ຍທຂ ນະຄອນຫລວງວຽງຈັນຮ່ວມກັບໄຈກາຈັດສຳມະນາດ້ານສິ່ງແວດລ້ອມ

SA Game

ຂ​ປ​ລ

ພະແນກ ຍທຂ ຈັດສຳມະນາດ້ານສິ່ງແວດພາຍໃນຕົວເມືອງແບບຍືນຍົງຢູ່ລາວ

ໃນວັນທີ 23 ມີນາ 2022, ພະແນກໂຍທາທິການ ແລະ ຂົນສົ່ງ(ຍທຂ) ນະຄອນຫລວງວຽງຈັນ ຮ່ວມກັບອົງການໄຈກາ(JiCA) ຈັດສຳມະນາດ້ານສິ່ງແວດລ້ອມພາຍໃນຂະແໜງໂຍທາທິການ ແລະ ຂົນສົ່ງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງລະບົບການຂົນສົ່ງພາຍໃນຕົວເມືອງແບບຍືນຍົງຢູ່ ສປປ ລາວ ໂດຍມີ ທ່ານ ສຸລີວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຸລີວັນ ພົມມະຫາໄຊ ໃຫ້ຮູ້ວ່າ:
ການຈັດມະນາຄັ້ງນີ້, ເພື່ອຢັ້ງຢືນ ແລະ ແລກປ່ຽນຄວາມຮູ້ດ້ານສິ່ງແວດລ້ອມທ້ອງຖິ່ນແບບເຊື່ອມໂຍງ ຫລື Ilek-lNtEgrated Local ENvIronmental knowledge ຂອງນະຄອນຫລວງວຽງຈັນ ເພື່ອເປັນການທົບທວນ ຂະບວນການວາງແຜນໂຄງການປັດຈຸບັນຂອງກະຊວງ/ພະແນກ ຍທຂ ເພື່ອຄົ້ນຫາຈຸດດີ, ຂໍ້ຄົງຄ້າງ ທີ່ຈະປະກອບເຂົ້າໃນຂະບວນການວາງແຜນໂຄງການພັດທະນາພື້ນຖານໂຄງລ່າງໃນອານາຄົດ ແລະ ໝາກຜົນຂອງການສ້າງຄວາມເຂັ້ມແຂງ
SA Game
ຂ​ປ​ລ

ເຊິ່ງຜົນໄດ້ຮັບທີ່ຄາດໄວ້ ແມ່ນຈະມີການປັບປຸງການປະສານງານພາຍໃນ, ວິເຄາະ ແລະ ຮູ້ຈຸດດີ, ຈຸດອ່ອນຂອງຂອບວຽກງານອົງການຈັດຕັ້ງໃນປັດຈຸບັນ, ມີຄວາມເຂົ້າໃຈ ແລະ ຮັບຮູ້ເຖິງຄວາມຄິດເຫັນໃໝ່ຜ່ານການປຶກສາຫາລືກັບພາກສ່ວນອື່ນ, ປຶກສາຮຽນຮູ້ຄຸນຄ່າຂອງຕົວເມືອງວຽງຈັນ ທີ່ບໍ່ສາມາດພົບເຫັນໃນຊີວິດປະຈຳວັນ ແລະ ເປັນສິ່ງທີ່ຄວນເຄົາລົບ ແລະ ຮັກສາໄວ້ໃນຂະບວນການວາງແຜນໃນປັດຈຸບັນ ແລະ ອານາຄົດ, ຄວາມເປັນໄປໄດ້ຄົ້ນ ຄວ້າວາງແຜນທິດທາງຄວາມສົມດຸນ ຂອງພາກສ່ວນກ່ຽວຂ້ອງ ແລະ ຍັງຊຸກຍູ້ການສ້າງວາມຄິດເຫັນທີ່ເປັນເອກະພາບ, ພ້ອມລົງເລິກໃຫ້ເຂົ້າໃຈເຖິງຄວາມສຳຄັນຂອງການວາງແຜນຜັງເມືອງ.

ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາລືເປັນກຸ່ມ ໃນການສ້າງຄວາມເຂົ້າໃຈພື້ນຖານ ຫົວຂໍ້ຫລັກປະກອບມີ: ວຽງຈັນໃນອານາຄົດ, ພື້ນຖານໂຄງລ່າງ ຂົນສົ່ງສາທາລະນະລົດເມໃນຕົວເມືອງ ແລະ ອື່ນໆ. ນອກຈາກນີ້ຍັງມີການສະເໜີຫົວຂໍ້ຈາກຜູ້ເຂົ້າຮ່ວມຄື: ໝາກຜົນຈາກການປຶກສາຫາລືໂດຍຜູ້ເຂົ້າຮ່ວມ, ສ້າງຄວາມເປັນເອກະພາບກັນລະຫວ່າງສະມາຊິກໃນກຸ່ມ, ຂໍ້ຄົງຄ້າງທີ່ຕ້ອງໄດ້ປຶກສາຫາລືລະອຽດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.