ຄໍາວ່າ “ແອ່ວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແອ່ວ” ມີຄວາມໝາຍແນວໃດ?

ຄໍາວ່າ “ແອ່ວ” ໝາຍເຖິງພຶດຕິກໍາຂອງຄົນ ແລະ ສັດທີ່ມີຄວາມຄິດອ່ານຈໍານວນນຶ່ງທີ່ມີປັນຍາ ດັ່ງ ລິງ (ລິງອູລາອູຕັງ, ລິງຊີມແປນຊີ, ລິງກໍລີລາ ແລະ ລິງອື່ນໆ), ຊະນີ, ຄ່າງ ເປັນຕົ້ນ ເພື່ອຂັດເອົາ ຫຼື ງອນເອົາສິ່ງໃດໜຶ່ງທີ່ຕົນຕ້ອງການຈາກຄົນອື່ນ.

ກໍລະນີເປັນຄົນແມ່ນມັກແອ່ວເອົາຈາກພໍ່ແມ່, ໝູ່ຄູ່, ເພື່ອນຮ່ວມງານ, ຄູບາອາຈານ ແລະ ອື່ນໆ ເພື່ອຕອບສະໜອງຄວາມຕ້ອງການຂອງຕົນ ຫຼື ເພື່ອດຶງດູດຄວາມສົນໃຈ ເຊັ່ນ: ແອ່ວເອົາເຂົ້າໜົມ, ແອ່ວເອົາເງິນ, ແອ່ວໃຫ້ເຈ່ຍ, ຜູ້ສາວແອ່ວຜູ້ບ່າວດ້ວຍການບໍ່ປາ ເປັນຕົ້ນ.

ດັ່ງທີ່ໄດ້ກ່າວມາຂ້າງເທິງ “ແອ່ວ” ແມ່ນພຶດຕິກໍາຢ່ງນຶ່ງສະແດງອອກດ້ວຍການຂັດເອົາ (ເຮັດຕິຂັດຂ້ອງ), ການງອນ ຊຶ່ງມີຫຼາຍຮູບແບບ ແລະ ຫຼາຍລະດັບ ດັ່ງ ແອ່ວດ້ວຍການເຮັດໜ້າງໍໜ້າບູດ, ແອ່ວດ້ວຍການບໍ່ປາກບໍ່ຈາ, ແອ່ວເອົາດ້ວຍການຮ້ອງໃຫ້, ແອ່ວດ້ວຍການບໍ່ເຮັດຕາມຜູ້ອື່ນບອກ ແລະ ອື່ນໆ. ແຕ່ “ແອ່ວ” ໃນພາສາລ້ານນາ ຫຼື ຄົນໄຕລື້ແມ່ນໝາຍເຖິງການໄປຫຼີ້ນໄປທ່ຽວ ຫຼື ການໄປຢ້ຽມຢາມນັ້ນເອງ.

SA Game ແອ່ວ
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ແອ່ວ ”.

“ແອ່ວ” (1. ຄໍາກິລິຍາ) ໜ່ຽວວອນ, ໄຫ້ໜ່ຽວວອນ, ຄວງຢາກໄດ້ ດັ່ງວ່າ “ຜີບໍ່ໄລ່ນ້ອງແກ້ວຊິປຸນໃຫ້ແອ່ວໂອມ”

ຕົວຢ່າງ:

  • ມື້ວານ, ໃນຄະນະທີ່ກາຍຮ້ານເຄື່ອງຫຼີ້ນລູກຊາຍນ້ອຍຂອງຂ້ອຍໄດ້ແອ່ວເອົາລົດບັງຄັບດ້ວຍລີໂມດ ແຕ່ຂ້າພະເຈົ້າພາກາຍໄປ ເຮັດໃຫ້ລາວຄຽດ ແລະ ຮ້ອງໃຫ້ດີ້ນຢູ່ບໍ່ເຊົາ ຈົນໄດ້ພາກັບໄປຊື້ ຈິ່ງມິດງຽບ.
  • ຜູ້ສາວແອ່ວຜູ້ບ່າວໃຫ້ພາໄປເບີ່ງໜັງຢູ່ໂຮງໜັງ ດ້ວຍການເຮັດໜ້າງອນ ແລະ ບໍ່ເວົ້ານໍາ, ຈົນຜູ້ບ່າວຍອມພາໄປ ຈິ່ງເຮັດໃຫ້ລາວຍີ້ມອອກ.

ສະຫຼຸບ.

ຄໍາວ່າ ແອ່ວແມ່ນການຂັດເອົາ ຫຼື ງອນເອົາສິ່ງທີ່ຕົນຢາກໄດ້ຂອງຄົນ ແລະ ສັດທີ່ມີຄວາມຄິດມີປັນຍາລະດັບດີຈໍານວນນຶ່ງ ເປັນຕົ້ນສັດໃນຕະກຸນ ລິງ ເພື່ອໃຫ້ໄດ້ ຫຼື ຢາກໄດ້ໃນສິ່ງທີ່ຕົນຕ້ອງການ. ຊຶ່ງການແອ່ວມີຫຼາຍຮູບແບບ ແລະ ຫຼາຍລະດັບແຕກຕ່າງກັນອອກໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ