ຄໍາສັບ “ຄາ” ຄວາມໝາຍໃນພາສາລາວ ແລະ ການນໍາໃຊ້

SA Game

DooDiDo

ການອະທິບາຍຄວາມໝາຍຄໍາວ່າ “ຄາ” ມີແນວໃດ?

ຄໍາວ່າ “ຄາ” ແມ່ນຊື່ເຄື່ອງໃສ່ຄໍນັກໂທດຜູ້ກະທໍາຄວາມຜິດ ເພື່ອຈອງຈໍາຢູ່ຄຸກ ຫຼື ສະຖານທີ່ກັກຂັງ ເພື່ອ ບໍ່ໃຫ້ສາມາດໂຕນໜີໄດ້ ແຕ່ຖ້າໂທດເບົາແມ່ນຈະບໍ່ຖືກໃສ່ ຊຶ່ງອາດຈະໃສ່ພຽງແຕ່ກັບມື ຫຼື ມີຄໍາຫຼວດຄຸມ ຮັກສາເທົ່ານັ້ນ. ອີກຄວມໝາຍນຶ່ງມີຄວາມໝາຍວ່າແມ່ນຫຍ້າຄາ ເປັນຫຍ້າແນວນຶ່ງໃບຍາວໃຊ້ມາຖັກເປັນ ໄພ ເພື່ອໃຊ້ມຸງຕູບ ຫຼື ມຸງຫຼັງຄາເຮືອນ ສາມາດກັນແດດກັນຝົນໄດ້ ແລະ ເຢັນກວ່າເອົາສັງກະສີ ຫຼື ກະ ເບື້ອງມຸງ. ການໄພຫຍ້າຄາ ເພື່ອນໍາມາໃຊ້ມຸງຫຼັງຄາແມ່ນມີມາແຕ່ບູຮານນະການ ເປັນການນໍາໃຊ້ສີ່ງທີ່ມີ ຢູ່ໃກ້ໂຕ ໃຫ້ເກີດປະໂຫຍດຢ່າງສະຫຼາດຂອງມະນຸດ. ປະຈຸບັນ ການສານໄພຫຍ້າຄາໃນໂຕເມືອງໃຫຍ່ ແມ່ນບໍ່ຄ່ອຍມີ ແລະ ຄ່ອຍໆຫາຍໄປຕາມສະພາບການພັດທະນາ ເພາະມີສັງກະສີ, ຫຼັງຄາອາລຸຍຊິງ, ກະເບື້ອງ, ຊີແພກ ແລະ ແຜ່ນລຽບ ທີ່ມີຄວາມທົນທານ ສະດວກໃນການມຸງຫຼັງຄາມາແທນທີ່.

ນອກຈາກນີ້, ຍັງໝາຍເຖິງຕິດ ຫຼື ຕິດຄັດ ຫຼື ຂ້ອງຄາ, ໄປບໍ່ໄດ້, ແກ້ບໍ່ໄດ້ ເຊັ່ນ: ຍັງຄາຢູ່ເດີ, ຄາວຽກ ຄາງານ, ຄາຫຍັງບໍ່, ລົດຄາ, ຄາປະຊຸມ, ຄາແຕ່ງກິນ, ຄາຂັບລົດ, ຄາເດີນທາງ. ພ້ອມນັ້ນ, ເວລາເອົາ ໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍເປັນຢ່າງອື່ນເຊັ່ນ: ຄາໃຈ ໝາຍເຖິງຍັງຮູ້ບໍ່ທັນກະຈ່າງແຈ້ງ ແລະ ຍັງຢາກຮູ້ຄໍາຕອບ, ຄາຄໍ ໝາຍເຖິງເຮັດສິ່ງໃດນຶ່ງແຕ່ບໍ່ທັນແລ້ວ, ຈັບໄດ້ຄາໜັງຄາເຂົາ ໝາຍເຖິງຈັບ ໄດ້ຕອນເຮັດສິ່ງໃດນຶ່ງຢູ່, ການຕີລາຄາ ໝາຍເຖິງການວິເຄາະ ແລະ ປະເມີນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຄາ”.

“ຄາ” (1. ຄໍານາມ) ຊື່ເຄື່ອງຈອງຈໍາຢ່າງນຶ່ງ ສໍາລັບໃສ່ຄໍຜູ້ທີ່ກະທໍາຄວາມຜິດ, ຊື່ຫຍ້າແນວນຶ່ງ ໃບຍາວ ໃຊ້ມຸງຫຼັງຄາໄດ້. (2. ຄໍາກິລິຍາ) ຕິດ, ຂ້ອງ, ໄປບໍ່ໄດ້, ແກ້ບໍ່ໄດ້.

ຕົວ­ຢ່າງ: 

  • ນັກໂທດປະຫານຖືກໃສ່ຄາຢູ່ຄໍ ແລະ ກັບມື ພ້ອມທັງກັບຕີນ ເພື່ອປ້ອງກັນບໍ່ໃຫ້ສາມາດໂຕນໜີ.
  • ກ່ອນຈະໄດ້ຫຍ້າຄາໄພນຶ່ງ ເພື່ອມາມຸງເຮືອນ ຫຼື ຕູບ ບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ຕັດຫຍ້າຄາທີ່ ຍາວງາມດີ ຕາມມາດຕະຖານເພື່ອມາຕາກ, ນໍາໄປໄພ ຫຼື ຂອດຫ້ອຍ ເທື່ອລະໃບ ຈົນເປັນໄພ ຊຶ່ງໃຊ້ເວລາພໍສົມຄວນ.
  • ໄລຍະນີ້ຄາວຽກຫຼາຍ ບໍ່ໄດ້ອອກໄປຫຼິ້ນນໍາໝູ່ຄູ່ ຈົນເຂົາເວົ້າໃຫ້.
  • ຝົນຕົກໜັກເຮັດໃຫ້ທາງເປື້ອນມີຂີ້ຕົມ ພໍແຕ່ຂີ່ລົດໃຫຍ່ຕົກບວກກໍຄາທັນທີ.

ສະຫຼຸບ.

ຄໍາວ່າ “ຄາ” ເປັນຊື່ເຄື່ອງມື ຫຼື ອຸປະກອນສໍາລັບໃສ່ຄໍນັກໂທດ ເພື່ອຈອງຈໍາ, ຊື່ຫຍ້າແນວນຶ່ງເອີ້ນຫຍ້າ ຄາໃບຍາວໃຊ້ມຸງຫຼັງຄາໄດ້. ນອກຈາກນັ້ນ, ຍັງໝາຍເຖິງບໍ່ທັນ ເພາະຍັງຕິດທຸລະຢູ່, ຕິດຄາຢູ່, ຄາຢູ່, ຂ້ອງຄາ, ໄປບໍ່ໄດ້, ແກ້ບໍ່ໄດ້ ນັ້ນເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo