Work festival 2023 ມະຫະກຳກຽມຄວາມພ້ອມສູ່ການເຮັດວຽກ

SA Game

ຂປລ.

ເພີ່ມທັກສະ ແລະ ຄວາມຊຳນານງານ ມະຫະກຳກຽມຄວາມພ້ອມສູ່ການເຮັດວຽກ Ready 4 Work festival 2023

ຈະ​ມີ​ການ​ຈັດ​ງານ Ready 4 Work festival 2023 ລະຫວ່າງ ວັນທີ 27- 29 ມີນາ 2023, ໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກຳມະບານລາວ ກຽມຈັດມະຫະກຳກຽມຄວາມພ້ອມສູ່ການເຮັດວຽກ ທີ່ ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ແນໃສ່ຍົກສູງຜະລິດຕະພາບຂອງແຮງງານ ໃນຂະແໜງການກະສິກຳ, ອຸດສາຫະກຳ ແລະ ການບໍລິການ

ສັງລວມຄວາມຕ້ອງການແຮງງານຂອງສະຖານປະກອບການ ແລະ ປັບປຸງການສະໜອງການຝຶກອົບຮົມຕົວຈິງ ໃນສະຖານປະກອບການ ເປັນຕົ້ນຕໍ ເພື່ອເພີ່ມທັກສະ ແລະ ຄວາມຊຳນານງານ ໃນການປະຕິບັດໜ້າວຽກຕົວຈິງ.

ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຖະແຫລງຂ່າວໃນວັນທີ 16 ມີນາ 2023 ຜ່ານມານີ້ວ່າ:

ການຈັດງານໃນຄັ້ງນີ້, ມີຈຸດປະສົງເພື່ອສ້າງກິດຈະກຳທີ່ເຊື່ອມໂຍງລະຫວ່າງນັກຮຽນ, ຜູ້ຊອກວຽກ ແລະ ບັນດາຫົວໜ່ວຍທຸລະກິດ, ລວມທັງຜູ້ຊ່ຽວຊານໃນຫລາຍຂະແໜງການໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຈ້າງງານ ແລະ ຕະຫລາດແຮງງານ, ທັກສະທີ່ຈຳເປັນສຳລັບຜູ້ຊອກວຽກ ແລະ ການກຽມພ້ອມກ່ອນສະໝັກວຽກ.

SA Game
ຂປລ.

ພ້ອມນີ້, ຍັງເປັນການຍ້ອງຍໍ ຊົມເຊີຍ ແລະ ໃຫ້ລາງວັນຫົວໜ່ວຍແຮງງານ/ສະຖານປະກອບການ ທີ່ໄດ້ປະກອບສ່ວນ ເຂົ້າໃນວຽກງານການສຶກສາ ແລະ ພັດທະນາທັກສະສືມີ ສ້າງໃຫ້ແຮງງານຄຸນນະພາບອອກສູ່ຕະຫລາດແຮງງານ.

ນອກຈາກນີ້, ຍັງເປັນການຍົກສູງການຮຽນ-ການສອນອາຊີວະສຶກສາ, ເປັນການເປີດກວ້າງໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບປະ-ແລກປ່ຽນ, ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ກັບແຮງງານທີ່ຫວ່າງງານ, ຍົກລະດັບສີມືການເຮັດວຽກຂອງແຮງງານ ດ້ວຍການຝຶກອົບຮົມຕ່າງໆ, ເປັນເວທີແລກປ່ຽນປະສົບການ ແລະ ເຜີຍແຜ່ແນວທາງໃນການພັດທະນາສີມືແຮງງານ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ເປັນເວທີໃຫ້ນັກສຶກສາໄດ້ມີການແລກປ່ຽນບົດຮຽນ ເພື່ອກຽມເຂົ້າສູ່ຕະຫລາດແຮງງານໃນອະນາຄົດ, ຮັບຮູ້ຂໍ້ມູນຂ່າວສານຕະຫລາດແຮງງານ ແລະ ນະໂຍບາຍທີ່ຕິດພັນການຈ້າງງານ

ສຳລັບ ກິດຈະກໍາສໍາຄັນໃນງານຈະມີການສົນທະນາ/ຝຶກອົບຮົມ(ໃຫ້ຄວາມຮູ້, ສ້າງແຮງບັນດານໃຈ), ການປະຊາສຳພັນຂໍ້ມູນ-ໃຫ້ຄໍາປຶກສາກ່ຽວກັບອາຊີວະສຶກສາ ແລະ ແນະນໍາວິຊາຊີບ ໂດຍຜູ້ຊ່ຽວຊານ ຈາກ 4 ວິ ທະຍາໄລເຕັກນິກວິຊາຊີບຕົວແບບ, ນໍາສະເໜີການຮຽນ-ການສອນໃນຮູບແບບ ອາຊີວະສຶກສແບບຄວບຄູ່(ອສຄ), ງານວາງສະແດງ ແລະ ສາທິດທັກສະດ້ານສີມືແຮງງານ, ເວທີສ້າງສ້າງຄວາມຮັບຮູ້ແກ່ສັງຄົມ, ການແຂ່ງຂັນສີມືແຮງງານ ແລະ ເຜີຍແຜ່ຜົນການສຳຫລວດໂຄງການສົ່ງເສີມສີມືແຮງງານຕ່າງໆ, ການພົບປະລະຫວ່າງອົງກອນ, ເຂດເສດຖະ ກິດ, ຫົວໜ່ວຍທຸລະກິດ ກັບຜູ້ຫວ່າງງານ, ແຮງງານທີ່ສົນໃຈ ແບບເປີດກວ້າງ, ການສະໜັບສະໜູນທຶນການສຶກສາ ເພື່ອສ້າງແຮງງານຄຸນນະພາບ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ