ຄໍາວ່າ “ໄຕ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໄຕ່” ມີຄວາມໝາຍແນວໃດ?

ຄໍາວ່າ “ໄຕ່” ແມ່ນການຄານໄປທາງໜ້າ ຫຼື ຫຼັງ ຂອງຄົນ ຫຼື ສັດ ຢູ່ເທິງຢ່າງໃດຢ່າງນຶ່ງ ໂດຍບໍ່ໄດ້ລຸກຢືນຍ່າງໄປຍ້ອນເຫດຜົນໃດນຶ່ງ ເຊັ່ນ: ຄົນໄຕ່ໜ້າຜາໄປໜ້າໜ້ອຍໜຶ່ງແລ້ວຖອຍຫຼັງ ເພາະຢ້ານຕົກ, ຄົນໄຕ່ງ່າໄມ້ສູງຄ່ອຍໄປດ້ວຍອາການສັ່ນເຊັນ, ບົ້ງໄຕ່ງ່າໄມ້ໄປຢ່າງໄວວາ (ຄືບຄານໄປ). “ໄຕ່” ຍັງແມ່ນການຄ່ອຍເດີນໄປຂອງຄົນ ຫຼື ສັດ ເທິງສິ່ງຂອງໃດໜຶ່ງ ຫຼື ຢ່າງໃດຢ່າງໜຶ່ງ ເຊັ່ນ: ຄົນໄຕ່ພູ, ໂຕແກະໄຕ່ໜ້າຜາ ເປັນຕົ້ນ.

“ໄຕ່” ນອກຈາກໃຊ້ນໍາຄົນ ແລະ ສັດແລ້ວ ຍັງໝາຍເຖິງການໄປ ຫຼື ກັບຂອງພາຫະນະລົດບົນເສັ້ນທາງ, ທາງພູສູງຊັນ, ທາງຮ່ອມຜາ, ຂົວຂ້າມນໍ້າ ລວມທັງບັກຂ້າມນໍ້າຕ່າງໆ ເຊັ່ນ: ລົດບັນທຸກໄຕ່ໄປຕາມພູຄົດຄ້ຽວ, ລົດໄຟລາວຈີນໄຕ່ລາງທີ່ເຮັດໄວ້, ລົດໄຖນາໄຕ່ຄອງເໝືອງໄປໆກັບໆ, ລົດພາຫະນະສ່ວນໃຫຍ່ໄຕ່ຂ້າມຂົວໄປມາ ແທນການໄຕ່ບັກ, ກວຽນງົວຕ່າງເຂົ້າຈໍານວນຫຼາຍໄຕ່ຜ່ານຕາມທ້ອງທົ່ງນາລັດໄປຫາບ້ານ ຄົນ, ລົດຕັງໄຕ່ບັກຂ້າມນໍ້າ ເປັນຕົ້ນ. ຄໍາວ່າ “ໄຕ່” ຍັງໄດ້ນໍາໄປບວກກັບຄໍາອື່ນໆ ຊຶ່ງເຮົາມັກໄດ້ຍິນ ເຊັ່ນ: ໄຕ່ຕອງແມ່ນການຄິດຢ່າງຮອບຄອບແລ້ວຈິ່ງເຮັດ ຫຼື ເວົ້າ, ໄຕ່ເຕົ້າແມ່ນກ້າວໜ້າຂຶ້ນເທື່ອລະຂັ້ນສ່ວນໃຫຍ່ແມ່ນເວົ້າໃນການເຮັດວຽກງານ, ໄຕ່ສ່ວນແມ່ນການສອບສ່ວນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໄຕ່”.

“ໄຕ່” (1. ຄໍາກິລິຍາ) ຄານໄປ, ເດີນໄປ, ເດີນເທິງຂອງສິ່ງໃດສິ່ງໜຶ່ງ ເຊັ່ນ: ບົ້ງຄານໄປ ເອີ້ນ ບົ້ງໄຕ່, ກະຮອກແລ່ນໄປຕາມງ່າໄມ້ ເອີ້ນ ກະຮອກໄຕ່ໄມ້, ເດີນຕາມທາງ ເອີ້ນ ໄຄ່ທາງ.

ຕົວຢ່າງ:

  • ນາຍພານເອົານໍ້າເຜີ່ງດ້ວຍການປີນຂຶ້ນຕົ້ນໄມ້ ແລະ ໄຕ່ງ່າໄມ້ ເອົາໄຟໄປອູດເຜີ້ງກ່ອນຕັດເອົາຮາງ.
  • ວານນີ້ຕອນຄ້າຍແລງ ຂ້ອຍເຫັນໂຕເຍືອງຝູງນຶ່ງ ໄຕ່ໜ້າຜາສູງ ເພື່ອຫາກິນຫຍ້າ ຊຶ່ງເປັນພາບ ທີ່ຫາເບີ່ງໄດ້ຍາກຫຼາຍ.
  • ລົດບັນທຸກໜັກ ໄຕ່ຂຶ້ນພູ 9 ຫຼັກ ດ້ວຍການບືນຂຶ້ນຈົນຄວັນດໍາເຕັມທາງ ແຕກຕ່າງກັບລົດທີ່ໄຕ່ລົງມາບໍ່ໄດ້ອອກແຮງຫຍັງມີແຕ່ຫ້າມລົດຢ່າງດຽວ (ເບກ) ຈົນລະບົບຫ້າມລົດຂິວ.

ສະຫຼຸບ.

ຄໍາວ່າ “ໄຕ່” ແມ່ນການຄານໄປທາງໜ້າ ຫຼື ຫຼັຖອຍກັບຫຼັງຂອງຄົນ ຫຼື ສັດຢູ່ເທິງຢ່າງໃດຢ່າງນຶ່ງ. “ໄຕ່” ຍັງເດີນໄປຂອງຄົນ ຫຼື ສັດ ເທິງສິ່ງຂອງໃດໜຶ່ງ ຫຼື ຢ່າງໃດຢ່າງໜຶ່ງ ເປັນຕົ້ນ ພູ, ໜ້າຜາ. “ໄຕ່” ຍັງໃຊ້ກັບພາຫະນະລົດອີກດ້ວຍ ເປັນຕົ້ນ ໄຕ່ທາງ, ໄຕ່ຂົວ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo