ຄໍາວ່າ “ແພ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແພ” ມີຄວາມໝາຍແນວໃດ?

ຄໍາວ່າ “ແພ” ໝາຍເຖິງແຜ່ນແພ ຊຶ່ງເປັນແຜ່ນທີ່ຕໍ່າ ຫຼື ທໍດ້ວຍຝ້າຍ, ໄໝ, ຂົນສັດ, ເສັ້ນໄຍເຮັດເປັນຜືນ ເພື່ອນໍາໄປຕັດເປັນເຄື່ອງນຸ່ງຫົ່ມ, ຜ້າກັ້ງ, ຜ້າພົມ ຫຼື ເຄື່ອງໃຊ້, ເຄື່ອງເອ້ຍ້ອງອື່ນໆ. ແພແບ່ງອອກເປັນ ຫຼາຍແບບເຊັ່ນ: ແພກະສາ ແມ່ນແຜ່ນແພ ຫຼື ຜ້າສໍາລັບບິ່ງ ຫຼື ຫົ່ມ. ແພກະແສ ແມ່ນແພບິງ ຫຼື ແຜ່ນ ແພແນວທີ່ບາງໆ. ແພຂິດ ແມ່ນແຜ່ນແພທີ່ຕໍ່າດ້ວຍລາຍຂິດ. ແພແຍ່ງ ແມ່ນແຜ່ນແພທີ່ຕໍ່າຫ່າງໆ ດັ່ງແພ ມຸ້ງ. ແພປ່ານ ແມ່ນແພທີ່ຕໍ່າດ້ວຍປ່ານ. ແພດ້າມ ແມ່ນແພທີ່ຍາວຂະໜາດ 1 ວາ. ແພຝ້າຍ ແມ່ນແຜ່ນ ແພທີ່ຕໍ່າດ້ວຍຝ້າຍ. ແພມົນ ແມ່ນແຜ່ນນ້ອຍໆກ້ວາງຍາວສະເໝີກັນເປັນ 4 ແຈ ສໍາລັບໃຊ້ເຊັດມື ຫຼື ເຊັດ ໜ້າ.

ແພໄໝ ແມ່ນແຜ່ນແພທີ່ຕໍ່າດ້ວຍໄໝ. ແພອີ່ໂປ້ ແມ່ນແຜ່ນແພທີ່ຕໍ່າເປັນຕາເປັນຕາຍາວຂະໜາດວາ ນຶ່ງ ສໍາລັບນຸ່ງອາບນໍ້າ. ແພສິ້ນ ແມ່ນແພ ເພື່ອມາຕັດເຮັດສິ້ນນຸ່ງ. ແພອາບນໍ້າ ຫຼື ແພເຊັດໂຕ ແມ່ນແພ ໃຊ້ສໍາລັບເຊັດໂຕໃຫ້ແຫ້ງຫຼັງອາບນໍ້າ. ແພພັນຄໍ ຫຼື ຜ້າພັນຄໍ ແມ່ນຜ້າແພທີ່ນ້ອຍຍາວປະມານວານຶ່ງ ໃຊ້ ພັນຄໍໃນຍາມໜາວເພື່ອໃຫ້ອຸ່ນ. ແພບ່ຽງ ແມ່ນແພນ້ອຍຍາວ ປະມານວານຶ່ງ ໃຊ້ພາດບ່າເວບາໃສ່ບາດ ຫຼື ໄປເຮັດບຸນທາງສາສະໜາພຸດ.

SA Game
DooDiDo

ນອກຈາກນີ້, ຍັງໝາຍເຖິງແພໄມ້ ຊຶ່ງເອົາໄມ້ປ່ອງມາຄາດ ຫຼື ມັດຕິດກັນເປັນແຜ່ນ ໃຊ້ທໍຂີ່ຂ້າມນໍ້າ ຫຼື ລ່ອງນໍ້າ ແຕ່ບໍ່ແມ່ນເຮືອ ຫຼື ບັກຊ້າມນໍ້າ. ບາງເທື່ອກໍເອົາໄມ້ປ່ອງມາມັດເປັນປຸ້ມໃສ່ນໍ້າ ເພື່ອໃຫ້ຟູແລ້ວ ສ້າງບ່ອນພັກເຊົາໃສ່ເທີງເອີ້ນ ເຮືອນແພ ຊຶ່ງເຮົາສາມາດເຫັນໄດ້ຢູ່ຕາມອ່າງຂອງເຂື່ອນ, ລຽບແຄມແມ່ ນໍ້າ ຜູ້ຄົນມັກເຮັດເຮືອນແພ ເພື່ອເປັນບ່ອນພັກເຊົາ ແລະ ຮ້ານອາຫານ ເນື່ອງຈາກມີວິວ ແລະ ບັນຍາ ກາດດີ ເຮັດໃຫ້ຜ່ອນຄາຍອາລົມໄດ້ດີ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແພ”.

“ແພ” (1. ຄໍານາມ) ແຜ່ນທີ່ຕໍ່າດ້ວຍຝ້າຍ ຫຼື ໄໝ ໃຊ້ເຮັດເຄື່ອງນຸ່ງຫົ່ມ. (2. ຄໍານາມ) ໄມ້ທີ່ເອົາມາຄາດ ຕິດກັນເປັນແຜ່ນ ໃຊ້ຂີ່ຂ້າມນໍ້າຕາງເຮືອ. (3. ຄໍາກິລິຍາວິເສດ) ເປັນແຜ່ນ, ເປັນໝູ່ແຜ່ກວ້າງອອກ.

ຕົວ­ຢ່າງ: 

  • ແພໄໝມ້ອນມີລາຄາແພງ ແຕ່ເອົາມາຕັດເຮັດເສື້ອນຸ່ງແມ່ນດີຕໍ່ສຸຂະພາບ ເພາະຜະລິຈາກທໍາມະ ຊາດບໍ່ມີສານພິດ.
  • ແພພົມຂົນສັດ ເຖິງຂັ້ນຕອນການຜະລິດຍາກ ແລະ ມາລາຄາສູງ ແຕ່ກໍໄດ້ຮັບຄວາມນິຍົມຫຼາຍ ໂດຍສະເພາະແມ່ນໃນປະເທດທີ່ຢູ່ເຂດໜາວ.
  • ການທໍແພຂ້າມນໍ້າແມ່ນຍາກກວ່າພາຍເຮືອ ແຕ່ກໍທ້າທາຍດີ ແລະ ໄດ້ຮັບຄວາມນິຍົມໃນເຂດ ທ່ອງທ່ຽວ ຕົວຢ່າງໃນເມືອງບູຮານ, ເຂດປົກຄອງຕົນເອງກວ້າງຊີຈ້ວງປະເທດຈີນ.
  • ວັນເສົາວັນທິດ ຄົນນິຍົມກັນໄປຮ້ານອາຫານເຮືອນແພແຄມງື່ມ ທ່າງ່ອນ ນະຄອນຫຼວງວຽງຈັນ ເພື່ອກິນດື່ມ ແລະ ລ່ອງ ແພກິນລົມຊົມວິວກັນຫຼາຍ.

ສະຫຼຸບ.

ຄໍາວ່າ “ແພ” ໝາຍເຖິງແຜ່ນແພ, ຜ້າແພ ທີ່ຕໍ່າດ້ວຍຝ້າຍ, ຂົນສັດ, ໄໝ ຫຼື ເສັ້ນໄຍ ເພື່ອນໍາໄປເຮັດ ເຄື່ອງນຸ່ງຫົ່ມ. ໝາຍເຖິງແພໄມ້, ເຮືອນແພ ທີ່ເອົາໄມ້ປ່ອງມາມັດຕິດກັນ ເພື່ອໃຫ້ລອຍນໍ້າໄດ້ແລ້ວໃຊ້ ຂີ່ຕາງເຮືອ ຫຼື ບັກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo