ຄໍາວ່າ “ຕື່ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕື່ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕື່ນ” ໝາຍເຖິງການຕື່ນນອນ, ຟື້ນຈາກການຫຼັບ ຫຼື ລູກນອນ ຫຼື ອອກຈາກການຫຼັບ, ໝາຍ ເຖິງການຕື່ນຈາກການເຂົ້າສໍາມະທິ ຫຼື ເຂົ້າຊານຂອງພະ ຫຼື ຜູ້ຊົງສິນ ຫຼື ການຈໍາສິນ. ຄົນສະໄໝກ່ອນ ຍັງໃຊ້ຄໍາດັ່ງກ່າວເພື່ອປຽບທຽບ, ເປັນຄໍາສອນຕ່າງໆ ເຊັ່ນ: ຢ່ານອນຕື່ນສວາຍ ຢ່າອາຍທໍາກິນ ຢ່າໝີ່ນ ເງິນນ້ອຍ ຢ່າຄອຍວາດສະໜາ, ຕື່ນກ່ອນໄກ່ ໝາຍເຖິງການຕື່ນເຊົ້າໆ ເພາະໄກ່ທໍາມະຊາດຕື່ນອອກຫາ ກິນແມ່ນເຊົ້າມືດຍັງບໍ່ແຈ້ງດີ, ໃຫ້ຕື່ນເດິກລຸກເຊົ້າ ເພື່ອໜຶ້ງເຂົ້າເປົ່າໄຟ ໝາຍເຖິງໃຫ້ດຸໝັ່ນຕື່ນແຕ່ເຊົ້າ ເພື່ອທໍາມາຫາກິນ, ໃຫ້ຕື່ນເດີກຄືກາໃຫ້ຫາກິນຄືໄກ່ ໝາຍເຖິງໃຫ້ມີຄວາມດຸໝັ່ນ ພາກພຽນອົດທົນ, ໃຫ້ຕື່ນແຕ່ເດິກ ໃຫ້ໄປເສິກແຕ່ໜຸ່ມ ຈິ່ງມີປະສົບປະການ, ຢ່າຂີ້ຄ້ານ ຕື່ນສວາຍໝາຍ ເຖິງບໍ່ໃຫ້ເປັນຄົນຂີ້ ຄ້ານ.

ນອກຈາກນີ້, ຍັງໝາຍເຖິງການຕື່ນຕົກໃຈ ຈົນຫຼົງໜ້າຫຼົງໜ້າຫຼົງຫຼັງ ຫຼື ການສະເດີດຕື່ນຈາກສິ່ງໃດສິ່ງ ນື່ງໂດຍບັງເອີນ ເຊັ່ນ: ຕື່ນສຽງແກລົດ, ຕື່ນສຽງຟ້າຜ່າ, ຕື່ນຂ່າວ ໝາຍເຖິງເຫັນຂ່າວແລ້ວຕົກໃຈ, ຕື່ນ ຍຸບ, ຕື່ນຕູມ ຫຼື ກະຕ່າຍຕື່ນຕູມ. ຕື່ນ ຍັງສາມານໍາໄປປະສົມກັບຄໍາອື່ນ ເຊັ່ນ: ຕື່ນເຕັ້ນ ໝາຍເຖິງການ ເຮັດສິ່ງທ້າທາຍ ຫຼື ຖືກກົດດັນ ແລະ ຫົວໃຈເຕັ້ນແຮງ, ຕື່ນຕັນໃຈ ໝາຍເຖິງຮູ້ສຶກດີໃຈຫຼາຍຈົນບໍ່ຮູ້ຊິເວົ້າ ບາງເທື່ອກໍນໍ້າຕາອອກ, ຕື່ນຕົວ ໝາຍເຖິງການສະໝັກໃຈເຮັດສິ່ງໃດນຶ່ງໂດຍບໍ່ໃຫ້ຜູ້ອື່ນບອກ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕື່ນ”.

“ຕື່ນ” (1. ຄໍາກິລິຍາ) ອອກຈາກການຫຼັບ, ບໍ່ຫຼັບ, ຕົກໃຈຈົນຫຼົງໜ້າຫຼົງເຕ້ນ ຫຼື ຢຸດ.

ຕົວ­ຢ່າງ: 

  • ລາວຈັ່ງແມ່ນເປັນຄົນດຸໝັ່ນ ຕື່ນແຕ່ເດິກ ໜຶ້ງເຂົ້າ, ລ້າງຖ້ວຍ, ກວາດເຮືອນ, ເກືອເປັດເກືອໄກ່ ແລະ ອອກໄປຫ້ອງການແຕ່ເຊົ້າ.
  • ເດັກນ້ອຍສະໄໝນີ້ຕິດເກມ ຫຼີ້ນໝົດຄືນ ພໍຮອດຮຸ່ງເຊົ້າພັດບໍ່ຕື່ນນອນ ຈົນຮອດທ່ຽງຈຶ່ງຕື່ນ ຈັ່ງແມ່ນບໍ່ເປັນວຽກບໍ່ເປັນງານ.
  • ຟ້າຜ່າສຽງດັງ ປັງ! ຄົນຢູ່ໄກ້ພາກັນຕື່ນຕົກໃຈ ໂດດເຕັ້ນແບບບໍ່ຮູ້ໂຕ ແຕ່ຍັງດີທີ່ບໍ່ມີຜູ້ໃດໄດ້ຮັບ ບາດເຈັບ.
  • ລົດໃຫຍ່ແກ່ດິນແລ່ນມາໃກ້ໆລົດຂ້ອຍແລ້ວບີບແກໃສ່ ເຮັດໃຫ້ຂ້ອຍແລະໝູ່ຕື່ນຕົກໃຈຢ່າງແຮງ ຈົນຕ້ອງຢຸດລົດແບບກະທັນຫັນ.

ສະຫຼຸບ.

ຄໍາວ່າ “ຕື່ນ” ໝາຍເຖິງການຕື່ນນອນ ຫຼື ຟື້ນຈາກການຫຼັບ ຫຼື ການເຂົ້າສໍາມະທິ. ນອກຈາກນັ້ນ, ຍັງ ໝາຍເຖິງການຕື່ນຕົກໃຈ ໃນສິ່ງໃດສິ່ງນຶ່ງທີ່ເກີດຂຶ້ນໂດຍເຮົາບໍ່ທັນຕັ້ງສະຕິ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo