ຄໍາວ່າ “ປີ່ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປີ່ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ປີ່ນ” ແມ່ນເຄື່ອງປະດັບໃຊ້ປັກ ຫຼື ສຽບຜົມເພື່ອເກົ້າ ຊຶ່ງໄດ້ມີການນໍາໃຊ້ມາແຕ່ບູຮານ, ປີ່ນມີຮູບ ຮ່າງລັກສະນະຂະໜາດແຕກຕ່າງກັນເຊັ່ນ: ຄວາມໃຫຍ່, ຄວາມນ້ອຍ, ຄວາມສັ້ນ, ຄວາມຍາວ, ນໍ້າໜັກ, ລວດລາຍ ແລະ ການສ້າງກໍມີຫຼາກຫຼາຍຮູບແບບ ແຕ່ສ່ວນໃຫຍ່ແມ່ນຕິດພັນກັບວັດທະນາທໍາຂອງປະເທດ ຫຼື ເຂດນັ້ນໆ ດັ່ງ ປີ່ນປັກຜົມຮູບແບບຈີນ, ຫວຽດນາມ, ເກົາຫຼີ, ຍີ່ປຸ່ນ ແມ່ນມີລວດລາຍຢາກຄ້າຍໆກັນ, ປີ່ນປັກຜົມຮູບແບບລາວ, ໄທ, ກໍາປູເຈຍ, ພະມ້າ ແມ່ນມີລັກສະນະຄ້າຍໆກັນ ແລະ ອື່ນໆ.

ປີ່ນແຕກຕ່າງ ຈາກກີບໜີບຜົມ, ປີ່ນໃຊ້ວັດສະດຸເຮັດແຕກຕ່າງກັນອອກໄປ ມີທັງຊະນິດດຽວ ແລະ ແບບປະສົມປະສານ ແຕ່ໂດຍລວມຢູ່ລາວ, ໄທ, ກໍາປູເຈຍ, ພະມ້າ ແລະ ກຸ່ມຄົນໄຕໃນຕອນໃຕ້ຂອງຈີນ ແລະ ສ່ວນນຶ່ງຢູ່ ຫວຽດນາມ ແມ່ນນິຍົມກັນເຮັດດ້ວຍເງິນ, ຄໍາ ເປັນຫຼັກ. ໃນປະຈຸບັນ ອຸສາຫະກໍາການຜະລິດທັນສະໄໝ ການຜະລິດປີ່ນປັກຜົມແມ່ນມີຫຼາຍພັນຮູບແບບ ແລະ ເຮັດຈາກວັດສະດຸຫຼາຍແນວມີຄວາມງົດງາມດີ ຊຶ່ງ ເຮົາສາມາດເຫັນໄດ້ໃນເວລາຜູ້ຍິງໃສ່ ໂດຍສະເພາະແມ່ນໃນງານຕ່າງໆ.

SA Game
DooDiDo

ນອກຈາກນີ້, “ປີ່ນ” ຍັງໝາຍເຖິງການຫັນຄືນ, ຫວນຄືນ ຫຼື ຕ່າວຄືນ ຊຶ່ງເປັນການອອກໄປແລ້ວລ້ຽວກັບ ຄືນທິດເກົ່າທິດເດີມ ຫຼື ທາງເດີມທີ່ຈາກມາ ເຊັ່ນ: ປີ່ນຄືນກັບບ້ານ, ປີ່ນຫົວໄປເບີ່ງ, ປີ່ນທິດທາງ, ລົມປີ່ນ ທິດ, ປີ່ນປ້າຍ, ປີ່ນປາຍປືນ. ປີ່ນ ຍັງແມ່ນປີ່ນອ້ອມ ຫຼື ວຽນອ້ອມຮອບກັບໄປກັບມາ ດັ່ງ ກັງຫັນລົມປີ່ນ ໄວຫຼາຍ, ໃບພັດລົມປີ່ນ ພັດລົມ, ໃບພັດຍົນປີ່ນ ເພື່ອດັນຍົນຂຶ້ນ, ໃບພັດເຮືອປີ່ນດັນນໍ້າໃຫ້ເຮືອໄປທາງ ໜ້າ, ເຂັມໂມງປີ່ນອ້ອມຮອບຕົວມັນເອງ, ປີ່ນງົວ, ປີ່ນໝູ, ປີ່ນແບ້, ປີ່ນປາປິ້ງ, ປີ່ນລູກສອນ, ກ້ອນຫີນ ກິ້ງປີ່ນລົງພູ, ວຽກງານປີ່ນອ້ອມ ເປັນຕົ້ນ. ນອກຈາກນັ້ນ, ປີ່ນເມື່ອນໍາໄປ ບວກກັບຄໍາອື່ນຍັງໃຫ້ຄວາມ ໝາຍຕ່າງໄປ ຄື ປີ່ນປົວ ຊຶ່ງໝາຍເຖິງການຮັກສາ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປີ່ນ”.

“ປີ່ນ” (1. ຄໍານາມ) ເຄື່ອງປະດັບຜົມເກົ້າເຮັດດ້ວຍເງິນຄໍາ ຫຼື ແກ້ວຢ່າງດີ, ຈອມ, ຍອດ. (2. ຄໍາກິລິຍາ) ຫັນ, ວຽນອ້ອມ, ຕ່າວ, ຜັນ, ກັບຫຼັງ, ລ້ຽວກັບ, ເອົາໄມ້ສຽບອາຫານມີປາ ເປັນຕົ້ນແລ້ວເອົາໄປຂາງໄຟ ໂດຍຫັນໄປຫັນມາ.

ຕົວຢ່າງ:

  • ໃນຕົ້ນປີນີ້ນັກບູຮານຄະດີ ໄດ້ຄົ້ນພົບປີ່ນຄໍາປັກຜົມບູຮານອາຍຸຫຼາຍຮ້ອຍປີຢູ່ສຸສານແຫ່ງນຶ່ງໃນປະ ເທດຈີນ ຫຼາຍຄົນບອກວ່າເປັນປີ່ນທີ່ງາມຫຼາຍເທົ່າທີ່ພົບເຫັນ.
  • ໃນມື້ນຶ່ງໜ່ວຍໂລກປີ່ນອ້ອມໂຕມັນເອງນຶ່ງຮອບ ຊຶ່ງໃຊ້ເວລາ 24 ຊົ່ວໂມງ ແລະ ປີ່ນອ້ອມດວງ ຕາເວັນນຶ່ງຮອບໃຊ້ເວລານຶ່ງປີ ຫຼື 365.25 ວັນ.
  • ງົວປີ່ນກີ່ນຫອມກິນແຊບຫຼາຍ ເປັນທີ່ນິຍົມກັນສັ່ງມາກິນໃນງານດອງ, ງານບຸນຕ່າງໆ ແຕ່ການ ເຮັດແມ່ນໃຊ້ເວລາພໍສົມຄວນ.

ສະຫຼຸບ.

ຄໍາວ່າ “ປີ່ນ” ແມ່ນຊື່ເອີ້ນເຄື່ອງປະດັບແນວນຶ່ງໃຊ້ປັກເກົ້າຜົມ ຊຶ່ງນິຍົມກັນມາແຕ່ບູຮານ, ປີ່ນມີຮູບຮ່າງ ລັກສະນະຂະໜາດແຕກຕ່າງກັນ ແຕ່ໃນເມື່ອກ່ອນມັກເຮັດດ້ວຍ ເງິນ, ຄໍາ. ການເຮັດປີ່ນມີຫຼາຍຮູບແບບ ແຕກຕ່າງກັນ ແຕ່ສ່ວນໃຫຍ່ແມ່ນຕິດພັນກັບວັດທະນາທໍາ ແລະ ມັກເຫັນຜູ້ຍິງໃສ່ອອກງານຕ່າງໆ ດັ່ງ ງານດອງ, ງານບູນ ເປັນຕົ້ນ. ນອກຈາກນີ້, “ປີ່ນ” ຍັງໝາຍເຖິງການຫັນກັບຄືນ ຫຼື ຕ່າວຄືນ ຊຶ່ງເປັນ ການອອກໄປແລ້ວກັບຄືນທິດເກົ່າທີ່ຈາກມາ ຫຼື ເບີ່ງກັບຄືນມາບ່ອນເກົ່າ. ປີ່ນ ແມ່ນການປີ່ນອ້ອມ ຫຼື ໝູນອ້ອມຮອບໂຕມັນເອງກັບໄປກັບມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo