ຄໍາວ່າ “ໄຄ” ແລະ “ແຄນ” ມີຄວາມໝາຍຄືກັນຕ່າງ​ກັນ​ແນ​ວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ໄຄ” ແລະ “ແຄນ”

ຄໍາວ່າ “ໄຄ” ແລະ “ແຄນ” ເຖິງຈະອອກສຽງແຕກຕ່າງກັນ, ແຕ່ຄວາມໝາຍແມ່ນຄືກັນອີກດ້ວຍ ແລະ ມີບາງຈຸດແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ໄຄ” ແມ່ນໝາຍເຖິງອາການໄຄຂຶ້ນ, ດີຂຶ້ນ ຫຼື ເຮັດໃຫ້ເບົາບາງລົງ ຫຼື ບໍ່ຮ້າຍປານໃດ ດັ່ງ ໄຄແດ່, ໄຄແລ້ວ, ໄຄຂຶ້ນຫຼາຍ ຊຶ່ງມີຄວາມໝາຍຄືກັນກັບ “ແຄນ” ເຊັ່ນ: ແຄນແດ່, ແຄນແລ້ວ, ແຄນຂຶ້ນຫຼາຍ. ນອກຈາກ ນັ້ນ, “ໄຄ” ຍັງແມ່ນຂີ້ໄຄ ຊຶ່ງແມ່ນເຫື່ອທີແຫ້ງຕິດຢູ່ກັບຜິວໜັງ ເວລາອາບນໍ້າຖູເປັນສີດໍາໆ ຄືຂີ້ດິນ ຫຼື ເປັນສີຂີ້ ຝຸ່ນໃນນໍ້າທີ່ແຂ້ນເຂົ້າຕິດຢູ່ກັບໝໍ້. ຄາໄຄແມ່ນຈາກໄປ, ໄຄຄ້າວ ແມ່ນເຫື່ອທີ່ອອກຜິດປົກກະຕິ.

ຄໍາວ່າ “ແຄນ” ໝາຍເຖິງອາການດີຂຶ້ນ ຫຼື ບໍ່ຮ້າຍປານໃດດັ່ງ ແຄນແດ່, ແຄນແລ້ວ, ແຄນຂຶ້ນຫຼາຍ ເປັນຕົ້ນ ມີຄວາມໝາຍຄືກັນກັບຄໍາວ່າ “ໄຄ” ດັ່ງ ໄຄແດ່, ໄຄແລ້ວ, ໄຄຂຶ້ນຫຼາຍ. ນອກຈາກນັ້ນ, “ແຄນ” ຍັງໃຊ້ເອີ້ນຊື່ຕົ້ນໄມ້ແນວນຶ່ງເອີ້ນ ໄມ້ແຄນ ເປັນໄມ້ແນວນຶ່ງເກີດຢູ່ຕາມປ່າດົງດິບ ເນື້ອແຂງ ມີລໍາຕົ້ນຂະໜາດໃຫຍ່ ແລະ ສູງ, ມີຄວາມແຂງແກ່ນທົນທານ, ທົນປວກ, ທົນມອດກິນ ຄົນນໍາມາເຮັດເຮືອນ ຫຼື ເຟີນີເຈີ. ໄມ້ແຄນ ຍັງມີໄມ້ແຄນເຮືອພ້ອມ ນິຍົມນໍາມາເຮັດວົງກົບ ປະຕູ, ບານປະຕູ, ວົງກົບປ່ອງຢ້ຽມ, ບານປ່ອງຢ້ຽມ, ແປ້ນເຮືອນ, ຝາເຮືອນ, ໂຕະ, ຕັ່ງ ແລະ ແປຮູບ ເປັນໄມ້ລ່ຽມ, ໄມ້ເສົາ, ແກະສະລັກ ແລະ ເຮັດເຟີນີເຈີຕ່າງໆໄດ້ຢ່າງຫຼາກຫຼາຍ. ນອກຈາກນີ້, “ແຄນ” ຍັງແມ່ນເຄື່ອງດົນຕີປະຈໍາຊາດຂອງຊາວລາວ

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າໄຄ”.

“ໄຄ” (1. ຄໍາກິ ລິຍາວິເສດ) ແຄນຂຶ້ນ, ດີ, ເບົາບາງ (ໄຄແດ່, ດີຂຶ້ນແດ່ແລ້ວ): ຄາໄຄ ແມ່ນຈາກໄປ, ໄຄຄ້າວ ແມ່ນເຫື່ອທີ່ ອອກຜິດປົກ ກະຕິ. (2. ຄໍານາມ) ເຫື່ອທີແຫ້ງ ຕິດຢູ່ກັບຜິວໜັງ ຫຼື ຝຸ່ນໃນນໍ້າທີ່ແຂ້ນເຂົ້າຕິດຢູ່ກັບໝໍ້ ເອີ້ນ ຂີ້ໄຄ.

ຕົວ­ຢ່າງ: 

  • ໝູ່ເປັນໄຂ້ເລືອດອອກພັກວຽກໄດ້ 3 ມື້ແລ້ວ ປະຈຸບັນອາການໄຄຫຼາຍແລ້ວ ແລະ ຄິດວ່າອີກບໍ່ດົນຈະ ສາມາດມາເຮັດວຽກຕໍ່ໄດ້.
  • ລາບມື້ນີ້ລົດຊາດແຊບໄຄກວ່າລົດຊາດລາບວານນີ້ ເພາະປູງແຕ່ງໄດ້ທີ່ ເຊັ່ນ: ຄວາມນົວ, ຄວາມສົ້ມ ບໍ່ຈາງ ແລະ ບໍ່ເຄັມ ກິນແລ້ວຢາກກິນອີກ.

ຄວາມໝາຍຄຳວ່າແຄນ”.

“ແຄນ” (1. ຄໍາກິລິຍາວິເສດ) ໄຄ (ແຄນແດ່, ໄຄແດ່), ບໍ່ຮ້າຍປານໃດ. (2. ຄໍານາມ) ໄມ້ແນວນຶ່ງຂະໜາດໃຫຍ່ ແກ່ນແຂງ ໃຊ້ເຮັດເຄື່ອງເຮືອນໄດ້ດີທີ່ສຸດ. ເຄື່ອງດົນຕີຢ່າງນຶ່ງເຮັດດ້ວຍໄມ້ປ່ອງຫຼາຍອັນສຸບໃສ່ໃນເຕົ້າໃຊ້ປາກເປົ່າ.

ຕົວ­ຢ່າງ: 

  • ທັກສະການແປງລົດຂອງຂ້ອຍແມ່ນແຄນຂຶ້ນຫຼາຍ ເມື່ອທຽບກັບຕອນມາຮຽນແປງລົດໃໝ່ ເພາະຜົນອອກ ມາມີຄຸນະພາບ ແລະ ໃຊ້ເວລານ້ອຍກວ່າ.
  • ອາການເຈັບຂອງໝູ່ຂ້ອຍແຄນແດ່ແລ້ວ ຕາມລາວບອກວ່າອີກສອງມື້ສາມາດມາພົບ ແລະ ລົມວຽກກັນໄດ້.

ສະຫຼຸບ.

ຄໍາວ່າ “ໄຄ” ແລະ “ແຄນ” ເຖິງມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຫຼັກຄືກັນອີກດ້ວຍ ສາມາດໃຊ້ແທນ ກັນໄດ້. ນອກຈາກນັ້ນ, ຍັງມີຄວາມໝາຍແນວອື່ນນໍາ. ຄໍາວ່າ “ໄຄ” ໝາຍເຖິງແຄນຂຶ້ນ, ດີຂຶ້ນ, ເບົາບາງ. ນອກ ຈາກນີ້, ຍັງໝາຍເຖິງ ຂີ້ໄຄ ຫຼື ເຫື່ອທີແຫ້ງ ຕິດຢູ່ກັບຜິວໜັງ ຫຼື ຝຸ່ນໃນນໍ້າທີ່ແຂ້ນເຂົ້າຕິດຢູ່ກັບໝໍ້. ສ່ວນຄໍາວ່າ “ແຄນ” ໝາຍວ່າອາການດີຂຶ້ນ ຫຼື ບໍ່ຮ້າຍປານໃດ ແລະ ຍັງໝາຍເຖິງຊື່ຕົ້ນໄມ້ແນວນຶ່ງ ເອີ້ນ ໄມ້ແຄນເປັນໄມ້ລໍາຕົ້ນໃຫຍ່ ແລະ ສູງ ມັກນໍາມາເຮັດ ແປ້ນ, ໄມ້ລ່ຽມ ເພື່ອເຮັດເຮືອນ ແລະ ເຟີນີເຈີຕ່າງໆ. “ແຄນ” ຍັງແມ່ນເຄື່ອງດົນຕີປະຈໍາຊາດລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo