼຽນໄຊມິດຕະພາບ ຈາກລັດຖະບານແຫ່ງ ສປປລາວ ມອບໃຫ້ແກ່ ລັດຖະບານແຫ່ງ ມົງໂກລີ ໃນໂອກາດທີ່ ລັດຖະບານມົງໂກລີ ໄດ້ມອບແກະ ຈໍານວນ 1.050 ໂຕໃຫ້ແກ່ ສປປລາວ ໃນປີ 2018 ຜ່ານມາ.

(4). ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ໂອ. ຄູເຣນສຸກ, ປະທານາທິບໍດີແຫ່ງ ມົງໂກລີ ແລະ ທ່ານ ກ. ຊັງຕັງຊາທາຣ໌ (G. Zandanshatar), ປະທານສະພາຄູຣານໃຫຍ່ແຫ່ງ ມົງໂກລີ (ຂໍ້ມູນ ກົມການຂ່າວ ກະຊວງການຕ່າງປະເທດ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Sourioudong Sundara