ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຕ້ອນຮັບທູດ ສ ເກົາຫລີ ຄົນໃໝ່

SA Game

ທູດ ສ ເກົາຫລີ ປະຈໍາ ລາວຄົນໃໝ່ເຂົ້າຢ້ຽມຂໍ່ານັບທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ

ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ຄົນໃໝ່ ປະຈໍາ ສປປ ລາວ ໃນວັນທີ 14 ທັນວາ 2022 ນີ້.

ໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດເກົາຫລີ ປະຈໍາ ສປປ ລາວ

ເຊື່ອໝັ້ນວ່າການມາປະຕິບັດໜ້າທີ່ຂອງ ທ່ານທູດ ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ພ້ອມນີ້, ທ່ານຍັງໄດ້ແຈ້ງສະພາບການພົ້ນເດັ່ນ ຂອງ ສປປ ລາວ ໃຫ້ທ່ານທູດຮັບຊາບ ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງປະເທດ ຕະ ຫລອດໄລຍະ 27 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຜ່ານມາ, ສະແດງຄວາມຂອບໃຈຕໍ່ລັດຖະ ບານ ແລະ ປະຊາຊົນ ສ ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມື ສອງຝ່າຍ

SA Game
ຂປລ.

ເປັນຕົ້ນ ແມ່ນໂຄງການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ ແລະ ອື່ນໆ ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ

ຍິນດີຈະຮ່ວມກັບ ທ່ານເອກອັກຄະລັດຖະທູດ ສ ເກົາຫລີ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສະມາຄົມມິດຕະພາບລາວ-ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂື້ນຢ່າງບໍ່ຢຸດຢັ້ງ.

ນອກນັ້ນ, ຍັງໄດ້ແຈ້ງໃຫ້ ທ່ານທູດ ຊາບກ່ຽວກັບພາລະບົດບາດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໃນວຽກງານພົວພັນຕ່າງປະເທດຂອງພັກ, ອົງການຈັດຕັ້ງມະຫາຊົນ, ສະມາຄົມມິດຕະພາບ ກໍຄື ການທູດປະຊາຊົນ

ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບກັບບັນດາພັກການເມືອງຕ່າງໆ, ຊຸກຍູ້ການພົວພັນຮ່ວມມື ລະ ຫວ່າງ ລັດກັບລັດ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ.

ໃນໂອກາດດັ່ງກ່າວ, ທ່ານ ຈອງ ຢອງ ຊູ (Jung Yung-soo) ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງສະຫວັນ ພົມວິຫານ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ສ ເກົາຫລີ-ສປປ ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ແລະ ໃຫ້ຄໍາໝັ້ນສັນຍາ ຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ

ຍິນດີສືບຕໍ່ສະໜັບສະໜູນການຈັດກິດຈະກໍາຂອງສະມາຄົມມິດຕະພາບ ສ ເກົາຫລີ-ລາວ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ປະຊາຊົນຂອງສອງປະເທດ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບ ຄະນະພົວພັນຕ່າງ ປະເທດສູນກາງພັກ ປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອປະກອບສ່ວນເພີ່ມພູນຄູນສ້າງ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານຢູ່ ສປປ ລາວ, ສືບຕໍ່ເປັນຂົວຕໍ່ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ

ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ສປປ ລາວ-ສ ເກົາຫລີ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.