ຈົບພາລະກິດ! ກອງປະຊຸມ ປິດການຊ່ວຍເຫລືອໂຄງການ ທລຍ

SA Game

ປະເທດລາວ Pathedlao

ກອງປະຊຸມ ປິດການຊ່ວຍເຫລືອໂຄງການ ທລຍ ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດ

ກອງປະຊຸມສະຫລຸບປິດການຊ່ວຍ ເຫລືອໂຄງການ ທລຍ ຂອງອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດ(SDC) ໄດ້ຈັດຂື້ນເມື່ອບໍ່ດົນມານີ້, ຢູ່ກົມພັດທະນາຊົນນະບົດ ກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ.

ໂດຍການເປັນປະທານຂອງ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງ, ທ່ານ ຄຣິສຕຽນ ເອງເລີ ຮອງຫົວໜ້າອົງການ SDC ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເປັນການສະຫລຸບຜົນງານການຊ່ວຍເຫລືອຂອງ SDC ທີ່ໄດ້ສະໜັບສະໜູນ ທລຍ ຕະຫລອດໄລຍະ 13 ປີຜ່ານມາ (2012-2022) ພ້ອມທັງຮັບຟັງການລາຍງານ ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດໂຄງການ ທລຍ ເຊິ່ງ SDC ເປັນຄູ່ຮ່ວມງານດ້ານການພັດທະນາຫລັກ ທີ່ໄດ້ໃຫ້ການສະໜັບສະໜູນ ທາງດ້ານການເງິນ ຈຳ ນວນ 40 ລ້ານໂດລາສະຫະລັດ ແລະ ດ້ານເຕັກນິກວິຊາການ (2009-2022)

SA Game
ປະເທດລາວ Pathedlao

ເພື່ອຈັດຕັ້ງປະຕິບັດໂຄງການ ທລຍ ໂດຍຜ່ານການສົ່ງເສີມ, ການວາງແຜນແບບມີສ່ວນຮ່ວມ ແຕ່ສູນກາງລົງຮອດທ້ອງຖິ່ນ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄັດເລືອກບຸລິມະສິດຄວາມຕ້ອງການຂອງຊຸມຊົນ ໂດຍການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ ໂດຍສະ ເພາະ ການສະໜັບສະໜູນການພັດທະນາໂຄງລ່າງພື້ນຖານ ທັງໝົດ 1.544 ໂຄງການຍ່ອຍ ໃນແຕ່ຂະແໜງການ ເປັນຕົ້ນ ຂະແໜງສາທາລະນະສຸກ, ສຶກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ ແລະ ກະສິກຳ ແລະ ປ່າໄມ້.

ພ້ອມກັນນີ້, ຍັງສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ອໍານາດການປົກຄອງທ້ອງຖິ່ນ, ການປ້ອງກັນຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດ ເຊິ່ງກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດຜ່ານມານັ້ນ ແນໃສ່ຮັບປະກັນໃຫ້ຜູ້ທີ່ທຸກຍາກ ໄດ້ຮັບຜົນປະ ໂຫຍດສູງສຸດ.

ນອກຈາກນີ້, ໄລຍະທີ່ປະເທດລາວ ໄດ້ປະເຊີນກັບການລະບາດຂອງພະຍາດໂຄວິດ-19 ໃນທ້າຍປີ 2021 ຜ່ານມາ, SDC ກໍໄດ້ໃຫ້ທຶນສະໜັບສະໜູນ ຈຳນວນ 500.000 ໂດລາສະຫະລັດ ແກ່ລັດຖະບານລາວ

ເພື່ອນຳໃຊ້ເຂົ້າໃນການຫລຸດຜ່ອນຄວາມສ່ຽງການແພ່ລະບາດຂອງພະຍາດ ໂຄວິດ-19 ລົງສູ່ເຂດຊົນນະບົດ ໂດຍໄດ້ຈັດຕັ້ງປະຕິ ບັດກິດຈະກຳ ຢູ່ 900 ບ້ານ, 35 ເມືອງໃນ 10 ແຂວງເພື່ອສ້າງຈິດສໍານຶກໃຫ້ກັບຊຸມຊົນຢູ່ບ້ານເປົ້າໝາຍເຫລົ່ານັ້ນ ກ່ຽວກັບການປ້ອງກັນຕົນເອງຈາກການລະບາດຂອງພະຍາດດັ່ງກ່າວ ແລະ ການລະບາດຂອງພະຍາດການຕິດຕໍ່ອື່ນໆ.

SA Game
ປະເທດລາວ Pathedlao

ພ້ອມກັນນີ້, ອົງການ SDC ຍັງໄດ້ໃຫ້ທຶນ 395.200 ໂດລາສະຫາລັດ ສຳລັບເປັນຄ່າບໍລິຫານ ແລະ ຕິດຕາມວຽກງານການກໍ່ສ້າງ 53 ໂຄງການຍ່ອຍ ຢູ່ 6 ແຂວງ ຄື: ຫລວງນໍ້າທາ, ຫລວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ພາຍໃຕ້ທຶນສົມທົບຂອງລັດທະບານ ຂອງ ທລຍ 3 ນຳອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ກະຊວງກະສິກຳ ແລະ ປ່າໄມ້