ຄໍາວ່າ “ຫໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫໍ” ແມ່ນອັກສອນ ຫຼື ພະຍັນຊະນະໂຕທີ 25 ຢູ່ຫຼັງໂຕ “ວໍ” ແລະ ຢູ່ກ່ອນໂຕ “ອໍ” ເປັນພວກ ອັກສອນສູງ ແລະ ໃຊ້ເປັນຕົວສະກົດບໍ່ໄດ້. ແຕ່ໂຕ ຫໍ ສາມາດໃຊ້ປະສົມອັກສອນຕໍ່າທັງ 7 ຄື: ງ, ຍ, ນ, ມ, ຣ, ລ ແລະ ວ ໃຫ້ເປັນສຽງອັກສອນສູງໄດ້ ດັ່ງ ຫຍ, ຫນ, ຫມ, ຫຣ, ຫລ, ຫວ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ຫໍ ແລະ ທຽບໃສ່ໂຕເດັກເພື່ອໃຫ້ຈໍາໄດ້ງ່າຍ ດັ່ງ “ຫໍ ຫ່ານ”.

ນອກຈາກນີ້, “ຫໍ” ຍັງໝາຍເຖິງເຮືອນພັກພາອາໃສ, ຫ້ອງການຕ່າງໆ ທີ່ມຸງຫຼັງຄາເປັນຍອດສູງຂຶ້ນເຊັ່ນ: ຫໍພັກ, ຫໍສະມຸດ, ຫໍພິພິດທະພັນ, ຫໍວັດທະນາທໍາ, ຫໍນາງໂລມ. “ຫໍ” ຍັງແມ່ນເຮືອນຢູ່ຂອງເຈົ້ານາຍເຊັ່ນ: ຫໍພະລາຊະວັງ, ຫໍເຈົ້າຟ້າ ເປັນຕົ້ນ. ແຕ່ຖ້າເຮືອນຫໍ ແມ່ນໝາຍເຖິງຫ້ອງນອນຂອງຄູ່ແຕ່ງງານໃໝ່. “ຫໍ” ຍັງໃຊ້ເອີ້ນ ເຮືອນທີ່ໃຊ້ສະເພາະ ດັ່ງ ຫໍດູດາວ, ຫໍຍາມ, ຫໍສົງ, ຫໍລະຄັງ, ຫໍກອງ, ຫໍສົງ, ຫໍສິມ, ຫໍພະ, ຫໍຜີ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫໍ”.

“ຫໍ” (1. ຄໍານາມ) ພະຍັນຊະນະໂຕທີ 25 ເປັນພວກອັກສອນສູງໃຊ້ເປັນຕົວສະກົດບໍ່ໄດ້ແຕ່ ຫ ໃຊ້ປະ ສົມອັກສອນຕໍ່າທັງ 7 ຕົວ ຄື: ງ, ຍ, ນ, ມ, ຣ, ລ ແລະ ວ ໃຫ້ເປັນສຽງອັກສອນສູງໄດ້ ດັ່ງ ຫຍ, ຫນ, ຫມ, ຫຣ, ຫລ, ຫວ. ເຮືອນມີຫຼັງຄາເປັນຍອດ, ເຮືອນຢູ່ຂອງເຈົ້ານາຍ, ເຮືອນທີ່ໃຊ້ຈໍາເພາະກິດ ຢ່າງໃດ ຢ່າງນຶ່ງ ດັ່ງ ຫໍສົງ, ຫໍລະຄັງ, ຫໍກອງ ເປັນຕົ້ນ.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ຫໍ ຫ່ານ”.
  • ຫໍພະລາຊະວັງຕ້ອງຫ້າມຂອງຈັກກະພັດຈີນຢູ່ປັກກິງ ແມ່ນມີສິນລະປະ ແລະ ການຕົບແຕ່ງແບບ ສະເພາະ ແລະ ຫຍີ່ງໃຫຍ່ອະລັງການຫຼາຍ.
  • ຫໍກອງຢູ່ວັດແມ່ນຖືກສ້າງຂຶ້ນມາໄດ້ຫຼາຍຮ້ອຍປີ ແລະ ມີການບູລະນະຫຼາຍຄັ້ງ ດ້ວຍສັດທາຊາວ ບ້ານ.

ສະຫຼຸບ.

ຄໍາວ່າ “ຫໍ” ແມ່ນພະຍັນຊະນະໂຕທີ 25 ຢູ່ຫຼັງໂຕ “ວໍ” ແລະ ຢູ່ກ່ອນໂຕ “ອໍ” ເປັນອັກສອນສູງ ແຕ່ໂຕ ໃຊ້ປະສົມອັກສອນຕໍ່າທັງ 7 ໄດ້ ເພື່ອໃຫ້ເປັນສຽງອັກສອນສູງໄດ້ ຄື: ຫຍ, ຫນ, ຫມ, ຫຣ, ຫລ, ຫວ.  “ຫໍ” ຍັງແມ່ນເຮືອນ ຫຼື ຫ້ອງການ ທີ່ມີຫຼັງຄາເປັນຍອດສູງຂຶ້ນ ລວມທັງເຮືອນຢູ່ຂອງເຈົ້ານາຍຊັ້ນສູງ. ນອກຈາກນັ້ນ, “ຫໍ” ຍັງໃຊ້ເອີ້ນເຮືອນທີ່ໃຊ້ສະເພາະທີ່ເຮົາສ້າງຂຶ້ນ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo