ແຂວງບໍ່ແກ້ວ ປັບປຸງກົງຈັດການຈັດຕັ້ງເມືອງປາກທາຄືນໃໝ່

SA Game

ໜັງສືພິມບໍ່ແກ້ວ Bokeo Newspaper

ຫ້ອງການ ຖວທ ເມືອງປາກທາຈັດກອງປະຊຸມ ປັບປຸງກົງຈັດການຈັດຕັ້ງ-ກຳນົດຕຳແໜ່ງງານໃໝ່

ກອງປະຊຸມປັບປຸງກົງຈັດການຈັດຕັ້ງ-ກຳນົດຕຳແໜ່ງງານ ໄດ້ຈັດຂື້ນ ວັນທີ 21 ມິຖຸນາ 2022 ນີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງປາກທາ ແຂວງບໍ່ແກ້ວ ທີ່ຫ້ອງປະຊຸມຫ້ອງວ່າການເມືອງປາກທາ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ສົມຄິດ ວົງປັນຍາ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ, ທ່ານ ສາລີ ວັນນະສານ ຮອງເລຂາພັກເມືອງ ຜູ້ຊີ້ນຳຂົງເຂດວຽກງານພັກ-ພະນັກງານ, ມີບັນດາຄະນະຮັບຜິດຊອບການປັບປຸງກົງຈັດການຈັດຕັ້ງຂັ້ນພະແນກ, ຂັ້ນເມືອງ ຕະຫຼອດຮອດພະນັກງານພາຍໃນຫ້ອງການ ຖວທ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ບຸນປະສິດ ຈັນທອງໃສ ຫົວໜ້າຫ້ອງການ ຖວທ ເມືອງປາກທາ ໄດ້ຜ່ານບົດລາຍງາຍຫຍໍ້ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງ ຫ້ອງການໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າເຊິ່ງທ່ານ ໃຫ້ຮູ້ວ່າ:

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ຄະນະພັກຄະນະຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ປາກທາ ພາຍໃຕ້ການຊີ້ນໍາໆພາຂອງອົງຄະນະພັກເມືອງ ປາກທາ, ເວລາໃດກໍຖືເອົາວຽກງານກໍ່ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງ ກໍຄືການກໍ່ສ້າງພັກພະນັກງານ ເປັນໜ້າທີ່ການເມືອງທີ່ຢູ່ແຖວໜ້າ ແລະ ມີບົດບາດຕັດສິນຜົນສໍາເລັດ-ປະສິດທິຜົນໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງສອດຄ່ອງແທດເໝາະກັບຈຸດພິເສດຂອງກົງຈັກ ແລະ ບຸກຂະລາກອນ ເຊິ່ງເປັນອົງປະກອບສໍາຄັນ ໃນການເຄື່ອນໄຫວທຸກວຽກງານທີ່ປິ່ນອ້ອມໃຫ້ເປັນລະບົບ ແລະ ມີຄວາມຄ່ອງຕົວ

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ປາກທາ ມີພະນັກງານທັງໝົດ 7 ສະຫາຍ, ຍິງ 2 ສະຫາຍ ໃນນີ້ ໄດ້ແບ່ງອອກເປັນ 4 ໜ່ວຍງານຄື: ໜ່ວຍງານບໍລິຫານ, ໜ່ວຍງານຖະແຫຼງຂ່າວ, ໜ່ວຍງານວັດທະນະທໍາ ແລະ ໜ່ວຍງານທ່ອງທ່ຽວ.

ຈາກນນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ກັບເນື້ອໃນຂອງຮ່າງຂໍ້ຕົກລົງ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຮ່າງຂໍ້ຕົກລົງຄົບຖ້ວນສົມບູນ ເພື່ອຄວາມເປັນເອກະພາບ ແລະ ເປັນບ່ອນອິງໃນການຈັດຕັ້ງປະຕິບັດ.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ທ່ານ ປອ ສົມຄິດ ວົງປັນຍາ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເໜັ້ນໜັກບາງບັນຫາສຳຄັນ ໂດຍສະເພາະ ແມ່ນໃຫ້ຄະນະນໍາຫ້ອງການ ຖວທ ສືບຕໍ່ເອົາໃຈໃສ່ນຳເອົາເອກະສານນິຕິກຳຕ່າງໆຂອງພັກ-ລັດ ໄປຈັດຕັ້ງໂຄສະນາຜັນຂະຫຍາຍໃຫ້ບັນດາຜູ້ປະກອບການໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ເອົາໃຈໃສຫຼີກລ້ຽງໃນໂລກອອນລາຍເປັນຕົ້ນ:

ການແຊ່, ການຄອມເມັ້ນ ທີ່ຜິດຕໍ່ແນວທາງຂອງພັກ-ລັດ, ສຶບຕໍ່ໂຄສະນາຂ່າວສານຕ່າງໆໃຫ້ເປັນປົກກະຕິ ແລະ ທ່ວງທັນກັບເວລາ ຕິດພັນກັບການຈັດເກັບລາຍຮັບ-ລາຍຈ່າຍ ໃຫ້ມີຄວາມໂປ່ງໃສລະອຽດຈະແຈ້ງ, ພ້ອມທັງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງປະຕິບັດໃນບັນລຸຕາມແຜນການທີ່ວາງໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ໜັງສືພິມບໍ່ແກ້ວ Bokeo Newspaper