ຄໍາວ່າ “ຕິ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕິ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕິ” ໝາຍເຖິງການຕໍາໜິຕິຕຽນ ຫຼື ເວົ້າໃຫ້ຄົນອື່ນ ເມື່ອເຂົາບໍ່ໄດ້ດັ່ງໃຈຕົນເອງ ຫຼື ບໍ່ໄດ້ດັ່ງຕົນຫວັງ ຊຶ່ງເຂົາອາດຈະເຮັດຖືກ ຫຼື ເຮັດຜິດລະບຽບການຢ່າງໃດຢ່າງນຶ່ງ ກໍຕາມ ເຊັ່ນ: ຕິລູກນ້ອງເຮັດວຽກບໍ່ລະອຽດ, ຕິພະນັກງານຂຶ້ນແຜນບໍ່ດີ, ຄູຕິນັກ ຮຽນບໍ່ຕັ້ງໃຈຮຽນ, ຕິຜູ້ສາວວ່າຂີ້ລ້າຍ ອື່ນໆ. “ຕິ” ຍັງໝາຍເຖິງການຕໍາໜິສິ່ງຂອງເຄື່ອງໃຊ້, ອຸປະກອນ ຫຼື ສິ່ງອໍານວຍຄວາມ ສະດວກຕ່າງໆ ທີ່ບໍ່ສາມາດສະໜອງຄວາມໃຈຂອງຕົນເອງໄດ້ ເຊັ່ນ: ຕິລົດວ່າສີບໍ່ງາມ, ຕິເຮືອນວ່າຕໍ່າໂພດ, ຕິຄອມພິວເຕີວ່າຊ້າໂພດ. ຄໍາວ່າ “ຕິ” ກົງກັນຂ້າມກັບ ຄໍາວ່າ “ຍ້ອງຍໍ, ສັນລະເສີນ”.

ນອກຈາກນີ້, “ຕິ” ຍັງແມ່ນພຶດຕິກໍາຢ່າງນຶ່ງຂອງມະນຸດ ຫຼື ສັດ ຊຶ່ງເປັນການຄຶດຄະນິງຫາ ຫຼື ເປັນການເຮັດທ່າທາງເມີນເສີຍ ວ່າບໍ່ຮູ້, ບໍ່ເຫັນ ເຊັ່ນ: ຕິວ່າບໍ່ເຫັນຄົນຂີ້ລັກ, ຕິວ່າບໍ່ຮູ້ອ່ານໜັງສື, ຕິວ່າຮັກເຂົາຫຼາຍ ເພື່ອຫຼອກໃຫ້ຕາຍໃຈ, ຕິວ່າເຈັບ ແລະ ຮ້ອງໃຫ້ ເພື່ອຮຽກຄວາມສົນໃຈ, ຕິວ່າສົງສານທັງໆທີ່ຢາກຮ້າຍ ໃຈຈະຂາດ, ຕິວ່າມີເງິນຫຼາຍທັງໆຈົນ, ຕິວ່າໂຕເອງເກັ່ງທັງທີ່ບໍ່ມີສີມື, ຕິວ່າເປັນບ້າເພື່ອຫຼີກຄະດີ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕິ”.

“ຕິ” (1. ຄໍາກິລິຍາ) ເວົ້າໃຫ້ຄົນອື່ນວ່າບໍ່ດີ ບໍ່ຖືກ, ຕໍາໜິ, ຕິຕຽນ. ຄຶດ, ຮໍ່າເພີງ, ຄະຕິ, ຄະນິງ ກໍວ່າ. (2. ຄໍາກິລິຍາວິເສດ) ສາມ, ເປັນຄໍາປະກອບໜ້າຄໍາອື່ນ.

ຕົວຢ່າງ:

  • ໃນຕອນລົມກັນໃໝ່ໆ ຜູ້ບ່າວຍ້ອງສາວວ່າງາມຫຼາຍ ແຕ່ພໍໄດ້ເປັນແຟນພັດຕິ ວ່າຂີ້ລາຍ ດໍາໆແຫຼ້ໆ.
  • ຫຼາຍຄົນຕິວ່າເຄື່ອງທີ່ຜະລິດຈາກປະເທດຈີນແມ່ນບໍ່ດີ ແຕ່ຕົວຈິງໃນໂລກນີ້ໃຊ້ເຄື່ອງຈີນຜະລິດ ເປັນຈໍານວນມະຫາສານຕໍ່ມື້.
  • ຜູ້ສາວຄຽດໃຫ້ຜູ້ບ່າວ ແລະ ຕິງອນຢູ່ສອງສາມມື້ ເພື່ອໃຫ້ຜູ້ບ່າວມາງໍ້ ແລະ ຂໍໂທດ ເພື່ອຄືນດີກັນ.

ສະຫຼຸບ.

ຄໍາວ່າ “ຕິ” ແມ່ນການຕໍາໜິຕິຕຽນ ຊຶ່ງເປັນນິດໃສຂອງມະນຸດເຮົາ ທີ່ມັກເຂົ້າຂ້າງຕົນເອງ ແລະ ເວົ້າໃຫ້ຄົນອື່ນ ເມື່ອເຂົາເຮັດໃຫ້ບໍ່ພໍໃຈ ກໍຕິເຂົາໂລດ, ບາງກໍລະນີຕິຍ້ອນເຮັດຜິດ. “ຕິ” ຍັງໃຊ້ເວົ້າໃຫ້ສິ່ງຂອງ ເຄື່ອງໃຊ້, ອຸປະກອນ ຫຼື ວັດຖຸອື່ນໆ ລວມທັງຢ່າງອື່ນທີ່ຜ່ານປະສາດສໍາພັດທັງ 5 ຂອງຄົນ ດັ່ງ ບໍ່ງາມ, ບໍ່ມ່ວນ, ບໍ່ແຊບ, ບໍ່ອົບອຸ່ນນຸ້ມນວນ. ຄໍາວ່າ “ຕິ” ກົງກັນຂ້າມກັບ ຄໍາວ່າ “ຍ້ອງຍໍ, ສັນລະເສີນ”. ນອກຈາກນີ້, “ຕິ” ແມ່ນພຶດຕິກໍາເມີນເສີຍ ທໍາທ່າເຮັດ ຊຶ່ງບໍ່ຖືກກັບສະພາບຄວາມຈິ່ງຂອງຕົນຢາກເຮັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo