ຂ່າວ​ດີ! ສປປ ລາວ ຈະສ້າງສູນບໍລິຫານຖານຂໍ້ມູນແຮງງານແບບທັນສະໄໝ

SA Game

ຮສສ

ພິ​ທີການປະຕິບັດໂຄງການສ້າງສູນບໍລິຫານຂໍ້ມູນແຮງງານແບບທັນສະໄໝ.

ໃນວັນທີ 18 ມີນາ 2022 ທີ່ຜ່ານມາ, ໄດ້ມີພິທີການລົງນາມເຊັນສັນຍາຮ່ວມມືວ່າດ້ວຍ “ການປະຕິບັດໂຄງການສ້າງສູນບໍລິຫານຂໍ້ມູນແຮງງານແບບທັນສະໄໝ” ລະຫວ່າງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວິຈິດ ສິນດາວົງ, ປະທານ ບໍລິສັດ ເຄເອັມ ໄອທີ ອິນເວສເມັນ ຈໍາກັດ, ໂດຍມີທ່ານນາງ ໃບຄໍາ ຂັດຕິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິຈິດ ສິນດາວົງ ໄດ້ມີຄໍາເຫັນວ່າ: ໂຄງການນີ້, ນອນໃນຍຸດທະສາດ ແຫ່ງຊາດ ໃນການຫັນເປັນທັນສະໄໝຂອງຂະແໜງການແຮງງານ ເພື່ອຮັບປະກັນໃຫ້ວຽກ ງານການບໍລິຫານ, ຄຸ້ມຄອງ ແລະ ການບໍລິການດ້ານແຮງງານ ດ້ວຍລະບົບຖານຂໍ້ມູນທີ່ທັນ ສະໄໝ ມີລັກສະນະຄົບວົງຈອນ, ສາມາດເຊື່ອມໂຍງຂໍ້ມູນກັບບັນດາກະຊວງ ແລະ ທຸກພາກ ສ່ວນກ່ຽວຂ້ອງ ເປັນຕົ້ນ:

ການຂຶ້ນທະບຽນແຮງງານພາຍໃນ ແລະ ຕ່າງປະເທດ, ການຕິດ ຕາມລະບົບເງິນເດືອນ ແລະ ການເສຍອາກອນຂອງແຮງງານ ແລະ ອື່ນໆ ແລະ ພາຍ ຫລັງເຊັນສັນຍາຮ່ວມມືຄັ້ງນີ້, ບໍລິສັດພວກເຮົາຈະໄດ້ດໍາເນີນການຈັດຕັ້ງປະຕິບັດໃນຂັ້ນຕອນ ຕ່າງໆ ເຊັ່ນ:

SA Game
ຮສສ

ຕິດຕັ້ງອຸປະກອນຮັບໃຊ້ພາຍໃນຫ້ອງການໃຫ້ຄົບຊຸດ, ຈັດເຝິກອົບຮົມການຂຶ້ນທະບຽນແຮງງານໃຫ້ແກ່ພະນັກງານວິຊາການ, ຊຶ່ງຄາດໝາຍແມ່ນຈະໃຫ້ສຳເລັດໃນເດືອນເມສາ 2022, ເລັ່ງປະສານງານກັບຫົວໜ່ວຍແຮງງານ ທີ່ຂະແໜງແຮງງານກຳນົດໄວ້ ເພື່ອເລີ່ມຕົ້ນການຂຶ້ນທະບຽນແຮງງານພາຍໃນເດືອນພຶດສະພາ 2022, ໂດຍກຳນົດເອົາ 4 ແຂວງໃຫຍ່ເປັນຈຸດສຸມຕົ້ນຕໍພາຍໃນປີ 2022 ຄື:

ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ ແລະ ແຂວງຈຳປາສັກ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນແຮງງານໄປສ່ແຂວງອື່ນໆ ໃນຂອບເຂດທົ່ວປະເທດ ຕາມແຜນການວາງໄວ້ໃຫ້ສໍາເລັດ.

ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ໂຄງການນີ້, ຈະເຮັດໃຫ້ການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ, ໂດຍສະເພາະຄຳສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ທີ່ກ່ຽວຂ້ອງກັບວຽກງານແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິພາບ ບົນຫລັກການເດັດຂາດ, ໂປ່ງໃສ, ມືອາຊີບ ແລະ ຍືນຍົງ.

SA Game
ຮສສ

ການຂຶ້ນທະບຽນແຮງານ ກໍເພື່ອໃຫ້ເກັບກໍາໄດ້ຂໍ້ມູນທາງດ້ານ ຈໍານວນທັງໝົດຂອງແຮງງານ, ການມີສັນຍາແຮງງານ, ມີການລາຍງານລະດັບເງິນເດືອນ ຫລື ລາຍຮັບໃນແຕ່ລະເດືອນຢ່າງຖືກຕ້ອງ ແລະ ການເສຍພັນທະຕ່າງໆ ຕາມລະບຽບກົດ ໝາຍກໍານົດໄວ້, ພ້ອມທັງສາມາດຕິດຕາມການເຄື່ອນໄຫວຂອງແຮງງານໄດ້ ເຊັ່ນ:

ການ ເຂົ້າ-ອອກວຽກ, ການປະກອບອາຊີບໃນສາຂາອາຊີບຕ່າງໆ, ການຕິດຕາມຄວາມຕ້ອງການ ແຮງງານ, ການສະໝັກງານ, ຊຶ່ງສາມາດນໍາໃຊ້ໄດ້ໃນການແກ້ໄຂບັນຫາວ່າງງານ, ການ ຂາດແຄນແຮງງານ ແລະ ການຄາດຄະເນ ການສ້າງກໍາລັງແຮງງານໃນແຕ່ສາຂາອາຊີບ ໃຫ້ສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃນແຕ່ລະໄລຍະໄດ້ຢ່າງມີປະສິດທິຜົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຮສສ