ຄໍາວ່າ “ກູດ” ແລະ “ງໍ” ໃນ​ພາ​ສາ​ລາວມີຄວາມໝາຍຄືກັນບໍ່

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ກູດ” ແລະ “ງໍ”.

ຄໍາວ່າ “ກູດ” ໝາຍເຖິງຜັກກູດ ຊຶ່ງເປັນພືດຊະນິດນຶ່ງໃບງໍໆ ມັກອອກຕາມຫ້ວຍໜອງຄອງບຶງ ຫຼື ບ່ອນຊຸ່ມນໍ້າ ມີ ຫຼາຍແນວຕ່າງກັນເລັກນ້ອຍ. ຜັກກູດບາງແນວສາມາດນໍາໄປປຸງແຕ່ງເປັນອາຫານໄດ້ ເຊັ່ນ: ຂົ້ວຜັກກູດ, ຊູບຜັກ ກູດ, ໜຶ້ງຜັກກູດ, ຜັກກູດລວກ ເປັນຕົ້ນ. ຜັກກູດເປັນຜັກຊະນິດໜຶ່ງທີ່ມີປະໂຫຍດທັງທາງກົງ ແລະ ທາງອ້ອມຄື: ເກີດຢູ່ແຄມນໍ້າຊ່ວຍຫຼຸດຜ່ອນການເຊາະເຈື່ອນ, ນໍາມາກິນໄດ້ດັ່ງທີ່ກ່າວມາ, ມີບາງຕໍາລາກ່າວໄວ້ວ່າຮາກຜັກກູດ ສາມາດປະສົມກັບສະໝຸນໄພຊະນິດອື່ນເປັນຢາເຢັນ ແລະ ຊ່ວຍບໍາລຸງຜິວ. ນອກຈາກນັ້ນ, ຍັງໝາຍມີຄວາມ ໝາຍຄືກັນກັບງໍ ຫຼື ຂົດ ຫຼື ຂົດງໍ ເຊັ່ນ: ຜົມກູດ, ຫົວກູດ, ໃບກູດ ໃບງໍ, ຫາງກູດ ຫາງງໍ ເປັນຕົ້ນ. ພ້ອມກັນ ນີ້“ກູດ” ຍັງໝາຍເຖິງກູດເຮືອ ຫຼື ຫາງເສືອເຮືອ ອີກດ້ວຍ.

ຄໍາວ່າ “ງໍ” ໝາຍເຖິງບໍ່ຊື່, ຄົດ, ກົ່ງ, ກູດ ເຊັ່ນ: ຄົນຄົດຄົນງໍ ໝາຍເຖິງຄົນບໍ່ດີທໍລະຍົດ ສໍ້ກົງ ຊຶ່ງສຸພະສິດກ່າວ ໄວ້ວ່າ “ໄມ້ຄົດເອົາໄວ້ເຮັດຂໍ ເຫຼັກງໍ ອົາໄວ້ເຮັດກ່ຽວ ແຕ່ຄົນຄົດລ້ຽວ ເອົາໄວ້ບໍ່ດີ” ໝາຍເຖິງຄົນທີ່ບໍ່ຊື່ສັດບໍ່ຄວນເຮັດວຽກນໍາ ຫຼື ຢູ່ໃກ້ ເພາະມີພິດໄພຕໍ່ເຮົາ, ໄມ້ຄົດໄມ້ງໍ ໝາຍເຖິງໄມ້ບໍ່ຊື່, ກ່ຽວຄົດງໍ, ງໍແຂນ ງໍຂາ ງໍຕີນ ງໍມື ໝາຍເຖິງຂີ້ຄ້ານລໍຖ້າກິນແຕ່ນໍາຄົນອື່ນ. ແຕ່ຖ້າເຮັດໜ້າງໍ ໝາຍເຖິງບໍ່ພໍໃຈ ແລະ ຄຽດໃຫ້ຢູ່ ເພື່ອຢາກໃຫ້ຜູ້ອື່ນງໍ້ ຫຼື ເອົາໃຈ ແລະ ອື່ນໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າກູດ”.

“ກູດ” (1. ຄໍານາມ) ຜັກແນວນຶ່ງເຄືອ ແລະ ໃບງໍໆ. ໄມ້ສໍາລັບຂັດທ້າຍເຮືອໃຫຍ່, ຫາງເສືອເຮືອ. (2. ຄໍາກິລິຍາວິເສດ) ງໍ, ຈັງເຂົ້າ, ງໍຈັງເຂົ້າ (ຜົມກູດ).

ຕົວ­ຢ່າງ: 

  • ມື້ນີ້ໄປເລາະປ່າ ແລະ ເກັບຜັກກູດແຄມຫ້ວຍ ເພື່ອເມືອຂົ້ວໃສ່ຊີ້ນໝູກິນ ເປັນອາຫານແລງ.
  • ກູດເຮືອເຮັດດ້ວຍໄມ້ດູ່ ຊຶ່ງມີລາຍງາມ, ມີຄວາມແຂງແກ່ນ ແລະ ສາມາດຢູ່ໄດ້ເປັນຮ້ອຍປີ.
  • ໃນຍຸກ 80 ຜູ້ຍິງແມ່ນມັກດັດຜົມ ເພື່ອໃຫ້ກູດ ຊຶ່ງໄດ້ຮັບຄວາມນິຍົມຫຼາຍ ແລະ ຖືວ່າງາມມີສະເໜ່ ດຶງ ດູດສາຍຕາຜູ້ຄົນໄດ້ດີອີກແບບນຶ່ງ.
  • ຕົ້ນດອກໄມ້ທີ່ມີໃບລາຍແສກສີຂຽວສີເຫຼືອງ ແລະ ກູດງາມ ກໍາລັງດັງ ແລະ ມີລາຄາແພງສົມຄວນ.

ຄວາມໝາຍຄຳວ່າງໍ”.

“ງໍ” (1. ຄໍານາມ) ພະຍັນຊະນະໃນພາສາລາວໂຕນຶ່ງເອີ້ນໂຕ “ງ” ອ່ານວ່າໂຕ ງໍ ເປັນພະຍັນຊະນະໂຕທີສີ່ ຫຼັງຈາກໂຕ “ຄ” ແລະ ກ່ອນໂຕ “ຈ”. ຊື່ການຫຼີ້ນຢ່າງນຶ່ງ ພວກຫຼີ້ນລອຍຢູ່ໃນນໍ້າ ແລ້ວຜູ້ນຶ່ງງໍມືລອຍໜີໃຫ້ໝູ່ໄລ່. (2. ຄໍາກິລິຍາວິເສດ) ບໍ່ຊື່, ຄົດໄປມາ.

ຕົວ­ຢ່າງ: 

  • ໂຕ “ງ” ແມ່ນພະຍັນຊະນະໃນພາສາລາວໂຕທີສີ່ ອ່ານ ແລະ ຂຽນງ່າຍ ເພາະມັນຍາວຄືກັນກັບໂຕງູ.
  • ເສັ້ນທາງລົດໄຟໂດຍທົ່ວໄປຖືວ່າຊື່ດີບໍ່ຄົດບໍ່ງໍ ຄືກັບເສັ້ນທາງລົດບັນທຸກທົ່ວໄປໂດຍສະເພາະແມ່ນທາງ ພາກເໜືອ ເຖິງວິວຈະງາມແຕ່ຕ້ອງໄດ້ຂຶ້ນພູລົງຫ້ວຍລ້ຽວຊ້າຍລ້ຽວຂວາຄົດໄປງໍມາ ຂີ່ລົດມັກເຮັດໃຫ້ເມົາ ລົດ.

ສະຫຼຸບ.

ຄໍາວ່າ “ກູດ” ແມ່ນຜັກແນວນຶ່ງມັກອອກຕາມຫ້ວຍມີໃບງໍໆ ສາມາດກິນໄດ້. ໝາຍເຖິງໄມ້ຫາງເສືອເຮືອ. ນອກນີ້, ຍັງມີຄວາມໝາຍວ່າ ງໍ, ຈັງເຂົ້າ, ງໍຈັງເຂົ້າ. ສ່ວນຄໍາວ່າ “ງໍ” ໝາຍເຖິງຕົວອັກສອນ ຫຼື ພະຍັນຊະນະລາວໂຕ ນຶ່ງ, ມີຄວາມໝາຍຄືກັນກັບກູດ ແລະ ຍັງໝາຍເຖິງບໍ່ຊື່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo