ຄໍາວ່າ “ໄຮ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ໄຮ່

DooDiDo

ອະທິບາຍຄໍາວ່າ “ໄຮ່” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ໄຮ່” ເປັນຄຳນາມໝາຍເຖິງ ພື້ນທີ່ບ່ອນປູກພືດຜົນໃນບ່ອນທີ່ສູງກ່ວານາ ໂດຍການຟັນຖາງຕົ້ນໄມ້ລົງແລ້ວຈູດເພື່ອປັບໜ້າດິນໃຫ້ເປົ່າແປນແລ້ວນຳເອົາຜົນລະປູກ, ໃນ ສ​ປ​ປ ລາວ, ປ​ະ​ຊາ​ຊົນ​ລາວ​ທີ່​ອາ​ໄສ​ຢູ່​ຕາມ​ລຽບ​ສອງ​ຂ້າງ​ທາງ​ທີ່​ຕິດ​ກັບ​ເນີນ​ພູ​ຕ່າງໆ ສ່ວນ​ຫລາຍ​ອາ​ໄສ​ອາ​ຊີບ​ການ​ເຮັດ​ໄຮ່​ເພື່ອ​ລ້ຽງ​ຊີບ​ຂອງ​ຕົນ​ເອງ ໂດຍ​ເຮົາ​ສາ​ມາດ​ເຫັນ​ໄດ້​ໃນ​ເວ​ລາ​ທີ່​ເດີນ​ທາງ​ໄປ​ທາງ​ເໜືອ ເຮົາ​ຈະ​ເຫັນ​ວ່າ​ມີ​ໄຮ່​ຫລາຍກວ່າ​ທາງ​ໃຕ້​ເນືອງ​ຈາກວ່າ​ມີ​ພູ​ຫລາຍ.

ນອກຈາກນີ້, “ໄຮ່” ຍັງໝາຍເຖິງການຖາກຖາງຕົ້ນໄມ້ໃບຫຍ້າເປັນບໍລິເວນກ້ວາງຂວາງເພື່ອໃຫ້ສາມາດປູກຝັງພືດພັນນາໆຊະນິດໄດ້້ເປັນຈຳນວນຫຼວງຫຼາຍໃນເວລາດຽວກັນ, ອາດ​ຈະ​ເປັນ​ໜ່ວຍ​ພູ, ເນີນ​ພູ, ທົ່ງ​ພຽງ​ກ້​ວາງ ແລະ ບ່ອນ​ອື່ນ​ໆ ທີ່​ໃຊ້​ປູກ​ພືດ​ຜັກ ຫຼື ການ​ເຮັດ​ກຳ​ສິ​ກຳ​ຕ່າງໆ​ທັງ​ໝົດ​ນີ້​ເອີ້ນ​ວ່າ ໄຮ່, ສ່ວນ​ຫລາຍ​ ໄຮ່ ຈະ​ຢູ່​ຕາມ​ເປີ້ນ​ພູ ຫລື ຢູ່​ນຳ​ພູ​ເລີຍ​ໂດຍ​ປະ​ຊາ​ຊົນ​ມັກ​ຈະ​ຖາງ ຫຼື ຈູດ​ຕົ້ນ​ໄມ້​ ຫລື ສິ່ງ​ທີ່​ຮົກ​ເຮື້ອ​ເພື່ອ​ຈະ​ລົງ​ພືດ​ພັນ​ຜົນ​ລະ​ປູກ​ທີ່​ຕັ້ງ​ໃຈ​ໄວ້ ເຊັ່ນ : ສາລີ, ມັນຕົ້ນ, ມັນດ້າງ ແລະ ອື່ນໆ ມາປູກລົງໃສ່ໜ້າດິນເພື່ອຜະລິດເປັນສິນຄ້າແລ້ວສົ່ງອອກສູ່ພໍ່ຄ້າ ຫຼື ແມ່ຄ້າຄົນກາງ. ອີກ​ຄວາມ​ໝາຍ​ໜື່ງ ໄຮ່ ຍັງ​ໝາຍ​ເຖິງ​ຫົວ​ໜ່ວຍ​ໃນ​ການ​ວັດ​ເນື້ອ​ທີ່​ຂອງ​ດີນ​ອີກ.

SA Game ໄຮ່
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ໄຮ່”.

​ຄຳ​ວ່າ ໄຮ່ ເປັນຄໍານາມ ມີ​ຄວາມ​ໝາຍ​ເຖິງພື້ນທີ່ບ່ອນປູກພືດຜົນໃນບ່ອນທີ່ສູງກ່ວານາ.

ໄຮ່ ອີກ​ຄວາມໝາຍ​ໜື່ງ ໄຮ່ ຍັງ​ໝາຍ​ເຖິງ​ຫົວ​ໜ່ວຍ​ໃນ​ການ​ວັດ​ເນື້ອ​ທີ່​ຂອງ​ດີນ​ອີກ.

ຕົວຢ່າງ:

  1. ຄອບຄົວຂ້ອຍເຮັດໄຮ່ສາລີຢູ່ເທິງພູສູງ
  2. ປະຈຸບັນຫຼາຍຄອບຄົວໄດ້ມີການຍຸດຕິການຖາງປ່າເຮັດໄຮ່.
  3. ປະຊາຊົນທາງພາກເໜືອຂອງລາວເຮົາສ່ວນຫຼາຍມີອາຊີບເຮັດໄຮ່ເຮັດນາເປັນຫຼັກ.
  4. ເອື້ອຍ​ຂອງ​ມີ​ດີນ 2 ໄຮ່, ລາວ​ຢາກ​ຈະ​ຂາຍ 1 ໄຮ່.
  5. ສອງ​ຂ້າງ​ທາງ​ຂື້ນ​ໄປ​ທາງ​ພາກ​ເໜືອ​ເປັນ​ພູ​ຫົວ​ໂລ້ນ​ ເນືອງ​ຈາກ​ໄປ​ຊາ​ຊົນ​ຈູດ​ປ່າ​ເພື່ອ​ເຮັດ ໄຮ່

ສະຫຼຸບ.

ຄໍາວ່າໄຮ່ ເປັນຄຳນາມໝາຍເຖິງ ພື້ນທີ່ບ່ອນປູກພືດຜົນໃນບ່ອນທີ່ສູງກ່ວານາ ໂດຍການຟັນຖາງຕົ້ນໄມ້ລົງແລ້ວຈູດເພື່ອປັບໜ້າດິນໃຫ້ເປົ່າແປນແລ້ວນຳເອົາຜົນລະປູກ, ໝາຍເຖິງການຖາກຖາງຕົ້ນໄມ້ໃບຫຍ້າເປັນບໍລິເວນກ້ວາງຂວາງເພື່ອໃຫ້ສາມາດປູກຝັງພືດພັນນາໆຊະນິດໄດ້້ເປັນຈຳນວນຫຼວງຫຼາຍໃນເວລາດຽວກັນ, ອາດ​ຈະ​ເປັນ​ໜ່ວຍ​ພູ, ເນີນ​ພູ, ທົ່ງ​ພຽງ​ກ້​ວາງ ແລະ ບ່ອນ​ອື່ນ​ໆ ທີ່​ໃຊ້​ປູກ​ພືດ​ຜັກ ຫຼື ການ​ເຮັດ​ກຳ​ສິ​ກຳ​ຕ່າງໆ​ທັງ​ໝົດ​ນີ້​ເອີ້ນ​ວ່າ ໄຮ່, ອີກ​ຄວາມ​ໝາຍ​ໜື່ງ ໄຮ່ ຍັງ​ໝາຍ​ເຖິງ​ຫົວ​ໜ່ວຍ​ໃນ​ການ​ວັດ​ເນື້ອ​ທີ່​ຂອງ​ດີນ​ອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ