ທູດລາວ ຍື່ນສານຕາຕັ້ງເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນ

SA Game

ຂປລ. 

ຍື່ນສານຕາຕັ້ງຕໍ່ປະທານາທິບໍດີແຫ່ງ ໄຊປຣັດສ ສຳ​ລັບທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ

ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ນິໂກສ ອານາສະຕາຊີອາເດັສ(Nicos Anastasiades) ປະທານາທິບໍດີແຫ່ງ ສາທາລະນະລັດ ໄຊປຣັດສ ໃນວັນທີ 8 ທັນວາ 2022, ທີ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊ ປຣັດສ(Presidential Palace)

ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳສາທາລະ ນະລັດ ໄຊປຣັດສ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນເຊີແນວ, ສະວິດເຊີແລນ.

ພາຍຫລັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ ໄດ້ພົບປະໂອ້ລົມກັບທ່ານ ປະທານາທິບໍດີເຊິ່ງກ່ອນອື່ນທ່ານທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກ ແພງຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນິໂກສ ອານາສຕາຊີອາເດັສ ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ໄຊປຣັດສ ທຸກຖ້ວນໜ້າ ແລະ ໄດ້ສະ ແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງ ໄຊປຮັດສ ໃນໄລຍະຜ່ານມາ

SA Game
ຂປລ.

ພິເສດ, ໄດ້ຢືນຢັນ ຈະສຸມທຸກຄວາມພະຍາຍາມ ເພື່ອເສີມສ້າງສາຍພົວພັນຮ່ວມມືສອງຝ່າຍ ລາວ-ໄຊປຣັດສ ກໍຄື ຂອບ ສປຊ ແລະ ອາຊຽນ-ອີຢູ ໃຫ້ນັບມື້ນັບເພີ່ມທະວີ ໃນ

ໂອກາດດັ່ງກ່າວ ທ່ານປະ ທານາທິບໍດີ ໄດ້ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງ ຂອງທ່ານ ເອກອັກຄະລັດຖະທູດລາວຄົນໃໝ່ ປະ ຈຳສາທາລະນະລັດ ໄຊປຣັດສ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ ເພື່ອສົ່ງເສີມການພົວພັນຮ່ວມມື ຂອງສອງປະເທດໃນຕໍ່ໜ້າ.

ໃນໂອກາດໄປເຄື່ອນໄຫວຍື່ນສານຕາຕັ້ງ ໃນຄັ້ງນີ້, ທ່ານທູດລາວຄົນໃໝ່ ຍັງໄດ້ພົບປະ-ເຮັດວຽກແບບສອງຝ່າຍ ກັບທ່ານ Andreas Ignatiou ຫົວໜ້າກົມກິດຈະການການເມືອງ ແລະ ທ່ານ Theodoros Forides ຫົວໜ້າກົມອາຊີ-ປາຊີຟິກ, ກະຊວງການຕ່າງປະເທດໄຊປຣັດສ ເຊິ່ງໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ໄຊປຣັດສ ໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນຕໍ່ໜ້າ ໂດຍຈະສຸມໃສ່ບາງຂົງເຂດການຮ່ວມມື ທີ່ເປັນບູລິມະສິດ ແລະ ສອງຝ່າຍມີທ່າແຮງບົ່ມຊ້ອນ ເປັນຕົ້ນ:

ການສຶກສາ, ທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ລວມທັງການຮ່ວມມືຂອບຫລາຍຝ່າຍ: ສະຫະປະຊາຊາດ ແລະ ອາຊຽນ-ອີຢູ. ສປປ ລາວ ແລະ ສາທາລະນະລັດໄຊປຣັດສ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ມິຖຸນາ ປີ 2000.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.