ຄໍາວ່າ “ໄວ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໄວ້” ມີຄວາມໝາຍແນວໃດ?

ຄໍາວ່າ “ໄວ້” ໝາຍເຖິງການເກັບຮັກສາສິ່ງໃດນຶ່ງໄວ້, ມ້ຽນໄວ້ ແພງໄວ້ ບໍ່ໃຫ້ເສຍຫາຍ ຫຼື ປະໄວ້ໃຫ້ ເປັນດັ່ງເດີມ ບໍ່ ເຄື່ອນຍ້າຍບໍ່ແຕະຕ້ອງ ຫຼື ປະເປັນໃຫ້ເປັນທໍາມະຊາດ ເຊັ່ນ: ໄວ້ຜົມ ໝາຍເຖິງ ຈົ່ງຜົມ ໄວ້ບໍ່ຕັດ, ໄວ້ ເລັບ ແມ່ນຈົ່ງເລັບໄວ້ບໍ່ຕັດຖີ້ມ, ໄວ້ໜວດໄວ້ເຄົາ ແມ່ນຈົ່ງໜວດຈົ່ງເຄົາບໍ່ແຖອອກ. “ໄວ້” ຍັງໝາຍເຖິງການໄວ້ໃຈ ຊຶ່ງໝາຍເຖິງເຊື່ອໃຈ ຫຼື  ໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ. ໝາຍເຖິງໄວ້ໜ້າ ຫຼື ບໍ່ຖືສາ. ພ້ອມນັ້ນ ຍັງມີໄວ້ຊີວິດ ໝາຍເຖິງບໍ່ຂ້າ, ໄວ້ຍົດແມ່ນບໍ່ປົດການຍ້ອງຍໍຜ່ານມາອອກ, ໄວ້ລາຍ ການສະແດງໃຫ້ເຫັນ ຕົວຢ່າງ ຊາດເສືອຕ້ອງໄວ້ລາຍ ຊາດຊາຍ ຕ້ອງໄວ້ຊື່.

ນອກຈາກນີ້, ຍັງໝາຍເຖິງການໄວ້ອາໄລ ຊຶ່ງເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ຄິດເຖິງຄົນທີ່ ຕາຍໄປ ແລະ ໃຫ້ພີ່ນ້ອງຜູ້ໄວ້ທຸກ ຮູ້ວ່າໄດ້ມີການມາອົບອຸ່ນ ແລະ ສະແດງຄວາມເສຍໃຈ ຊຶ່ງເປັນປະ ເພນີປະຕິບັດກັນຢູ່ໃນສັງຄົມທົ່ວໄປຂອງທຸກມູມໂລກບໍ່ວ່າຈະເປັນຄົນຢູໂລບ, ຄົນອາຊີ, ຄົນອາຟາລິກາ ແຕ່ອາດຈະແຕກຕ່າງກັນທາງດ້ານພິທີການ ແລະ ຂັ້ນຕອນໃນການເຮັດ ເພາະແຕ່ລະເຂດກໍຈະມີຮິດຄອງ ທໍານຽມປະຕິບັດບໍ່ຄືກັນ. ຢູ່ປະເທດລາວນິຍົມກັນນໍາເອົາພວງມະລາໄປໄວ້ອາໄລ ແລະ ໃຫ້ວັດຖຸປັດໃຈ ເພື່ອກິນທານນໍາຜູ້ເສຍຊີວິດ ຖືວ່າເປັນການຊ່ວຍເຫຼືອກັນໃນການຈັດພິທີທາງອ້ອມ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໄວ້”.

(1. ຄໍາກິລິຍາ) ຮັກສາ. ແພງ. ໃຫ້ມີຢູ່. ໃຫ້ຜາກົດຢູ່. ເຊື່ອ. ໃຫ້. ມ້ຽນ ໄວ້ໃຈ ແມ່ນເຊື່ອໃຈ. ໄວ້ໜ້າ ບໍ່ ຖືສາ, ບໍ່ເຫຼື້ອມໜ້າ. ໄວ້ອາໄລ ແມ່ນການສະແດງຄວາມຄິດເຖິງຜູ້ທີ່ຕາຍຈາກໄປ.

ຕົວ­ຢ່າງ: 

  • ການເກັບຮັກສາອາຫານໄວ້ກິນຍາວນານ ແມ່ນມີຫຼາຍແບບ ຕົວຢ່າງເຮັດໃຫ້ແຫ້ງ ຫຼື ແຊ່ເຢັນ ຫຼື ໃສ່ສານເຄມີ ແຕ່ກໍລະນີນີ້ອັນຕະລາຍ.
  • ແມ່ຕູ້ໄວ້ຜົມຍາວ ແຕ່ລາວຍັງນ້ອຍ ຈົນຮອດປະຈຸບັນ ລາວເວົ້າສູ່ຟັງວ່າບໍ່ເຄີຍຕັດຈັກເທື່ອ.
  • ຜູ້ຄົນທົ່ວໂລກ ແຫ່ກັນໄວ້ອາໄລແກ່ທ່ານ ໂຄຟີອານັນ ຍ້ອນຄວາມນັບຖືໃນຜົນງານ ແລະ ຄວາມດີທີ່ລາວສ້າງໄວ້.

ສະຫຼຸບ.

ຄໍາວ່າ “ໄວ້” ໝາຍເຖິງຮັກສາ ຫຼື ເກັບມ້ຽນ ບໍ່ໃຫ້ເສຍຫາຍ ຫຼື ປະໄວ້ແບບທໍາມະຊາດ. ໝາຍເຖິງການ ແພງໄວ້ ເພື່ອໃຫ້ມີຢູ່ບໍ່ສູນຫາຍ. ໝາຍເຖິງການໄວ້ເນື້ອໃຈ ຊຶ່ງກັນ ແລະ ກັນ. ໝາຍເຖິງການໄວ້ໜ້າ. ນອກຈາກນັ້ນ, ຍັງໝາຍເຖິງການໄວ້ອາໄລ ແລະ ໄວ້ທຸກແກ່ບຸກຄົນທີ່ຕາຍຈາກໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo