ຄໍາວ່າ “ຈືນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຈືນ

DooDiDo

ອະທິບາຍຄໍາວ່າ “ຈືນ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຈືນ” ໝາຍເຖິງການ ທີ່​ຈະ​ເຮັດ​ໃຫ້​ອາ​ຫານ ຫລື ສິ່ງ​ໃດ​ໜຶ່ງ ບໍ່​ວ່າ​ຈະ​ເປັນ​ ຊິ້ນ, ປາ, ຜັກ ແລະ ອື່ນໆ ນັ້ນ​ສຸກ ແລະ ນຳ​ມາ​ຮັບ​ປະ​ທານ​ໄດ້​ຢ່າງ​ແຊບ​ນົວ​ນັ້ນ​ ຕ້ອງ​ໄດ້​ນຳ​ມາ​ຈືນ ໃຫ້​ສຸກ, ທີ່​ຈິງ​ແລ້ວ​ມີ​ຫລາກ​ຫລາຍ​ວິ​ທີ່​ໃນ​ການ​ປຸ່ງ​ແຕ່ງ​ອາ​ຫານ, ແຕ່​ການ​ຈືນ ແມ່ນ​ເປັນ​ການ​ເອົາ​ນ້ຳ​ມັນ​ໝູ ຫຼື ນ້ຳ​ມັນ​ພືດ ຫລື ອື່ນໆ ທີ່​ສາ​ມາດ​ຈືນ​ອາ​ຫານ​ໃຫ້​ສຸກ, ກອບ ແລະ ມີ​ຄວາມ​ແຊບ​ນັ້ນ ສາ​ມາດ​ເອີ້ນ​ວ່າ ຈືນ​ໄດ້​ໝົດ​.

ອາດ​ເວົ້າ​ໄດ້​ວ່າ ຈືນ ເປັນ​ການນຳເອົາສິ່ງທີ່ຈະນຳເອົາມາໃຊ້ເປັນອາຫານເຊັ່ນ : ປາ, ຊີ້ນໝູ, ຊີ້ນງົວ … ມາໃສ່ລົງໃນໝໍ້ກະທະທີ່ບັນຈຸນ້ຳມັນພືດ ຫຼື ນ້ຳມັນໝູດ້ວຍອຸນຫະພູມທີ່ມີຄວາມຮ້ອນສູງແລ້ວ ຫຼັງຈາກຈາກນັ້ນຄ່ອຍໆພິກ ຫຼື ປີ້ນອີກດ້ານຂອງສີ່ງທີ່ເຮົານຳມາຈືນໄປເລື້ອຍໆ ຈົນກ່ວາອາຫານທີ່ນຳມາຈືນນັ້ນ ຈະເຫຼືອງກອບງາມແລະສຸກ ຈື່ງນຳມາຕັກໃສ່ຈານເພື່ອຮັບປະທານ, ເຮົາເອີ້ນອາຫານທີ່ເຮັດດ້ວຍວິທີນີ້ວ່າ “ຈືນ”.

SA Game ຈືນ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຈືນ”.

“ຈືນ” (1. ຄຳ​ກຳ​ມະ) ໝາຍ​ຄວາມ​ວ່າ​ການ​ເຮັດ​ໃຫ້​ອາ​ຫານ​ສຸກ​ໃນ​ນ້ຳ​ມັນ​ທີ່​ຮ້ອນ

ຕົວຢ່າງ:

  • ອາຫານເດັດຂອງມື້ນີ້ແມ່ນ ຈືນປາກັບຕຳໝາກຫຸ່ງ
  • ວານນີ້ກັບເມືອບ້ານ ແມ່ຈືນຊີ້ນໝູສາມຊັ້ນສູ່ກິນແຊບໆ
  • ຈືນປາເຮັດກອບໆເດີ້ຈັ່ງແຊບ

ສະຫຼຸບ.

ຄໍາວ່າຈືນ ໝາຍ​ຄວາມ​ວ່າມີການກະກຽມ ຫຼື ການຈືນ ແມ່ນ​ການໃຊ້ນ້ຳມັນໝູ ຫຼື ນ້ຳມັນພືດພຽງຢ່າງດຽວ ແລະ ຕ້ອງໃຊ້ນ້ຳມັນໃນຈຳນວນທີ່ຫຼາຍຈື່ງຈະສາມາດເຮັດໃຫ້ອາຫານຂອງເຮົານັ້ນສຸກໄດ້, ຈືນ ເປັນ​ການນຳເອົາສິ່ງທີ່ຈະນຳເອົາມາໃຊ້ເປັນອາຫານເຊັ່ນ : ປາ, ຊີ້ນໝູ, ຊີ້ນງົວ … ມາໃສ່ລົງໃນໝໍ້ກະທະທີ່ບັນຈຸນ້ຳມັນພືດ ຫຼື ນ້ຳມັນໝູດ້ວຍອຸນຫະພູມທີ່ມີຄວາມຮ້ອນສູງແລ້ວ ຫຼັງຈາກຈາກນັ້ນຄ່ອຍໆພິກ ຫຼື ປີ້ນອີກດ້ານຂອງສີ່ງທີ່ເຮົານຳມາຈືນໄປເລື້ອຍໆ ຈົນກ່ວາອາຫານທີ່ນຳມາຈືນນັ້ນ ຈະເຫຼືອງກອບງາມແລະສຸກ ຈື່ງນຳມາຕັກໃສ່ຈານເພື່ອຮັບປະທານ, ເຮົາເອີ້ນອາຫານທີ່ເຮັດດ້ວຍວິທີນີ້ວ່າຈືນ”

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ