ຄໍາວ່າ “ໝາກມ່ວງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝາກມ່ວງ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝາກມ່ວງ” ໝາຍເຖິງໝາກໄມ້ທີ່ມະນຸດເຮົານໍາມາບໍລິໂພກໄດ້ ຊຶ່ງເປັນໝາກໄມ້ຂອງຕົ້ນໄມ້ຢືນ ຕົ້ນສູງແຕກຕ່າງກັນຕາມແນວ ບາງແນວສູງກາຍ 20 ແມັດ. ໝາກມ່ວງເປັນໝາກໄມ້ເກີດຢູ່ເມືອງຮ້ອນ ເປັນຕົ້ນ ອິນເດຍ, ບັງກະລາເທດ, ຕອນໃຕ້ປະເທດຈີນ, ພະມ້າ, ໄທ, ລາວ, ຫວຽດນາມ, ກໍປູເຈຍ ເປັນ ຕົ້ນ. ໝາກມ່ວງແຕກຕ່າງກັນໄປຫຼາຍກວ່າ 49 ສາຍພັນກະຈາຍກັນຢູ່ເຂດຮ້ອນ ໂດຍສະເພາະແມ່ນເຂດ ອາຊີ.

“ໝາກມ່ວງ” ເປັນທີ່ນິຍົມກັນກິນຫຼາຍໃນທົ່ວໂລກ ສ່ວນໃຫຍ່ຕອນຍັງດດີບເປັນສີຂຽວ (ແຕ່ບາງສາຍພັນສີ ແດງກະມີ) ໂດຍທົ່ວໄປມີລົດຊາດສົ້ມ ແລະ ຄວາມສົ້ມກະແຕກຕ່າງກັນໄປ, ພໍເຮີ່ມ ແລະ ສຸກສ່ວນໃຫຍ່ ຈະເປັນສີເຫຼືອງ ສ່ວນໃຫຍ່ຈະມີລົດຊາດຫວານແຕກຕ່າງກັນອອກໄປ. ສະເພາະໃນລາວມີໝາກມ່ວງປ່າ ດັ່ງເດີມຫຼາຍຊະນິດ ເຊັ່ນ: ໝາກມ່ວງສໍ, ໝາກມ່ວງຂິວ ແລະ ອື່ນໆ ຊຶ່ງໜ່ວຍມີຂະໜາດນ້ອຍກວ່າໝາກ ມ່ວງທີ່ປູກທົ່ວໄປ ແລະ ໝາກມ່ວງພັນທີ່ນໍາເຂົ້າມາປູກ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝາກມ່ວງ”.

“ໝາກມ່ວງ” (1. ຄໍານາມ). ໝາກໄມ້ສາມາດກິນໄດ້ ມີຫຼາຍແນວ ສ່ວນໃຫຍ່ຕອນດິບມີລົດຊາດສົ້ມ ແຕ່ສຸກມາບາງແນວລົດຊາດສົ້ມ, ມີບາງແນວລົດຊາດຫວານ.

ຕົວຢ່າງ:

  • ຢູ່ເທິງພູມີຕົ້ນໝາກມ່ວງປ່າອາຍຸຫຼາຍຮ້ອຍປີ ສູງກວ່າ 30 ແມັດ ແລະ ໃຫຍ່ຫຼາຍອຸ້ມຄົນ ພວມ ອອກໝາກນ້ອຍຫຼາຍພັນໜ່ວຍ.
  • ໝາກມ່ວງຂຽວສະເຫວີຍທີ່ປູກໄວ້ຂ້າງເຮືອນຈັ່ງແມ່ນແຊບດີທັງກອບທັງມີລົດຊາດສົ້ມຫວານ ສົມພໍຫຼາຍຄົນມັກກິນ.
  • ໝາກມ່ວງສູກຫອມຫວານເວລານໍາມາກິນກັບເຂົ້າໜຽວຮ້ອນໆ ແມ່ນແຊບດີມີເອກະລັກສະເພາະ ແຕ່ຖ້າແມ່ນໝາກຂາມກໍຈະແຊບໄປອີກແບບນຶ່ງ.

ສະຫຼຸບ.

ຄໍາວ່າ “ໝາກມ່ວງ” ແມ່ນໝາກໄມ້ທີ່ສາມາດກິນໄດ້ທັງດິບ ແລະ ສຸກ, ເປັນໝາກໄມ້ຂອງຕົ້ນໄມ້ຢືນຕົ້ນ ສູງ (ຕົ້ນໝາກມ່ວງປ່າສູງກາຍ 20 ແມັດ). ໝາກມ່ວງເປັນຕົ້ນໄມ້ເຂດຮ້ອນມີຫຼາຍກວ່າ 49 ສາຍພັນ. “ໝາກມ່ວງ” ຕອນຍັງດີບສ່ວນໃຫຍ່ເປັນສີຂຽວມີລົດຊາດສົ້ມ (ຍົກເວັ້ນບາງ ແນວ) ແລະ ເວລາເຮີ່ມຫາ ສຸກສ່ວນໃຫຍ່ຈະເປັນສີເຫຼືອງມີລົດຊາດຫວານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo