ສປປ ລາວ ແລະ ອິນເດຍຂະຫຍາຍການຮ່ວມມືນຳກັນຢ່າງແໜ້ນແຟ້ນ

ສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ອິນເດຍ.

ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ (Rajkumar Ranjan Singh), ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ອິນເດຍ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-26 ມິຖຸນາ 2022, ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ. ອິນເດຍ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ໃນວັນທີ 23 ມິຖຸນາ 2022 ໄດ້ມີກອງປະຊຸມພົບປະ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສ. ອິນເດຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອິນເດຍ.
SA Game
ກະຊວງການຕ່າງປະເທດ

ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ນັບຕັ້ງ ແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ

ໃນວັນທີ 2 ກຸມພາ 1956 ຈົນເຖິງປັດຈຸບັນ, ໃນປີ 2021 ໃນໂອກາດ ຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ສອງຝ່າຍໄດ້ຮ່ວມກັນຈັດຫຼາຍກິດຈະກໍາສະເຫຼີມສະຫຼອງ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ເປັນຕົ້ນແມ່ນການຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດ, ດ້ານການສຶກສາ, ດ້ານວັດທະນະທໍາ, ດ້ານກະສິກໍາ, ດ້ານສາທາລະນະສຸກ, ດ້ານການຄ້າ ແລະ ການລົງທຶນ.

ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ- ສັງຄົມ ພາຍໃນຂອງແຕ່ລະປະເທດ ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບ ການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນວັນດຽວກັນ, ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງ ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສ. ອິນເດຍ

SA Game
ກະຊວງການຕ່າງປະເທດ
ພ້ອມທັງໄດ້ອວຍພອນໃຫ້ ການຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນ ອິນເດຍ ໃນຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍ.
ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນ ສ. ອິນເດຍ ຍັງຈະໄດ້ພົບປະເຮັດວຽກກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມງານສໍາຄັນອື່ນໆ ເປັນຕົ້ນ:

ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງອ່າງເກັບນໍ້າ ໄຊຍະບູລີ ແບບທາງໄກ, ພິທີມອບ- ຮັບ ສູນພັດທະນາຜູ້ປະກອບການກິດຈະການ ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານອິນເດຍ.

ນອກນີ້, ຄະນະຜູ້ແທນ ສ. ອິນເດຍ ຍັງຈະເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ໂດຍຈະໄດ້ພົບປະກັບການນໍາແຂວງ ແລະ ຢ້ຽມຢາມບັນດາໂຄງການທີ່ ລັດຖະບານ ອິນເດຍ ໃຫ້ການຊ່ວຍເຫຼືອ ແລະ ຈັດຕັ້ງປະຕິບັດຢູ່ແຂວງດັ່ງກ່າວ

ເປັນຕົ້ນ ໂຄງ ການປົກປັກຮັກສາ ແລະ ປະຕິສັງຂອນ ວັດພູຈໍາປາສັກ ໄລຍະ 2, ໂຄງການຊ່ວຍເຫຼືອປູກໝາກແໜ່ງຂຽວ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ, ກະຊວງການຕ່າງປະເທດ