ຄໍາວ່າ “ໝໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝໍ” ມີຄວາມໝາຍແນວໃດ?

“ໝໍ” ແມ່ນອັກສອນ ຫຼື ພະຍັນຊະນະປະສົມລະຫວ່າງ ໂຕ “ຫໍ” ແລະ ໂຕ “ມໍ” ຊຶ່ງການປະສົມກັນ ແມ່ນເນື່ອງຈາກໂຕ “ຫໍ” ເປັນພວກອັກສອນສູງ (ບໍ່ເປັນຕົວສະກົດ) ແລະ ເມື່ອປະສົມອັກສອນຕໍ່າ ຢ່າງໂຕ “ມໍ” ເຮັດໃຫ້ເປັນອັກສອນສູງໄດ້. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ໝໍ ແລະ ທຽບໃສ່ໂຕໝາ ເພື່ອໃຫ້ຈໍາໄດ້ງ່າຍ ດັ່ງ “ໝໍສະລະອາໝາ”.

ນອກຈາກນີ້, “ໝໍ” ຍັງໃຊ້ເອີ້ນເປັນຄໍານໍາໜ້າຂອງຜູ້ຮູ້ ຫຼື ຜູ້ຊໍານານ ເຊັ່ນ: ໝໍລໍາ, ໝໍແຄນ, ໝໍມົນ, ໝໍຜີ, ໝໍມົນ, ໝໍນວດ. “ໝໍ” ຍັງເປັນຄໍານໍາໜ້າຂອງຜູ້ປີ່ນປົວ ດັ່ງ ທ່ານໝໍປົວພະຍາດ, ໝໍຢາພື້ນເມືອງ, ໝໍຢາ ຫຼວງ, ໝໍຕາ, ໝໍແຂ້ວ, ນາງໝໍ ແລະ ອື່ນໆ “ໝໍ” ຍັງໃຊ້ຮຽກຜູ້ທໍານາຍ ຫຼື ທວາຍຮ້າຍດີ ເຊັ່ນ ໝໍໂຫນ, ໝໍດູ, ໝໍເດົາ, ເປັນຕົ້ນ. ຜູ້ແອບຝຶກຊ້າງ ມ້າ ເປັນຕົ້ນ ດັ່ງ ໝໍລໍາ, ໝໍແຄນ, ໝໍມົນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝໍ”.

“ໝໍ” (1. ຄໍານາມ) ໃຊ້ເປັນຄໍານໍາໜ້າຂອງຜູ້ຮູ້, ຜູ້ຊໍານານ, ຜູ້ປີ່ນປົວ, ຜູ້ທວາຍຮ້າຍດີ, ຜູ້ແອບຝຶກຊ້າງ ມ້າ ເປັນຕົ້ນ ດັ່ງ ໝໍລໍາ, ໝໍແຄນ, ໝໍມົນ ແລະ ອື່ນໆ.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ໝໍ ໝາ”.
  • ທ່ານໝໍແຂ້ວ, ທ່ານໝໍປົວຕາ ແລະ ໝໍອື່ນໆ ເຂົ້າຮ່ວມກອງປະຊຸມປະຈໍາປີຢູ່ກະຊວງສາທາລະນະ ສຸກ.
  • ໝໍໂຫນ ໄດ້ໃຊ້ເຄື່ອງບູຊາຕ່າງໆຕາມທີ່ເຄີຍເຮັດມາ ເພື່ອທໍາການດູດວງເມືອງວ່າປີນີ້ຟ້າຝົນຈະອຸ ດົມສົມບຸນບໍ່.

ສະຫຼຸບ.

“ໝໍ” ແມ່ນພະຍັນຊະນະປະສົມລະຫວ່າງ ໂຕ “ຫໍ” ແລະ ໂຕ “ມໍ” ທັງນີ້ກໍເພື່ອເອົາຕົວອັກສອນສູງ “ຫໍ” ປະສົມອັກສອນຕໍ່າໂຕ “ມໍ” ເຮັດໃຫ້ເປັນອັກສອນສູງໄດ້. ນອກຈາກນີ້, “ໝໍ” ຍັງເປັນຄໍານໍາໜ້າເພື່ອເອີ້ນ ຜູ້ຮູ້ ຫຼື ຜູ້ຊໍານານ ຫຼື ຜູ້ປີ່ນປົວ ລວມທັງໃຊ້ຮຽກຜູ້ທໍານາຍ ຫຼື ທວາຍຮ້າຍດີ, ຜູ້ແອບຝຶກຊ້າງມ້າ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo