ຄໍາວ່າ “ໄຟ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ໄຟ

DooDiDo

ອະທິບາຍ ຄໍາວ່າ “ໄຟ” ມີຄວາມໝາຍແນວໃດ?

ຄໍາວ່າ “ໄຟ” ໝາຍເຖິງຂະບວນການເຜົາໄໝ້ສິ່ງຕ່າງໆ ແລະ ກໍໃຫ້ເກີດຄວາມຮ້ອນ ຊຶ່ງມີລະດັບຄວາມຮ້ອນ, ສຽງ, ສີ, ແສງ ແຕກຕ່າງກັນອອກໄປຕາມແຕ່ລະກໍລະນີ ເຊັ່ນ: ໄຟດວງອາທິດ, ໄຟຈາກການດັງຟືນ, ໄຟຈາກການດັງຖ່ານ, ໄຟຈາກການເຜົາໄໝ້ອົກຊີ, ໄຟຈາກການຊອດຂອງໄຟຟ້າ ເປັນຕົ້ນ. ໄຟເປັນຖືວ່າ ເປັນສິ່ງຈໍາເປັນທີ່ສຸດໃນການດໍາລົງຊີວິດຂອງມະນຸດ ເຊັ່ນ: ການໃຕ້ໃນຄວາມມືດ, ການໃຊ້ປຸງແຕ່ງອາ ຫານ, ການໃຊ້ໃນການໄລ່ສັດຮ້າຍ ໂດຍສະເພາະຄົນບູຮານ ແລະ ອື່ນໆ.

ນອກຈາກນີ້, ໄຟ ຍັງໝາຍເຖິງທາດຮ້ອນ ຊຶ່ງເປັນ 1 ໃນ ສີ່ທາດ ດັ່ງ: ດິນ, ນໍ້າ, ລົມ, ໄຟ ທີ່ຕິດພັນ ກັບຄວາມເຊື່ອຂອງມະນຸດໃນການເຮັດພິທີກໍາທາງສາດສະໜາມາແຕ່ຍຸກກ່ອນປະຫວັດສາດ ດັ່ງປະກົດໃຫ້ເຫັນພາບຕາມຖໍ້າ, ແທ່ນຫີນບູຊາ, ກະດູກ ຫຼື ໄມ້ ໃນການເຮັດພິທີກໍາ ລວມທັງການເຮັດສຸສານ, ການຕັ້ງເຮືອນຊານ (ຮ່ວງຈຸ້ຍ). ນອກນີ້ ຍັງຕິດພັກກັບການປີ່ນປົວສຸຂະພາບແບບບູຮານ (ໂດຍສະເພາະແມ່ນໃນປະເທດຈີນ, ຍີ່ປຸ່ນ, ຫວຽດນາມ, ເກົາຫຼີ ເປັນຕົ້ນ) ຊຶ່ງເຊື່ອວ່າທາດທັງ 4 ມີຜົນ ຕໍ່ຮ່າງກາຍ ນັ້ນເອງ.

SA Game ໄຟ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມ​ໝາຍຄໍາວ່າ “ໄຟ”.

“ໄຟ” (1. ຄໍານາມ) ຄວາມຮ້ອນທີ່ໄໝ້ສິ່ງຕ່າງໆໄດ້, ທາດແນວນຶ່ງໃນຈໍາພວກທາດທັງ 4 ມີລັກສະນະຮ້ອນ.

ຕົວຢ່າງ:

  • ດວງອາທິດມີການໄໝ້ມາຫຼາຍລ້ານປີ, ໄຟຂອງມັນມີຄວາມຮ້ອນຫຼາຍພັນອົງສາ ແລະ ເປັນປັດໃຈສໍາຄັນໃນການເຮັດໃຫ້ເກີດມີມະນຸດ.
  • ການຕັ້ງເຮືອນຂອງຄົນຈີນແມ່ນຕ້ອງໄດ້ເບີ່ງທີ່ຕັ້ງ ຫຼື ຮ່ວງຈຸ້ຍ ທີ່ຕິດພັນກັບ ດິນ ນໍ້າ ລົມ ໄຟ ເພື່ອໃຫ້ຢູ່ເຢັນເປັນສຸກ.
  • ໃນຕໍາລາການປົວພະຍາດຂອງຄົນຈີນທີ່ມີມາແຕ່ບູຮານ ຈະປົວຜູ້ໃດຕ້ອງເບີ່ງວ່າຜູ້ນັ້ນແມ່ນທາດ ດິນ, ນໍ້າ, ລົມ ຫຼື ໄຟ ຈິ່ງປົວໄປຕາມນັ້ນ.

ສະຫຼຸບຄໍາວ່າ “ໄຟ”.

ຄໍາວ່າໄຟແມ່ນການເຜົາໄໝ້ ແລະ ເກີດຄວາມຮ້ອນ ຊຶ່ງແຕ່ລະກໍລະນີ ໄຟມີຄວາມຮ້ອນ, ສີ, ແສງ ແຕກຕ່າງກັນອອກໄປຕາມເຫດການ ແລະ ສະພາບແວດລ້ອມ. ມະນຸດຖືວ່າເປັນສິ່ງຈໍາເປັນທີ່ສຸດໃນການດໍາລົງຊີວິດ. ນອກຈາກນີ້, ໄຟ ຍັງຖືວ່າເປັນ 1 ໃນ ສີ່ທາດ (ດິນ, ນໍ້າ, ລົມ, ໄຟ) ຊຶ່ງຕິດພັນ ກັບຄວາມເຊື່ອ ແລະ ການປີ່ນປົວສຸຂະພາບຂອງມະນຸດມາແຕ່ແບບບູຮານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ