ທ່ານ ທອງລຸນ ສີສຸລິດ ປະທານປະເທດຕ້ອນຮັບ ລັດຖະມົນຕີຫວຽດນາມ

SA Game

ຂ​ປ​ລ

 ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນ ຈີ້ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມໃນວັນທີ 23 ມີນາ 2022 ນີ້, ທັງເປັນປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ຫງວຽນ ຈີ້ ຢຸງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້,

ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຍິ່ງຂຶ້ນໄປເລື້ອຍໆ

SA Game
ຂ​ປ​ລ

ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ສອງກະຊວງແຜນການ ແລະ ການລົງທຶນ ຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ.

ພ້ອມນັ້ນ, ຍັງເປັນການປະກອບສ່ວນເຂົ້າໃນການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ, ສະຫລອງຄົບ ຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ພ້ອມດຽວກັນນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມບອບໃຈມາຍັງລັດຖະບານ ກໍຄື ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ ສປປ ລາວ ໃນໄລຍະຜ່ານມາ ໃນທຸກຂົງເຂດວຽກງານ ໂດຍສະເພາະ ດ້ານການສຶກສາ, ສາທາລະນະສຸກ, ແກ້ໄຂຄວາມທຸກຍາກ, ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

SA Game
ຂ​ປ​ລ

ທ່ານ ຫງວຽນ ຈີ້ ຢຸງ ກໍໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈມານັງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າມາຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອເຮັດວຽກຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.