ຄໍາວ່າ “ຕາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຕາກ

DooDiDo

ອະທິບາຍຄໍາວ່າ “ຕາກ” ພາ​ສາ​ລາວມີຄວາມໝາຍແນວໃດ?

ຄໍາວ່າ “ຕາກ” ໝາຍເຖິງການ​ຕາກ​ຜ້າ​ເຄື່ອງ​ນຸງ​ຮົ່ມ​ຕ່າງໆ​ມີ​ຄວາມ​ໝາຍ​ຄື​ການ​ພື​ອອກ​ໃຫ້​ຖືກ​ແດດ ເພື່ອ​ໃຫ້​ເຄື່ອງ ຫຼື ວັດ​ຖຸ ນັ້ນ​ແຫ້ງ​ຈາກ​ນ້ຳ ແລະ ອື່ນໆ ຫຼື ເປັນ​ການ​ຕາກ​ຝົນ​, ຕາກ​ອາ​ກາດ, ຕາກ​ລົມກໍ​ໄດ້ເພື່ອ​ໃຫ້​ໄດ້​ຈຸດ​ປະ​ສົງ​ຕາມ​ທີ່​ຕ້ອງ​ການ, ຫລື ​ຄວາມ​ໝາຍເວົ້າ​ໄດ້​ວ່າ​ເອົາ​ໄປ​ປະ​ຖິ້ມ​ໄວ້​ກາງ​ແຈ້ງ​ບ່ອນ​ທີ່​ບໍ່​ມີ​ຫຍັງ​ກຳ​ບັງ​ເຊິ່ງ​ຫລາຍ​ໆ​ຄຳ​ທີ່​ເຮົາ​ເຄີຍ​ໄດ້​ຍິນ​ນຳ​ກັນ​ກໍ​ຄື​ບ້ານ​ຕາກ​ອາ​ກາດ, ການ​ຕາກ​ເຄື່ອງ​ໃນ​ຊິ​ວິດ​ປະ​ຈຳ​ວັນ​ຂອງ​ແຕ່​ລະ​ຄົນ​ແຕ່​ລະ​ເຮືອນ​ເປັນ​ຕົ້ນ.

ນອກຈາກນີ້, “ຕາກ” ຍັງໝາຍເຖິງການ​ແຂ່ງ, ສູ້ ເຊັ່ນ ແຂ່ງຝົນ, ແຂ່ງແດດ,ສູ້ຝົນ, ສູ້ແດດ ເປັນຕົ້ນ. ທຸກກໍລະນີສ່ວນໃຫຍ່​ເປັນການເອົາ​ໄປ​ປະ​ໄວ້​ໃນ​ສະ​ຖານ​ທີ່​ທີ່​ໂລ້ງ​ແຈ້ງ​ບໍ່​ມີ​ສິ່ງ​ກຳ​ບັງ​ຕ່າງໆ ເຊັ່ນ: ​ການ​ແຂ່ງ​ຝົນ​ເພື່ອ​ໄປ​ເຮັດ​ວຽກ​ໄຮ່​, ນາ, ຮົ້ວ, ສວນ ຫຼື ແຂ່ງ​ແດດ​ເພື່ອ​ໄປ​ເຮັດ​ວຽກ​ໄຮ່​, ນາ, ຮົ້ວ, ສວນໄດ້​ຄື​ກັນ, ບໍ່​ພຽງ​ແຕ່​ເທົ່າ​ນີ້​ຍັງ​ສາ​ມາດ​ເວົ້າ​ໄດ້​ວ່າ​ແຂ່ງ​ລົມ ແລະ ອື່ນໆ​ໄດ້ ທີ່​ຢູ່​ບ່ອນ​ກາງ​ແຈ້ງ.

SA Game ຕາກ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຕາກ”.

  • ກ. ພືອອກໃຫ້ຖືກແດດ, ພື່ງໃຫ້ແຫັງ, ເຊັ່ນ ຕາກຜ້າ ຕາກເສື້ອ.
  • ກ. ປະຖີ້ມໄວ້ກາງແຈ້ງ ເຊັ່ນ ຕາກແດດ, ຕາກຝົນ, ຕາກລົມ
  • ກ. ແຂ່ງ, ສູ້ ເຊັ່ນ ແຂ່ງຝົນ, ແຂ່ງແດດ,ສູ້ຝົນ, ສູ້ແດດ ເປັນຕົ້ນ.
  • ກ. ເດ່ອອກ, ຈ່າງອອກ, ເຊັ່ນ ງ່າໄມ້ ຕາກອອກ ເປັນຕົ້ນ.

ຕົວຢ່າງ:

  • ເມຍ​ຂອງ​ຂ້ອຍ​ຊັກ​ເຄື່ອງ​ແລ້ວໆ​ເອົາ​ເຄື່ອງ​ໄປ​ຕາກ​ຕອນ​ແດດ​ແຮງໆ
  • ​ມື້​ວານ​ນີ້​ຝົນ​ຕົກ​ແຮງ​ຫລາຍ​ແຕ່​ພໍ່​ຂອງ​ຂ້ອຍ​ຍັງ​ແຂ່ງ​ຝົນ​ໄປ​ເຮັດ​ວຽກ​ເພາະ​ເປັນ​ວັນ​ຈັນ
  • ​ມື້​ນີ້​ຂ້ອຍ​ຄິດ​ວ່າ​ຈະ​ຊວນ​ແຟນ​ໄປ​ຂີ່​ລົດ​ເລາະ​ຕາກ​ອາ​ກາດ

ສະຫຼຸບ.

ຄໍາວ່າຕາກ ໝາຍ​ຄວາມ​ວ່າ ພືອອກໃຫ້ຖືກແດດ, ພື່ງໃຫ້ແຫັງເຊິ່ງໝາຍ​ຄວາມ​ວ່າປະຖີ້ມໄວ້ກາງແຈ້ງ ເຊັ່ນ ຕາກແດດ, ຕາກຝົນ, ຕາກລົມ. ນອກຈາກນີ້, “ຕາກ” ຍັງ​ໝາຍ​ເຖິງ ແຂ່ງ, ສູ້ ເຊັ່ນ ແຂ່ງຝົນ, ແຂ່ງແດດ,ສູ້ຝົນ, ສູ້ແດດ​ເປັນ​ຕົ້ນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ