ຄໍາວ່າ “ວັນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ວັນ” ມີຄວາມໝາຍແນວໃດ?

ຄໍາວ່າ “ວັນ” ໝາຍເຖິງ 12 ຊົ່ວໂມງ ຕັ້ງແຕ່ແຈ້ງຮອດຄໍ່າ ຫຼື ກາງເວັນ ຫຼື ມື້ເວັນ ຫຼື ຕອນແຈ້ງ ວັນ ຍັງໃຊ້ເອີ້ນມື້ໃນນຶ່ງອາທິດ ຊຶ່ງປະກອບມີ 7 ວັນ ຄື: ວັນຈັນ, ວັນອັງຄານ, ວັນພຸດ, ວັນພະຫັດ, ວັນສຸກ, ວັນເສົາ ແລະ ວັນທິດ. ນອກນີ້ ຍັງມີເອີ້ນ ວັນພັກ, ວັນລັດຖະການ, ວັນເກີດ, ວັນກ່ອນ, ວັນການ, ວັນທຳມະດາ, ວັນສຳຄັນ, ວັນສ້າງຕັ້ງ, ວັນສະຫຼອງ, ວັນສັງຂານລ່ວງ, ວັນເນົາ, ວັນຂຶ້ນປີໃໝ່, ວັນສິນ, ວັນພະ, ວັນຄູ, ວັນແມ່, ວັນກຳມະກອນສາກົນ, ວັນຊາດ, ມື້ດີວັນດີ ເປັນຕົ້ນ.

ນອກຈາກນີ້, “ວັນ” ຍັງໝາຍເຖິງແມງວັນ ຊຶ່ງເປັນແມງຈໍາພວກນຶ່ງ ມີປີກຄ້າຍຄືໂຕເຜີ້ງ ແຕ່ມັກຕອມ ແລະ ກິນຂອງເນົ່າ ຂອງເປື້ອນ ມີຫຼາຍແນວ ເຊັ່ນ: ແມງວັນຂຽວ, ແມງວັນລາຍ, ແມງວັນທົ່ວໄປ ແຕ່ ຖ້າໄຂ່ແມງວັນເຮົາເອີ້ນ ໄຂ່ຂາງ, ລູກນ້ອຍ ຫຼື ດັກແດ້ເອີ້ນ ໜອນແມງວັນ. “ວັນ” ຍັງແມ່ນຊື່ພະຍາດ ແນວນຶ່ງເອີ້ນ ພະຍາດວັນນະໂລກ ຊຶ່ງເປັນພະຍາດເກີີດໃນປອດ ເອີ້ນປອດແຫ້ງ ຄົນທີ່ເປັນພະຍາດ ດັ່ງກ່າວແມ່ນມີອາການໄອ ແລະ ຕົນໂຕມັກຈອຍຜອມ ຖືໄດ້ວ່າເປັນພະຍາດອັນຕະລາຍ ແລະ ຂ້າຊີ ວິດຄົນທົ່ວໂລກມີແລ້ວເປັນຈໍານວນຫຼວງຫຼາຍ.

SA Game
DooDiDo

“ວັນ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍແຕກ ຕ່າງອອກໄປເຊັ່ນ: ວັນທະຍາວຸດ ໝາຍເຖິງເຄື່ອງໝາຍການອອກສຽງໃນຫຼັກໄວຍະກອນ ຊຶ່ງພາສາລາວມີ 4 ວັນນະຍຸດຄື ໄມ້ເອກ, ໄມໂທ, ໄມ້ຕິ ແລະ ໄມ້ຈັດຕະວາ. ວັນນະຄະດີແມ່ນສິ່ງທີ່ແຕ່ງ, ຂີດຂຽນຂຶ້ນຈາກຄວາມຄຶດ, ຈິນຕະນາການ ຫຼື ອີງໃສ່ຄວາມເປັນຈິງ ອາດບັນທຶກໄວ້ ໂດຍໂຕໜັງສື ຫຼື ເລົ່າປາກຕໍ່ປາກ ຕົວຢ່າງ ນິທານ, ຕຳນານ, ກາບກອນ. ວັນນະກຳ ແມ່ນການແຕ່ງ ຫຼື ສີນລະປະ ທີ່ເປັນຜົນງານ ຈາກການຄິດ, ຈິນຕະນາການ ເພື່ອມາບອກເລົ່າ, ບັນທຶກ, ຂັບຮ້ອງ ຫຼື ສື່ສານອອກມາດ້ວຍວິທີການ ຕ່າງໆ. ວັນນະທາງສັງຄົມ ໝາຍເຖິງລະບົບການແບ່ງຊັ້ນໃນສັງຄົມ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າວັນ”.

“ວັນ” (1. ຄໍານາມ) ໄລຍະເວລາ 12 ຊົ່ວໂມງ ຕັ້ງແຕ່ແຈ້ງຮອດຄໍ່າ, ເວລາທີ່ຍັງເຫັນຕາເວັນຢູ່, ເວລາບໍ່ ຄໍ່າ, ຕາເວັນ, ພຣະອາທິດ “ພໍເມື່ອວັນໄສຊ້າຍ ທິນນະກອນກັ້ງຮົ່ມ”. (2. ຄໍານາມ) ແມງໄມ້ຈໍາພວກນຶ່ງ ເອີ້ນແມງວັນ. (3. ຄໍານາມ) ຊື່ພະຍາດວັນນະໂລກ, ພະຍາດເກີີດໃນປອດ ພາໃຫ້ໄອ ແລະ ຈອຍຜອມ, ຝີໃນທ້ອງ.

ຕົວ­ຢ່າງ: 

  • ອາທິດນຶ່ງມີ 7 ວັນ ແຕ່ວັນຈັນຮອດວັນສຸກແມ່ນວັນລັດຖະການ. ສ່ວນວັນເສົາ ແລະ ວັນອາທິດ ເປັນວັນພັກ ແຕ່ເອກະຊົນບາງແຫ່ງກໍເຮັດວຽກ.
  • ເວລາມີຊາກສັດຕາຍບໍ່ຝັງ ມັກມີແມງວັນມາຕອມ ແລະ ໄຂ່ໃສ່ ຊຶ່ງບັນດາແມງວັນດັ່ງກ່າວ ຍັງ ມັກໄປຈັບຂອງກິນ ເປັນສາເຫດໃຫ້ຄົນເຮົາມັກຕິດພະຍາດນໍາ.
  • ພະຍາດວັນນະໂລກ ຖ້າໃຜເປັນ ແລະ ບໍ່ໄດ້ຮັບການ ປີ່ນປົວຢ່າງຖືກຕ້ອງຈະໄອແຫ້ງໆ ແລະ ໄອຫຼາຍ ແບບທໍລະມານ, ຮ່າງກາຍຈອຍໂຊ ຖ້າປະໄວ້ດົນອັນຕະລາຍເຖິງຊີວິດ.

ສະຫຼຸບ.

ຄໍາວ່າ “ວັນ” ໝາຍເຖິງມື້ເວັນ ຫຼື ກາງເວັນ ຫຼື ເວລາຕາເວັນບໍ່ຕົກດິນ, ໝາຍເຖິງໂຕແມງວັນ ຊຶ່ງເປັນ ແມງໄມ້ຄ້າຍເຜີ້ງບີນໄດ້ ແຕ່ມັກຕອມ ແລະ ກິນເປື້ອນ ໄຂ່ໃສ່ຊາກສັດ ຫຼື ຊີ້ນ ມີດັກແດ້ເອີ້ນ ໂຕໜອນ. ແມງວັນເປັນສັດມັກນໍາເຊື້ອໂລກມາສູ່ຄົນເປັນຕົ້ນພະຍາດທ້ອງຂີ້ຮາກ. ນອກຈາກນີ້, ຍັງແມ່ນຊື່ພະຍາດ ວັນນະໂລກ ຊຶ່ງເປັນພະຍາດປອດ ເຮັດໃຫ້ໄອແຫ້ງໆ ແລະ ຈອຍຜອມບໍ່ແຂງແຮງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo