ຄໍາວ່າ “ແຕະ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຕະ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຕະ” ໝາຍເຖິງຝາແຕະທີ່ເຮັດຈາກຝາກໄມ້ປ່ອງທີ່ນໍາມາສານກັນ (ໄມ້ປ່ອງທີ່ນໍາມາຊັບແຜ່ອອກ ເພື່ອເຮັດຟາກເຮືອນ, ຝາເຮືອນ, ເລົ້າເຂົ້າ ຫຼື ຢ່າງອື່ນຕາມວັດຖຸປະສົງ) ຊຶ່ງອາດຈະສານເປັນລາຍຕ່າງໆ ຕາມວັດທະນາທໍາແຕ່ລະພື້ນທີ່ ສ່ວນໃຫຍ່ຢູ່ລາວແມ່ນ ສານແຕະລາຍ 2, ສານແຕະລາຍ 3, ສານແຕະລາຍຂັດ ເປັນຕົ້ນ. ນອກຈາກໄມ້ແຕະທີ່ນໍາມາເຮັດຝາເຮືອນ, ຕູບ ຊຶ່ງເປັນຂະໜາດໃຫຍ່ແລ້ວ ຍັງມີ “ແຕະ” ທີ່ເປັນແນວນ້ອຍກວ່າ ເຊັ່ນ: ແຕະຕາກປາ, ແຕະຕາກກຸ້ງ, ແຕະຕາກໄຄ, ແຕະຟາດແມງວັນ ແລະ ອື່ນໆ.

ນອກຈາກນີ້, “ແຕະ” ແຕະຕ້ອງ ກໍວ່າ ແມ່ນການຕ້ອງ ຫຼື ດາດ, ແມ່ນການສໍາພັດເບົາໆ ຫຼື ແມ່ນການ ຊຸນກັນ ຊຶ່ງອາດຈະແຕະດ້ວຍມື, ນິ້ວມື, ລີ້ນ ຫຼື ຢ່າງອື່ນ ເຊັ່ນ: ແຕະເບົາໆດ້ວຍຄວາມລະມັດລະວັງ, ແຕະດ້ວຍຄວາມຮັກ, ເອົາໄມ້ແຕະໂຕບົ້ງເຮັດໃຫ້ມັນຂົດເຂົ້າ, ເອົາລີ້ນແຕະອາຫານທີ່ຕັກຂຶ້ນມາເພື່ອຊີມເບີ່ງລົດຊາດ, ຜູ້ບ່າວເອົາມືແຕະແກ້ມຜູ້ສາວ, ແມ່ແຕະແກ້ມລູກນ້ອຍ ເປັນຕົ້ນ. ບາງຄົນຄຽດຍັງ ມັກອຸທານ ວ່າ “ຢ່າມາແຕະຕົວຂ້ອຍ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຕະ”.

“ແຕະ” (1. ຄໍານາມ) ຝາກະຕາດ, ຝາສານລາຍຂັດ, ໄມ້ທີ່ສານເປັນແຜ່ນ ສໍາລັບຕາກຢາ ຕາກປາ ຕາກກຸ້ງ ເອີ້ນ ແຕະ, ຝາກະແຕະ, ຝາຕັດແຕະ ກໍວ່າ. (2. ຄໍາກິລິຍາ) ຊຸນ, ຕ້ອງ, ຂົ່ມລົງທາງແປ.

ຕົວຢ່າງ:

  • ຝາແຕະເຮືອນທີ່ແຊ່ນໍ້າໜອງໄວ້ ສອງສາມເດືອນຂຶ້ນໄປຈະມີຄວາມທົນທານກວ່າຝາແຕະເຮືອນທີ່ຊັບແລ້ວມາສານເຮັດເລີຍ.
  • ຜູ້ເຖົ້າໃນສະໄໝກ່ອນ ມັກນິຍົມກັນສານແຕະໄມ້ໄວ້ຕີແມງວັນ ທີ່ມັກມາຕອມພາເຂົ້າພານໍ້າ.
  • ຢ່າມາຢາມຫຼານນ້ອຍເກີດໃໝ່ຢູ່ໂຮງໝໍ ແລະ ເອົາມືແຕະກ້ຽມເດັກນ້ອຍເບົາໆ ພ້ອມທັງເວົ້າວ່າ “ເປັນຕາແພງແທ້ຫຼານຂ້ອຍ”.

ສະຫຼຸບ.

ຄໍາວ່າ “ແຕະ” ແມ່ນຝາແຕະສານດ້ວຍໄມ້ປ່ອງຊັບເປັນຟາກ ເພື່ອເຮັດຝາເຮືອນ, ຕູບ, ເລົ້າເຂົ້າ ຊຶ່ງການສານອາດມີສິນລະປະແຕກຕ່າງໄປ ດັ່ງ ສານແຕະລາຍ 2, ສານແຕະລາຍ 3, ສານແຕະລາຍຂັດ. “ແຕະ” ຍັງແມ່ນການສານໄມ້ຕອກ, ໄມ້ປ່ອງທີ່ເຫຼົງ ເພື່ອເຮັດແຕະຕາກອາຫານ, ແຕະຟາດແມງວັນ ເປັນຕົ້ນ. ນອກຈາກນີ້, “ແຕະ” ຍັງແມ່ນການສໍາພັດເບົາໆ, ແຕະຕ້ອງ, ດາດ ຫຼື ຊຸນກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo