ຄໍາວ່າ “ນ້າ” ແລະ “ໜ້າ” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ນ້າ” ແລະ “ໜ້າ”

ຄໍາວ່າ “ນ້າ” ແລະ “ໜ້າ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້:

ຄຳວ່າ “ນ້າ” ແມ່ນຄໍາທີ່ໃຊ້ເອີ້ນ ພໍ່ ຫຼື ແມ່ໃໝ່ (ຜົວໃໝ່ຂອງແມ່ນ ຫຼື ເມຍໃໝ່ຂອງພໍ່) ວ່າ ພໍ່ນ້າ, ແມ່ນ້າ ຊຶ່ງທີ່ ບໍ່ແມ່ນພໍ່ ຫຼື ແມ່ຄິງ (ພໍ່ແມ່ບັງເກີດເກົ້າ). ນອກນັ້ນ, ຍັງໃຊ້ເອີ້ນ ນ້າສາວ ຊຶ່ງແມ່ນນ້ອງຂອງແມ່ ແລະ ໃຊ້ເອີ້ນ ນ້າບ່າວ ຊຶ່ງແມ່ນນ້ອງຊາຍຂອງແມ່.

ຄໍາວ່າ “ໜ້າ” (ໃບໜ້າກໍວ່າ) ແມ່ນຢູ່ສ່ວນນຶ່ງຂອງຫົວແຕ່ຕີນຜົມດ້ານກົງກັນຂ້າມກັບທາງຫຼັງເຖິງຄາງ, ຢູ່ກົງກັນຂ້າມກັບທາງຫຼັງ ຫຼື ງ່ອນດົ້ນ. ໃບໜ້າຂອງຄົນແຕກຕ່າງກັນອອກໄປ ແລະ ຍັງໃຊ້ສະແດງອາລົມຂອງຄົນ ດັ່ງໜ້າງໍ, ໜ້າບູດ, ໜ້າຊື່ນຕາບານ, ໜ້າດ້ານ ເປັນຕົ້ນ. ແຕ່ໜ້າລົດ, ໜ້ານໍ້າ, ໜ້າພຽງ ແລະ ອື່ນໆ ແມ່ນແຕກ ຕ່າງຈາກໜ້າຄົນ. ພ້ອມນັ້ນ, “ໜ້າ” ຍັງໝາຍລະດູການ ຫຼື ຍາມ ໃດຍາມນຶ່ງ ເຊັ່ນ: ໜ້າແລ້ງ, ໜ້າຝົນ, ໜ້າຮ້ອນ ເປັນຕົ້ນ. “ໜ້າ” ຍັງແມ່ນສ່ວນ ຫຼື ຝ່າຍ ດັ່ງ ໜ້າເປັນ, ໜ້ານ້ອຍ, ໜ້າໃຫຍ່ ເປັນຕົ້ນ. “ໜ້າ” ຍັງໃຊ້ເອີ້ນອາວຸດຢ່າງນຶ່ງທີ່ຄົນເຮົາປະດິດຂຶ້ນມາ ເຊັ່ນ: ໜ້າເກັກ, ໜ້າໄມ້ ແລະ ອື່ນໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່ານ້າ”.

“ນ້າ” (1. ຄໍານາມ) ເປັນຄໍາຮຽກພໍ່ ຫຼື ແມ່ ທີ່ບໍ່ແມ່ນພໍ່ຄິງແມ່ຄິງ ວ່າ ພໍ່ນ້າ, ແມ່ນ້າ. ນ້າສາວແມ່ນນ້ອງສາວ ຂອງແມ່. ນ້າບ່າວແມ່ນນ້ອງຊາຍຂອງແມ່.

ຕົວຢ່າງ:

  • ໃນສະໄໝກ່ອນມີເລື່ອງເລົ່າກ່ຽວກັບແມ່ນ້າຫຼາຍເລື່ອງ ແຕ່ສ່ວນໃຫຍ່ຈະເນັ້ນໃຫ້ເຫັນແຕ່ແນວບໍ່ດີ ຫຼື ຄວາມຊົ່ວ ເພາະບໍ່ຮັກລູກຕິດຂອງຜົວ ເປັນສ່ວນໃຫຍ່.
  • ນ້າບ່າວ ເປັນຄົນໃຈດີ ເພາະພໍ່ ແລະ ແມ່ຂ້ອຍສົ່ງຂ້ອຍມາຢູ່ນໍາເພີ່ນຫຼາຍປີ ແລະ ໄດ້ຮັບການດູແລເອົາ ໃຈໃສ່ ໃຫ້ເງິນຄໍາກໍາແກ້ວ, ລວມທັງບອກສອນໃຫ້ເປັນຄົນດີ.

ຄວາມໝາຍຄຳວ່າໜ້າ”.

“ໜ້າ” (1. ຄໍານາມ). ສ່ວນຂອງຫົວຕັ້ງແຕ່ຕີນຜົມດ້ານກົງກັນຂ້າມກັບທາງຫຼັງເຖິງຄາງ, ສ່ວນກົງກັນຂ້າມ ທາງຫຼັງ, ລະດູ, ຄາວ, ຍາມ (ໜ້າແລ້ງ). ສ່ວນ, ຝ່າຍ (ໜ້າເປັນ, ໜ້ານ້ອຍ, ໜ້າໃຫຍ່). ໜ້າກາກແມ່ນ ເຄື່ອງບັງທີ່ສຸບໃສ່ໜ້າ ເພື່ອບໍ່ໃຫ້ເຫັນໜ້າແທ້. ເຄື່ອງຍິງສັດເຮັດດ້ວຍໄມ້, ເຫຼັກ, ທອງມີແນວຄື: ໜ້າທະ ນູ, ໜ້າກະຖຸນ, ໜ້າໄມ້.

ຕົວຢ່າງ:

  • ນາງສາວແຕ່ລະຄົນທີ່ຜ່ານເຂົ້າຮອບປະກວດນາງງາມມີໜ້າອັນສວຍງາມ, ມີສະເໜ່ ແລະ ເປັນຕາແພງ.
  • ໜ້າໜາວຫຼາຍຄົນມັກເປັນຫວັດເປັນໄອ ໂດຍສະເພາະແມ່ນຜູ້ເຖົ້າ ແລະ ເດັກນ້ອຍ ເພາະມີພູມຕ້ານທານ ອ່ອນ.
  • ກິລາໜ້າເກັກແມ່ນກິລາພື້ນບ້ານຢ່າງນຶ່ງຂອງລາວ ທີ່ໄດ້ຮັບຄວາມສົນໃຈບໍ່ໜ້ອຍໜ້າກວ່າກິລາປະເພດ ອື່ນໆ.

ສະຫຼຸບ.

ຄໍາວ່າ “ນ້າ” ແລະ “ໜ້າ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປ ເພາະຄໍາວ່າ “ນ້າ” ໝາຍເຖິງ

ຄໍາວ່າ “ໜ້າ” ໝາຍເຖິງ “ໃບໜ້າ” ຂອງຄົນ ແລະ ສັດ, ໜ້າຂອງວັດຖຸສິ່ງຂອງຕ່າງໆ. “ໜ້າ” ຍັງໃຊ້ຮຽນລະດູ ດັ່ງ ໜ້າແລ້ງ, ໜ້າໜາວ. “ໜ້າ” ຍັງແມ່ນສ່ວນ ຫຼື ຝ່າຍ. “ໜ້າ” ແມ່ນເຄື່ອງມືໃຊ້ຍິງ ຫຼື ອາວຸດຢ່າງນຶ່ງອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo