ຄໍາວ່າ “ຊ່ອງຫວ່າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊ່ອງຫວ່າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊ່ອງຫວ່າງ” ໝາຍເຖິງສິ່ງທີ່ບໍ່ເຕີມເຕັມ ເຮັດໃຫ້ຄວາມແຕກຕ່າງກັນດ້ານໃດດ້ານນຶ່ງ ແລະ ອາດ ກໍໃຫ້ເກີດບັນຫາ ຫຼື ອຸປະສັກໄດ້ທຸກເມື່ອ ເຊັ່ນ: ຊ່ອງຫວ່າງທາງກົດໝາຍ, ຊ່ອງຫວ່າງທາງການເມືອງ, ຊ່ອງຫວ່າງທາງການຄ້າ, ຊ່ອງຫວ່າງທາງຄ່ານິຍົມ, ຊ່່ອງຫວ່າງທາງວັດທະນາທໍາ, ຊ່ອງຫວ່າງທັດສະນະ ຄະຕິ, ຊ່ອງຫວ່າງຂອງຄວາມເຂົ້າໃຈ, ຊ່ອງຫວ່າງຂອງຄວາມຮັບຮູ້, ຊ່ອງຫວ່າງທາງຄວາມເຊື່ອ ເປັນຕົ້ນ.

ນອກຈາກນີ້, “ຊ່ອງຫວ່າງ” ຍັງໝາຍເຖິງຂະໜາດ, ຄວາມສູງຕໍ່າ, ໄລຍະທີ່ສາມາດວັດແທກໄດ້ ຊຶ່ງອາດ ຈະເກີດເປັນຮູດ, ຮອຍແຕກແຍກ ຫຼື ຫວ່າງທີ່ເກີດຂຶ້ນຂອງວັດຖຸສິ່ງຂອງໝາຍເຖິງມັນບໍ່ແຈບ ກັນ ດັ່ງ ຊ່ອງຫວ່າງປະຕູ, ຊ່ອງຫວ່າງຝາເຮືອນ, ຊ່ອງຫວ່າງຂອງເຮືອນສອງຫຼັງ, ຊ່ອງຫວ່າງຂອງຕຶກສູງ ສອງ ຊັ້ນ, ຊ່ອງຫວ່າງຂອງໂຄງກະດູກສັດ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊ່ອງຫວ່າງ”.

“ຊ່ອງຫວ່າງ” (1. ຄໍານາມ). ຄວາມເລື່ອມລໍ້າຕໍ່າສູງທີ່ເຮັດໃຫ້ເຂົ້າກັນຍາກ ເຊັ່ນ ຊ່ອງຫວ່າງຊົນຊັ້ນ.

ຕົວຢ່າງ:

  • ລາວເປັນນັກທຸລະກິດທີ່ລໍ້າລວຍຍ້ອນໃຈກ້າອາໃສຊ່ອງຫວ່າງທາງກົດໝາຍ ເພື່ອຄ້າຂາຍ ແລະ ໃຫ້ສິນບົນຜູ້ມີອໍານາດ.
  • ປະເທດເພື່ອນບ້ານເກີດການປະທ້ວງ ແລະ ມີຫຼາຍພັກພວກ ຍ້ອນເກີດຊ່ອງຫວ່າງທາງຊົນຊັ້ນ ເຮັດໃຫ້ມີຄວາມເຫຼື່ອມລໍ້າກັນໃນສັງຄົມ.
  • ໃນລະດູໜາວ, ຟ້າລົມແຮງລອດຊ່ອງຫວ່າງແປ້ນຝາເຮືອນທີ່ບໍ່ຕິດກັນດີ ເຮັດໃຫ້ອາກາດໃນເຮືອນ ໜາວຫຼາຍ.
  • ຕຶກອາຄານໃນເຂດເສດຖະກິດພິເສດແມ່ນໄດ້ມີການອອກແບບໃຫ້ມີຊ່ອງຫວ່າງຫ່າງກັນປະມານ 20 ຫາ 30 ແມັດ ເພື່ອສະດວກໃນການປູກຕົ້ນໄມ້ ແລະ ອື່ນໆ.

ສະຫຼຸບ.

ຄໍາວ່າ “ຊ່ອງຫວ່າງ” ຄວາມແຕກຕ່າງທີ່ເກີດຂຶ້ນ ແລະ ອາດກໍໃຫ້ເກີດບັນຫາຕາມມາ ດັ່ງ ຊ່ອງຫວ່າງ ຂອງກົດໝາຍເຮັດໃຫ້ມີການສໍ້ໂກງ, ຊ່ອງຫວ່າງທາງການຄ້າເຮັດໃຫ້ເອົາລັດເອົາປຽບກັນ, ຊ່ອງຫວ່າງ ທັດສະນະຄະຕິເຮັດໃຫ້ເກີດການກຽດຊັງກັນ. ນອກຈາກນີ້, “ຊ່ອງຫວ່າງ” ແມ່ນຮອຍແຕກ, ແຍກບໍ່ແຈບ ກັນຂອງວັດຖຸສິ່ງຂອງ ຫຼື ວັດຖຸຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo