ຊາວໜຸ່ມກອງພົນທີ 2 ສໍາເລັດກອງປະຊຸມໃຫຍ່ຄັ້ງທີ Xlll

SA Game

ສໍາເລັດກອງປະຊຸມໃຫຍ່ຄັ້ງທີ Xlll ຂອງໜ່ວຍຊາວໜຸ່ມຫ້ອງການເມືອງ ກອງພົນທີ 2

ໃນວັນທີ 15 ມີນາ 2023 ​ນີ້, ໜ່ວຍ​ຊາວ​ໜຸ່ມ​ຫ້ອງ​ການ​ເມືອງ ຂ​ອງກອງ​ພົນ​ທີ່ 2 ໄດ້​ຈັດກອງປະຊຸມໃຫຍ່ຄັ້ງທີ XIIl ຂອງໜ່ວຍຊາວໜຸມຫ້ອງການເມືອງ ກອງພົນທີ 2 ຂື້ນ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ຈັນສຸກ ໄມຈັນແກ້ວ ຮອງຫົວໜ້າຫ້ອງການເມືອງກອງພົນທີ 2 ມີຄະນະພັກ ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ, ແຂກຖືກເຊີນ ຕະຫລອດຮອດສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ເລຂາໜ່ວຍຊາວໜຸ່ມຫ້ອງການເມືອງ ໄດ້ຂຶ້ນຜ່ານບົດສະຫລຸບລາຍງານ ການເຄື່ອນໄຫວວຽກງານ ແລະ ຂະບວນການຕ່າງໆ ຂອງຊາວໜຸ່ມ ໃນໄລຍະ 5 ປີຜ່ານມາ ຄະນະໜ່ວຍຊາວໜຸ່ມ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສໍາຄັນ, ເຮັດໃຫ້ຖັນແຖວສະມາຊິກຊາວໜຸ່ມ-ໄວໜຸ່ມໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ແລະ ລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ

SA Game
ຂປລ.

ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂະບວນການ 4 ບຸກ ຢ່າງເປັນຂະບວນການຟົດຟື້ນແຂງແຮງ ແລະ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ຄຽງຄູ່ກັນນັ້ນ ໄດ້ເອົາໃຈໃສ່ປະຕິບັດລະບອບດຳເນີນຊີວິດການເມືອງ ແລະ ເສຍເງິນສະຕິຢ່າງເປັນປົກກະຕິ, ໃຫ້ຄຳຕຳນິຕິຊົມຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອປັບປຸງກໍ່ສ້າງສະມາຊິກຊາວໜຸ່ມຢູ່ກົມກອງໃຫ້ມີຄວາມສາມັກຄີ, ມີຄວາມເຂັ້ມແຂງ ສາມາດເປັນແຂນຂວາຂອງພັກ ເປັນຜູ້ສືບທອດທີ່ດີຂອງກົມກອງ.

ນອກນີ້ຍັງໄດ້ເອົາໃຈໃສ່ຊີ້ນໍາວຽກງານຮັບປະກັນແກ້ໄຂຊີວິດການເປັນຢູ່ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັດຈຸບັນໜ່ວຍຊາວໜຸ່ມຫ້ອງເມືອງມີສະມາຊິກຊາວໜຸ່ມທັງໝົດ 35 ສະຫາຍ, ຍິງ 14 ສະຫາຍ, ໃນນັ້ນສາມາດຄັກເລືຶອກໄດ້ມີສະມາຊິກຊາວໜຸ່ມ 4 ບຸກ 15 ສະຫາຍ, ສະມາຊິກຊາວໜຸ່ມແຂງ 17 ສະຫາຍ ແລະ ສ້າງໄດ້ໜ່ວຍຊາວໜ່ມ 4 ບຸກ 2 ສະໄໝ ຕິດຕໍ່ກັນ

ໄລຍະ 5 ປີ ຜ່ານມາຄະນະໜ່ວຍຊາວໜຸ່ມໄດ້ເອົາໃຈໃສ່ຊຸກຍູ້​ວຽກວຽກງານປູກຝັງ-ລ້ຽງສັດ ປັດຈຸບັນ ມີງົວລ້ຽງທັງໝົດ ຈໍານວນ 13 ໂຕ ແລະ ສັດປີກອີກຈໍານວນໜື່ງ ມີເງິນຄັງລວມທັງໝົດ 19.134.000 ກີບ. ກອງປະຊຸມຍັງໄດ້ໄດ້ຮັບຟັງການປະກອບຄຳເຄິດຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງດໍາເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາໜ່ວຍຊາວໜຸ່ມໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຈາກສະຫາຍ ພັນໂທ ຈັນສຸກ ໄມຈັນແກ້ວ ຮອງຫົວໜ້າຫ້ອງການເມືອງກອງພົນທີ 2 ຫລາຍບັນຫາທີ່ສໍາຄັນຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ