ປີ 2023 ສປປ ລາວ ກຽມສົ່ງອອກ ໝາກມີ້ໄປປະເທດຈີນ ຫລາຍຮ້ອຍ ໂຕນ

SA Game

kpl.gov.la

ສົ່ງເສີມກະສິກໍາ ລາວກຽມສົ່ງອອກໝາກມີ້ ໄປຕະຫລາດຈີນ ພາຍໃນປີ ​ໜ້າ​ນີ້.

 ຖື​ວ່າ​ເປັນ​ຂ່າວ​ດີ​ຫລາຍ, ສປປ ລາວ ກຽມສົ່ງອອກ ໝາກມີ້ໄປປະເທດຈີນ ຫລາຍຮ້ອຍ ໂຕນພາຍໃນປີ 2023 ຜ່ານເສັ້ນ ທາງລົດໄຟລາວຈີນ ເມື່ອນັກທຸລະກິດຊາວລາວ ໄດ້ປະກາດວ່າຕົນເອງ ໃຊ້ເວລາທຸ້ມເທຢ່າງງຽບໆເກືອບ 4 ປີ ເພື່ອມຸ່ງໝັ້ນພັດທະນາ ເນື້ອທີ່ປູກປະມານ 300 ກວ່າເຮັກຕາ ຈົນເຕີບໃຫຍ່ ແລະ ເຖິງເວລາເກັບກ່ຽວ ໝາກຜົນໄລຍະທໍາອິດ.

ຍ້ອນຄວາມຕ້ອງການ ຂອງຕະຫລາດ ໃນປະເທດເພື່ອນບ້ານໄກ້ຄຽງ ແລະ ສາກົນບໍ່ຄືເກົ່າ ຈິ່ງໄດ້ຕັດສິນໃຈລຸກໃໝ່ນັ່ງໃໝ່ ເພື່ອຊອກຫາ ຢູ່ຫາກິນ ຕາມຍຸກຕາມສະໄໝຄື ການປັບໂຕໃຫ້ສອດຄ່ອງ ກັບແນວທາງນະໂຍບາຍ ຂອງພັກລັດຖະບານ

ໂດຍສະເພາະການພັດທະນາ ສີຂຽວຍືນຍົງຫັນເປັນອຸດສາຫະກໍາ ທັນສະໄໝກົນໄກເສດຖະກິດຕະຫລາດຖືເອົາການຜະລິດກະສິກໍາການປູກການລ້ຽງ ເປັນໄມ້ງັດເສດຖະກິດຂອງຊາດເຊື່ອມໂຍງເສດຖະກິດການຄ້າ ດີຈິຕອນໄປຄູ່ຂະໜານ ກັບເສັ້ນທາງລົດໄຟ ລາວຈີນ ພາຍໃຕ້ຂອບການຮ່ວມມື “ ໜຶ່ງແລວ ໜຶ່ງເສັ້ນທາງ ລະຫວ່າງ ລາວຈີນ ເປັນກຸນແຈສໍາຄັນ ໃນການນໍາເອົາຜົນຜະລິດ ອອກສູ່ ສປ ຈີນອາຊຽນຕາເວັນອອກກາງເອີຣົບ ແລະ ອື່ນໆ.

SA Game
kpl.gov.la

 ທ່ານ ນາງ ກິ່ງແກ້ວ ຈັນທະ ລັງສີ ເລົ່າດ້ວຍຄວາມຫວັງທີ່ສົດໃສວ່າ

ຕົນເອງຄິດຖືກແລ້ວໃນການຕັດສິນໃຈ ຕັດຕົ້ນກ້ວຍຖິ້ມ ແລະ ຢຸດປູກກ້ວຍ ເຖິງແມ່ນມັນຈະສ້າງລາຍໄດ້ ແຕ່ລະປີບໍ່ໜ້ອຍກໍຕາມ ແຕ່ຫາກຄິດແບບວິທະຍາສາດ ແລະ ເບິ່ງກວ້າງແນມໄກນັ້ນ ເຫັນ ວ່າການປູກຖົ່ວລຽນ ແລະ ໝາກມີ້ ຈະເປັນຂຸມຊັບທີ່ຍືນຍົງ ຍາວນານກວ່າປູກກ້ວຍ ເພາະອາຍຸຂອງມັນ ຈະສາມາດຢູ່ນໍາເຖິງ 30-70 ປີ ໃຫ້ຜົນຜະລິດ

ແນ່ນອນວ່າ ການປູກຖົ່ວລຽນ ແລະ ໝາກມີ້ ອາດລໍາບາກໃນການເບິ່ງແຍງບົວລະບັດ ແລະ ເອົາໃຈໃສ່ເປັນພິເສດ ແຕ່ຫາກເມື່ອມັນໃຫຍ່ຂຶ້ນ ກໍ ບໍ່ຈໍາເປັນ ຕ້ອງເຮັດທຸກຢ່າງ ພຽງແຕ່ເບິ່ງແຍງ ແລະ ຕິດຕາມສັດຕູພືດຫົດນໍ້າໃຫ້ຝຸ່ນມັນຕົກແຕ່ງກິ່ງງ່າເທົ່ານັ້ນ ປັດຈຸບັນນີ້ໄດ້ນໍາໃຊ້ ເນື້ອທີ່ທັງໝົດ 300 ກວ່າເຮັກຕາ ໃນນັ້ນປູກໝາກຖົ່ວລຽນ 100 ເຮັກຕາໝາກມີ້ 100 ກວ່າເຮັກຕາ ແລະ ສ່ວນເນື້ອທີ່ເຫລືອ ຍັງສືບຕໍ່ປູກໄປເລື້ອຍໆ

ແຕ່ ໝາກຖົ່ວລຽນ ແລະ ໝາກມີ້ ທີ່ນໍາມາປູກໃນສວນຂອງພວກເຮົາ ໄດ້ເນັ້ນແຕ່ແນວພັນສະເພາະເທົ່ານັ້ນ ຕົວຢ່າງໝາກມີ້ມີ 2 ຊະນິດ ຄືແດງສຸລິຍາ (ໝາກມີ້ຂັ່ງແລະ ທະວາຍປີດຽວ. ສ່ວນໝາກຖົ່ວລຽນ ແມ່ນພັນໝອນທອງ ເທົ່ານັ້ນ ແລະ ຄາດວ່າປີ 2023 ນີ້ຈະສົ່ງອອກໝາກມີ້ ໄປປະເທດຈີນ ກ່ອນໝູ່ ປະມານຫລາຍຮ້ອຍໂຕນ ສ່ວນໝາກຖົ່ວລຽນ ຈະສົ່ງອອກປີ 2025.

ສະເພາະໝາກມີ້ ທີ່ຈະສົ່ງໄປ ຈີນນີ້ມີ 2 ສາຍພັນຄື ແດງສຸລິຍາ (ເປັນບົວສີຂັ່ງແດງອອກສີສົມຟູແລະ ທະວາຍປີດຽວ (ບົວສີເຫລືອງ ຄ້າຍຄືມ້ອນໄຂ່), ມີນໍ້າໜັກສະເລ່ຍ ລະໜ່ວຍລະ 10-20 ກິໂລຂຶ້ນໄປ ທັງສອງຊະນິດ ມີລົດຊາດສະເພາະ ແຊບອົມນໍ້າເຜີ້ງມັນຫວານນຸ້ມ ແລະ ກອບໆ ເຊິ່ງກາຍເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກຫລາຍທີ່ສຸດໃນຈີນ.

ດັ່ງທີ່ຮູ້ນໍາກັນ ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ຖືເອົາການຜະລິດ ກະສິກໍາເປັນສິນຄ້າຄໍ້າປະກັນສະບຽງອາຫານ,  ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ຕາມນະໂຍບາຍຂອງພັກລັດຖະບານ ກ້າວໄປຫາການພັດທະນາ ຍືນຍົງສີຂຽນຮອບ ດ້ານ ໃນນັ້ນ ການປູກກາເຟການປູກໝາກຖົ່ວລຽນໝາກມີ້ ແລະ ພືດພັນທັນຍາຫານ ພວມໄດ້ຮັບຄວາມສົນໃຈ ແລະ ນິຍົມຈາກອາຊຽນຈີນເອີຣົບຍີ່ປຸ່ນເກົາຫລີ ເຊິ່ງໜຶ່ງໃນຜົນຜະລິດກະສິກໍາ ທີ່ຜູ້ປະກອບການພວມນິຍົມກັນ ປູກຢ່າງກວ້າງຂວາງໃນ ສປປ ລາວ ຄື

ໝາກຖົ່ວລຽນກາ ເຟໝາກມີ້ ເພື່ອສົ່ງອອກ ສປ ຈີນ ປັດຈຸບັນຄາດວ່າ ມີນັກທຸລະກິດລາວ ແລະ ນັກລົງທຶນຕ່າງປະເທດ ປູກຖົ່ວລຽນ ໃນເນື້ອທີ່ຫລາຍກວ່າ 3.000 ເຮັກຕາປູກໝາກມີ້ຫລາຍຮ້ອຍເຮັກຕາປູກກ້ວຍພັນເຮັກຕາ ແລະ ອື່ນໆເພື່ອສົ່ງອອກຕ່າງປະເທດ ໂດຍສະເພາະຈີນ.

ຫວ່າງບໍ່ດົນມານີ້ ກະຊວງແຜນ ການ ແລະ ການລົງທຶນກະຊວງ ກະສິກໍາ ແລະ ປ່າໄມ້ເປີດເຜີຍວ່າມີນັກທຸລະກິດຕ່າງປະເທດ ຈໍານວນບໍ່ໜ້ອຍ ເຂົ້າມາຂໍສໍາປະທານທີ່ດິນ ໃນລາວປະມານ 3.000-5.000 ເຮັກຕາ ເພື່ອປູກຖົ່ວລຽນ ໃນພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.

ກ່ອນໜ້ານັ້ນ ປະເທດໄທແມ່ນ ອັນດັບທີ 1 ໃນອາຊຽນສົ່ງອອກຖົ່ວລຽນ ໄປຕະຫລາດໂລກ ໂດຍສ່ວນໃຫຍ່ສົ່ງອອກໄປຈີນເກົາຫລີຍີ່ປຸ່ນເອີຣົບ ແຕ່ປັດຈຸບັນນີ້ ລາວຫວຽດນາມກໍາປູເຈຍມາເລເຊຍ ພວມໄດ້ຮັບຄວາມນິຍົມ ປູກໝາກຖົ່ວລຽນ ເພື່ອສົ່ງອອກຕະຫລາດໂລກເຊັ່ນກັນ.

 ໄລຍະທີ່ຜ່ານມາປະເທດລາວ ແມ່ນໄດ້ນໍາເຂົ້າຖົ່ວລຽນ ຈາກປະເທດໄທ ເປັນຈໍານວນບໍ່ໜ້ອຍ ເຊິ່ງເຮັດໃຫ້ເງິນຕາຕ່າງປະເທດ ໄຫລອອກຢ່າງຫລວງຫລາຍ ແລະ ຄາດວ່າປີ 2025 ສປປ ລາວ ຈະເລີ່ມສົ່ງອອກໝາກຖົ່ວລຽນ ໄປຕ່າງປະເທດ ເຊິ່ງຈະເຮັດໃຫ້ລາວ ສາມາດຫລຸດຜ່ອນ ການນໍາ ເຂົ້າ.

SA Game
kpl.gov.la

ປີຜ່ານມານີ້ຜູ້ປະກອບ ການລາວຈີນໄດ້ລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ປະກອບມີ:

1. ຖົ່ວ ດິນ 1 ແສນໂຕນ 2. ແປ້ງມັນຕົ້ນ 1 ແສນໂຕນ 3. ຊີ້ນງົວແຊ່ແຂງ 1 ແສນໂຕນ 4. ໝາກມ່ວງຫິມະພານ 2 ແສນໂຕນ 5. ໝາກມ່ວງ 1 ແສນໂຕນ 6. ຖົ່ວລຽນ 5 ໝື່ນໂຕນ 7. ຖົ່ວເຫລືອງ 2 ແສນໂຕນ 8. ກ້ວຍ 1 ແສນໂຕນ 9. ນ້ຳຕານ 5 ແສນໂຕນ ພາຍໃນປີທີ 5 ເປັນຕົ້ນ ໄປ ແມ່ນຈະເລີ່ມສົ່ງອອກ ເຊິ່ງການຮ່ວມມືດັ່ງກ່າວ ຈະເປັນໂຄງການ ທີ່ຈະສ້າງອາຊີບໃຫ້ ແກ່ປະຊາຊົນ ລາວ 5 ແສນຄອບຄົວ ເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາຊົນລາວດີຂຶ້ນ.

 ປັດຈຸບັນລາວຈີນ ໄດ້ສຳເລັດ ອະນຸສັນຍາສອງຝ່າຍ ເຊິ່ງສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ ຫລາຍຊະນິດພືດຄືສາລີມັນຕົ້ນກ້ວຍເຂົ້າສານໝາກໂມມັນດ້າງພືດຕະກູນຖົ່ວ ແລະ ອື່ນໆນອກນີ້ຈີນຍັງເປີດໂອກາດ ໃຫ້ຜູ້ປະກອບການລາວ ສົ່ງອອກສັດ ລ້ຽງເຊັ່ນງົວ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: kpl.gov.la