ຈະ​ພັດ​ທະ​ນາ TaxRIS ເຊືອມ​ຕໍ ລະບົບ AMIS ຂໍ້ມູນໃນແບບເອເລັກໂຕຣນິກ

SA Game

ກະຊວງການເງິນ

ຈະເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບເອເລັກໂຕຣນິກ ກັບລະບົບ TaxRIS

ໄດ້​ມີ​ການຈັດກອງປະຊຸມປຶກສາຫາລື ແລະ ການພັດການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບເອເລັກໂຕຣນິກ(AMIS) ກັບລະບົບ TaxRIS ຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ມີຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດກະຊວງການເງິນ, ຕາງໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກົມສ່ວຍສາອາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບ ການນຳສະເໜີການພັດທະນາການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼຣນິກກັບລະບົບ TaxRISໂດຍບໍລິສັດຜູ້ພັດທະນາລະບົບ AMIS ແລະ ກົມສ່ວຍສາອາກອນ ໃນການເຊື່ອມຕໍ່ແມ່ນສາມາດດຶງຂໍ້ມູນເລກລະຫັດຜູ້ເສຍອາກອນ (TIN), ຊຶ່ງສາມາດສະແດງຂໍ້ມູນຢູ່ໃນລະບົບ AMIS ສຳເລັດແລ້ວ

SA Game
ກະຊວງການເງິນ

ພ້ອມກັນນັ້ນ ກໍສາມາດສົ່ງຂໍ້ມູນສັນຍາເຊົ່າສຳປະທານເຂື່ອນ ແລະ ບໍ່ແຮ່ ຫາລະບົບ TaxRIS ສຳເລັດແລ້ວ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຢັ້ງຢືນ ແລະ ຮັບຮອງການພັດທະນາການເຊື່ອມຕໍ່ລະບົບ.

SA Game
ກະຊວງການເງິນ

ສຳລັບ ການພັດທະນາລະບົບການເຊື່ອມຕໍ່ທີ່ນອກສັນຍາ ແລະ TOR ເພື່ອດືງຂໍ້ມູນຈາກລະບົບ AMIS ແລະ TaxRIS ເພື່ອເຊື່ອມໂຍງກັນ ແລະ ແລກປ່ຽນຂໍ້ມູນກັນໃຫ້ຄົບຖ້ວນສົມບູນທີ່ມີຫລາຍ API ແລະ ຫລາຍ Module ຕາມຄວາມຕ້ອງການຂອງກະຊວງການເງິນ ແມ່ນຈະຕ້ອງໄດ້ສຳຫລວດອອກແບບ, ພັດທະນາ API ແລະ Module ໃໝ່ ແລະ ສ້າງແຜນດຳເນີນງານ, ແຜນວຽກແລະ ການກຳນົດເວລາມື້ເລີ່ມຕົ້ນ ແລະ ມື້ສຳເລັດວຽກຮ່ວມກັນລະຫວ່າງກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ບໍລິສັດຜູ້ພັດທະນາລະບົບ, ເນື່ອງຈາກເປັນ Phase ໃໝ່ ແລະ ບໍ່ກ່ຽວຂ້ອງກັບໂຄງສ້າງການອອກແບບ ແລະ ພັດທະນາລະບົບຄຸ້ມຄອງຂໍ້ມູນຊັບສິນໃນໄລຍະຜ່ານມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ