ຄໍາວ່າ “ແຮມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ແຮມ

DooDiDo

ອະທິບາຍ ຄໍາວ່າ_“ແຮມ” ມີຄວາມໝາຍແນວໃດໃນ​ພາ​ສາ​ລາວ?

ຄໍາວ່າ “ແຮມ” ມີ​ຄວາມ​ໝາຍ​ໄດ້​ສອງ​ສາມ​ຢ່າງ, ເຊິ່ງ ແຮມ ໝາຍເຖິງການນອນ​ຄ້າງ​ຄືນ ຫລື ຄ້າງ ນຳ ເປັນ​ການ​ທີ່​ມີ​ຄົນ​ຕ່າງ​ຖິ່ນ ອາດ​ຈະ​ເປັນ​ພີ​ນ້ອງ​ໝູ່​ເພືອນ ມິດ​ສະ​ຫາຍ ທີ່​ມາ​ຢ້ຽມ​ຢາມ ແລ້ວນອນ​ແຮມ​ນຳ​ເຮືອນ​ເລີຍ ຫຼື ອາດ​ຈະ​ນອນ​ຢູ່​ເຮືອນ​ພັກ​ຕ່າງໆ​ເວ​ລາ​ໄປ​ຫລີ້ນ​ໄປ​ທ່ຽວ​ແລ້ວ​ຕ້ອງ​ໄດ້​ນອນ​ຄ້າງ​ຄືນ ເອີ້ນ​ວ່າ​ ນອນ​ແຮມ​ຄືນ.

ອີກຄວາມ​ໝາຍ​ໜຶ່ງ​ກໍ​ຄື ແຮມ ໝາຍ​ຄວາມ​ວ່າ ຕອນ​ໜ່ວຍເດືອນທີ່​ກ່ຳ​ລັງ​ຢູ່​ໃນ​ຊ່ວງ​ຂອງ​ການ​ນ້ອຍ​ລົງ​ຈາກ​ເດືອນ​ເພັງ​ແລ້ວ​ຈະ​ຄ່ອຍໆ​ເປັນ​ໜ່ວຍ​ທີ່​ນ້ອຍ​ລົງ​ຕາມ​ລຳ​ດັບ​ຈົນ​ມືດ​ເອີ້ນ​ວ່າ ເດືອນ​ແຮມ ເປັນຕົ້ນ.

ດັ່ງທີ່ໄດ້ກ່າວມາຂ້າງເທິງ “ແຮມ” ສາ​ມາດ​ເປັນ​ໄດ້​ທັງ​ຄຳ​ນາມ ແລະ ຄຳ​ ກຳ​ມະ, ດັ່ງ​ທີ່​ເຮົາ​ມັກ​ຈະ​ໃຊ້​ກັນ​ຢູ່​ຕະ​ຫລອດ​ກໍ​ຄື ໄປ​ແຮມ​ຄືນ​ຢູ່​ບ່ອນ​ນັ້ນ​ບ່ອນ​ນີ້ ຫລື ຊ່ວງ​ນີ້​ແມ່ນ​ຊ່ວງ​ເດືອນ​ແຮມ ແລະ ອື່ນໆ. ແລະ  “ແຮມ” ໃນພາສາລາວ​ຍັງ​ໝາຍ​ເຖິ່ງ ຫ່າງ​ໄກ, ໄກ​ອອກ​ໄປ ນັ້ນເອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄໍາວ່າ ແຮມ.

  • ກ. ຄ້າງ, ນອນຄ້າງຄືນ ເອີ້ນແຮມຄືນຄ້າງວັນ ເອີ້ນແຮມວັນ ດັ່ງວ່າ “ບັດນີ້ອົງກູແກ້ວໄກເຮືອນແຮມປ່າ ພໍ່ເບີກເວັ້ນນະຄອນກວ້າງພາກພົງ” (ສິນ).
  • ນ. ຂ້າງແຮມ, ວັນທີ່ພະຈັນເລີ່ມອັບແສງໂດຍລຳດັບ ຈົນເຖິງມືດມິດ ເອີ້ນແຮມ ມີແຮມຄ່ຳໜຶ່ງ ໄປເຖິງແຮມສິບສີ່ ສິບຫ້າຄ່ຳ ຂອງທຸກເດືອນ.
  • ກ. ຫ່າງໄກ ດັ່ງວ່າ “ດັ່ງນັ້ນຮາມຮົນຮ້ອນ ກະຫາຍວອນແວນສວ່າງ ເບື້ອງຝ່າຍນ້ອງແຮມເຮື້ອຮອດທວງ” (ຮຸ່ງ).

ຕົວຢ່າງ:

  • ມື້ວານ, ຂ້ອຍ​ໄປ​ຫລິ້ນ​ວັງ​ວຽງ​ກັບ​ໝູ່​ ພາ​ກັນ​ຫລິ້ນ​ຈົນ​ລືມ​ໂມງ​ກັບ​ເລີຍ​ໄດ້​ນອນ​ແຮມ​ຄືນ​ຢູ່​ວັງ​ວຽງ​ເລີຍ.
  • ອາ​ທິດ​ແລ້ວ ເດືອນ​ແຮມ ພວກ​ຂ້ອຍ​ພາ​ກັນ​ຕັ້ງ​ວົງ​ກິນ​ເຫລົ້າ​ກັນ​ຢູ່​ບ້ານ​ສ່ຽວ.
  • ມື້​ໜ້າ​ຊິ​ໄປ​ແຮມ​ຢູ່​ບ້ານ​ເຈົ້າ​ເດີ

ສະຫຼຸບ.

ຄໍາວ່າແຮມ ມີ​ຄວາມ​ໝາຍ​ວ່າ ຄ້າງ, ນອນຄ້າງຄືນ ເອີ້ນແຮມຄືນຄ້າງວັນ ເອີ້ນແຮມວັນ ແລະ ອີກ​ຄວາມ​ໝາຍ​ກໍ​ຄື ຂ້າງແຮມ, ວັນທີ່ພະຈັນເລີ່ມອັບແສງໂດຍລຳດັບ ຈົນເຖິງມືດມິດ ຫລື ຫ່າງ​ອອກ​ໄປ​ເລື້ອຍໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ