ກວ່າ30 ບໍ​ລິ​ສັດ​ລົງ​ທືນ​ຢູ່​ເຂດ​ເສດ​ຖະ​ກິດ​ບຶງ​ທາດ​ຫລວງ​ມູນ​ຄ່າ​ເກືອບ 2ຕື້USD

SA Game

laoedaily.com.

ເຂດເສດຖະກິດພິເສດບຶງທາດຫຼວງ ດຶງດູດຫລາຍ​ບໍ​ລິ​ສັດ​ມາລົງທຶນມີທຶນເກືອບ 2ຕື້ໂດລາ.

ເຂດເສດຖະກິດພິເສດບຶງທາດຫຼວງເຖິງ​ແມ່ນ​ວ່າ​ຍັງ​ສ້າງ​ບໍ່​ແລ້ວ 100%, ແຕ່​ກໍ​ສາ​ມາດ​ເບິ່ງ​ເຫັນ​ໄດ້​ເຖິງ​ຄວາມ​ສວຍ​ງາມ ແລະ ບັນ​ຍາ​ກາດ​ທີ່​ດີ, ເຊິງມີເນື້ອທີ 365 ເຮັກຕາ ໄດ້ຮັບການສ້າງຕັ້ງຂຶ້ນທ້າຍປີ 2011 ມູນຄ່າການລົງທຶນທັງໝົດປະມານ 1,6 ຕື້ໂດລາ

ປັດຈຸບັນໄດ້ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 39 ບໍລິສັດ ມີທຶນທັງໝົດ ເກືອບ 2 ຕື້ໂດລາ ແລະ ທຶນຈົດທະບຽນ 503 ລ້ານກວ່າໂດລາ, ສ້າງວຽກເຮັດງານທໍາໄດ້ທັງໝົດ 233 ຄົນ.

ໃນວັນທີ 17 ກັນຍາ 2021 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບ ບໍລິສັດ ລາວ ທາດຫຼວງ ລົງທຶນພັດທະນາ ຈຳກັດ ຊຶ່ງແມ່ນບໍລິສັດ ລົງທຶນພັດທະນາ ໂຄງການເຂດເສດຖະກິດພິເສດບຶງທາດຫຼວງ.

SA Game
laoedaily.com.

ການລົງເຄື່ອນໄຫວຄັ້ງນີ້, ມີ ທ່ານ ນາງ ຫວງສີ່ວເຫວີນ ຮອງປະທານບໍລິສັດ ດັ່ງກ່າວ ແລະ ທ່ານ ສອນປະເສີດ ດາລາວົງ ຮັກສາການຫົວໜ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ແລະ ຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບ.

ທ່ານ ສອນປະເສີດ ດາລາວົງ ໄດ້ລາຍງານໃຫ້ຮູ້ວ່າ:

ເຂດບຶງທາດຫຼວງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 28/12/2011 ຊຶ່ງແມ່ນ ບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີ້ງ ຊຽງໄຮ້ ສປ ຈີນ ເປັນຜູ້ພັດທະນາ ມີເນື້ອທີ່ 365 ເຮັກຕາ ອາຍຸສໍາປະທານທັງໝົດ 99 ປີ ແລະ ຄາດຄະເນມູນຄ່າການລົງທຶນທັງໝົດປະມານ 1,6 ຕື້ໂດລາ (ປັດຈຸບັນໄດ້ລົງທຶນຕົວຈິງໄປແລ້ວ 20%).

ຄວາມຄືບໜ້າຂອງການພັດທະນາ ມາຮອດປັດຈຸບັນ ໄດ້ສໍາເລັດການກໍ່ສ້າງເສັ້ນທາງພາຍໃນເຂດ ແລະ ເສັ້ນທາງເຊື່ອມຕໍ່ເຂົ້າເຂດ ຊຶ່ງສາມາດຫຼຸດຜ່ອນຄວາມແອອັດການສັນຈອນໃນເທດສະບານເມືອງຫຼາຍສົມຄວນ; ສໍາເລັດການຈົກ ໜອງໃຫຍ່ 50 ເຮັກຕາ, ກໍ່ສ້າງຫ້ອງການ, ກໍ່ສ້າງຄອງນໍ້າອ້ອມເຂດ, ປະຕູໂຂງຂອງເຂດ, ຕຶກຄອນໂດມີນຽມ, ລະບົບນໍ້າປະປາ, ສະຖານີໄຟຟ້າ, ຕະຫຼາດກະສິກໍາ ແລະ ອື່ນໆ.

SA Game
laoedaily.com.

ປັດຈຸບັນ ໄດ້ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 39 ບໍລິສັດ ສ່ວນໃຫຍ່ມາຈາກ ສປ ຈີນ ມີທຶນທັງໝົດ ເກືອບ 2 ຕື້ໂດລາ ແລະ ຈົດທະບຽນ 503 ລ້ານກວ່າໂດລາ, ສ້າງວຽກເຮັດງານທໍາໄດ້ທັງໝົດ 233 ຄົນ , ປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 3 ຕື້ກວ່າກີບ.

ໂອກາດນີ້, ທ່ານ ຄໍາແພງ ໄຊສົມແພງ ກໍຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ ບໍລິສັດ ລາວ ທາດຫຼວງ ລົງທຶນພັດທະນາ ຈຳກັດ ສືບຕໍ່ເອົາໃຈໃສ່ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການສ້າງສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການລົງທຶນ

ເພື່ອຊຸກຍູ້ການພັດທະນາໂຄງການດັ່ງກ່າວ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະແມ່ນການສົ່ງເສີມ ແລະ ດຶງດູດການຄ້າ-ການລົງທຶນ, ກິດຈະການ ທີ່ຕິດພັນກັບພາລະບົດບາດ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເຊັ່ນ:

ຕະຫຼາດ, ສູນການຄ້າ, ຮ້ານຊັບພະສິນຄ້າ ເພື່ອໃຫ້ການດໍາເນີນທຸລະກິດມີປະສິດທິຜົນ, ມີຄວາມສະດວກ, ປະຕິບັດຕາມລະບຽບ ແລະ ກົດໝາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com